ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການກໍ່ສ້າງ​ຫ້ອງການຫຼັງ​ໃໝ່ ກອງຮ້ອຍ​ສື່ສານ ທະຫານ​ແຂວງ ສາລະ​ວັນ ສຳ​ເລັດ 20%


ສະຫາຍ ພັນຕີ ຄຳເຫຼັກໄຫຼ ຄຸນສົມບັດ ລາຍງານກ່ຽວກັບການກໍ່ສ້າງ​ຫ້ອງການຫຼັງ​ໃໝ່ ກອງຮ້ອຍ​ສື່ສານ 243

     ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກອງບັນຊາການທະຫານແຂວງ ສາລະວັນ ກໍຄືທິດທາງແຜນການປັບປຸງກໍ່ສ້າງ
ສະຖານທີ່ຄ້າຍຄູໃຫ້ມີຄວາມສະອາດສວຍງາມ, ມີຄວາມເປັນລະບຽບຮຽບຮ້ອຍຕາມແບບແຜນກໍ່ສ້າງກົມກອງກາຍເປັນກົມກອງທີ່ມີແບບແຜນ ແລະ ທັນສະໄໝ. ສະ
ຫາຍ ພັນຕີ ຄຳເຫຼັກໄຫຼ ຄຸນສົມບັດ ຮອງຫົວໜ້າ ພະແນກກໍ່ສ້າງ ແລະ ຄຸ້ມຄອງຊັບສິນຫ້ອງພະລາທິການທະຫານ ແຂວງ ສາລະວັນ ໄດ້ລາຍງານໃຫ້ຮູ້ວ່າ: ໂດຍປະຕິບັດ
ຕາມທິດນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃນການປັບປຸງກໍ່ສ້າງຄ້າຍຄູ, ປັດຈຸບັນ ພະນັກງານ-ນັກຮົບພາຍໃນພະແນກຂອງຕົນ ໄດ້ສົມ
ທົບກັບຄະນະພັກ-ຄະນະບັນຊາ ກອງຮ້ອຍສື່ສານ 243 ພ້ອມກັນສຸມໃສ່ການກໍ່ສ້າງຫ້ອງການຂອງ ກອງຮ້ອຍສື່ສານ 243 ທີ່ຂຶ້ນກັບຫ້ອງເສນາທິການກອງ ບັນຊາການ
ທະຫານແຂວງ ສາລະວັນ ເຊິ່ງມາຮອດປັດຈຸບັນເຫັນວ່າໜ້າວຽກກໍ່ສ້າງຫ້ອງການຫຼັງດັ່ງກ່າວໄດ້ສຳເລັດແລ້ວ 20 %.

     ໂຄງການກໍ່ສ້າງຫ້ອງການ ກອງຮ້ອຍສື່ສານ 243 ໄດ້ ເລີ່ມລົງມືແຕ່ຕົ້ນເດືອນກັນຍາ 2020 ເຊິ່ງມີຂະໜາດ 7 x 9 ແມັດ ເປັນອາຄານຊັ້ນດຽວ ໂຄງສ້າງເບຕົງເສີມ
ເຫຼັກ, ຝາກໍ່ດ້ວຍດິນຈີ່, ໂຄງຫຼັງຄາເຮັດດ້ວຍເຫຼັກ, ມຸງດ້ວຍກະເບື້ອງ, ພື້ນປູກະໂລ ແລະ ຕີເພດານດ້ວຍຢິບຊ້ຳ, ປະກອບມີ 3 ຫ້ອງເຮັດວຽກ. ໂດຍແມ່ນທຶນຂອງກອງ
ບັນຊາການທະຫານແຂວງ ສະໜອງໃຫ້, ສ່ວນແຮງງານ ແລະ ວິຊາການແມ່ນນຳໃຊ້ພະນັກງານ-ນັກຮົບ ໃນພະແນກກໍ່ສ້າງ ແລະ ຄຸ້ມຄອງຊັບສິນຫ້ອງພະລາທິການທະ
ຫານແຂວງ ສາລະວັນ, ເຊິ່ງໂຄງການກໍ່ສ້າງດັ່ງກ່າວຄາດຄະເນວ່າຈະໃຫ້ສຳເລັດໃນທ້າຍເດືອນ ພະຈິກ 2020 ນີ້.