ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານກົມມະດຳ ​ເຂົ້າ​ອວຍພ​ອນວັນຊາດ ສປ ຈີນ


ສະຫາຍ ພົນຈັດຕະວາ ບຸນຈັນ ລາດສະວົງ ​ພ້ອມ​ດ້ວຍ​ຄະນະ​​ເຂົ້າອວຍພອນຄະນະຄູ-ອາຈານ ສປ ຈີນ

     ໃນວັນທີ 1 ຕຸລາ ນີ້ ຄະນະພັກ-ຄະນະອຳນວຍການ ຕະຫຼອດຮອດຄະນະພັກ-ຄະນະບັນຊາ 5 ຫ້ອງການ, 8 ກອງພັນ, ພະແນກການ ໄດ້ນຳເອົາກະຕ່າຂອງຂວັນ ແລະ
ຊໍ່ດອກໄມ້ເຂົ້າອວຍພອນຄະນະຄູ-ອາຈານ ສປ ຈີນ ທີ່ປະຈຳຢູ່ວິທະຍາຄານກົມມະດຳ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຊາດແຫ່ງ ສປ ຈີນ ຄົບຮອບ 70 ປີ ໃນໂອກາດ
ດັ່ງກ່າວ ສະຫາຍ ພົນຈັດຕະວາ ບຸນຈັນ ລາດສະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ ເລຂາຄະນະພັກ ຫົວໜ້າ ການທະຫານ ວິທະຍາຄານກົມມະດຳ ກໍໄດ້
ຕາງໜ້າໃຫ້ແກ່ພະນັກງານ-ນັກຮົບ, ນັກຮຽນ-ນັກສຶກສາ ໃນທົ່ວວິທະຍາຄານກົມມະດຳ ກ່າວອວຍພອນໄຊອັນປະເສີດມາຍັງຄະນະຄູ-ອາຈານ ສປ ຈີນ ດ້ວຍຄວາມອົບ
ອຸ່ນ ແລະ ສະໜິດສະໜົມຢ່າງຈິງໃຈ ພ້ອມກັນນັ້ນ ສະຫາຍ ພັນເອກ ພິເສດ ຫຼິວຕົງພີງ ຫົວໜ້າຄະນະຄູ-ອາຈານ ກອງທັບປົດປ່ອຍປະຊາຊົນຈີນ ກໍໄດ້ກ່າວສະແດງຄວາມ
ຂອບອົກຂອບໃຈມາຍັງຄະນະພັກ-ຄະນະບັນຊາ ວິທະຍາຄານກົມມະດຳ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວັນຊາດແຫ່ງ ສປ ຈີນ ເຊິ່ງຈະເປັນການເສີມສ້າງສາຍ
ພົວພັນມິດຕະພາບ ແລະ ຮັດແໜ້ນຄວາມສາມັກຄີລະຫວ່າງສອງຊາດ, ສອງພັກ, ສອງລັດ, ສອງກອງທັບ ລາວ-ຈີນ, ຈີນ-ລາວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນໄປເລື່ອຍໆ.