ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງ​ຫົວໜ້າກົມ​ໃຫຍ່​ພະລາທິການ​ ລົງ​ຊຸກຍູ້​ວຽກງານ​ພະລາທິການ​ຢູ່​ທະຫານ​ແຂວງ​ ໄຊສົມບູນ


ສະຫາຍ ພົນຈັດຕະວາ ວົງສັກ ພັນທະວົງ ພ້ອມດ້ວຍຄະນະລົງເຄື່ອນໄຫວວຽກງານພະລາທິການຢູ່ທະຫານແຂວງ ໄຊສົມບູນ

     ທ້າຍເດືອນຕຸລາຜ່ານມານີ້, ສະຫາຍ ພົນຈັດຕະວາ ວົງສັກ ພັນທະວົງ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ພະລາທິການກອງທັບ
ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານພະລາທິການຢູ່ກອງບັນຊາການທະຫານແຂວງໄຊສົມບູນ, ໂດຍມີ ສະຫາຍ ພັນເອກ ຄຳອິ້ງ ກີ່ງແກ້ວ ຮອງເລຂາຄະນະ
ພັກ, ຫົວໜ້າ ການທະຫານກອງບັນຊາການທະຫານແຂວງ ໄຊສົມບູນ ພ້ອມດ້ວຍຄະນະ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໂອກາດນີ້ ສະຫາຍ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ສະເໜີຈຸດປະສົງ ໃນການລົງເຄື່ອນໄຫວຊຸກຍູ້ ແລະ ເຮັດວຽກໃນຄັ້ງນີ້ ເພື່ອລົງເກັບຂໍ້ມູນສະຫຼຸບ
ຕີລາຄາໝາກຜົນຂອງການຈັດຕັ້ງປະຕິບັດວຽກງານພະລາທິການຮອບດ້ານ ປະຈຳ ປີ 2019 ແລະ ກຳນົດທິດທາງແຜນການປີ 2020 ພ້ອມທັງໄດ້ຮັບຟັງການລາຍງານ
ສະພາບການຈັດຕັ້ງປະຕິບັດວຽກງານພະລາທິການໃນໄລຍະຜ່ານມາ ຈາກສະຫາຍ ພັນໂທ ເພັດລັງສີ ພິຈິດ ຮອງຫົວໜ້າ ຫ້ອງພະລາທິການທະຫານແຂວງ ດັ່ງກ່າວ. ໂອ
ກາດດຽວກັນນີ້ກໍໄດ້ລົງກວດກາສະຖານທີ່ເຮືອນຄົວ, ສະຖານທີ່ພັກເຊົາ ແລະ ສະຖານທີ່ທຳການຜະລິດຂອງກອງບັນຊາການຢູ່ຜາອໍລໍອີກດ້ວຍ.