ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ​ກົດ​ລັບ ມອບ​ເຄື່ອງ​ຈັກ​ລະຫັດ ​ໃຫ້​ທະຫານ​ແຂວງ ຊຽງຂວາງ


ພິທີ ມອບ-ຮັບ ເຄື່ອງຈັກກົດລັບ

     ສະຫາຍ ພັນໂທ ຄຳພັດ ສຸວັນດີ ຮອງຫົວໜ້າ ກົມກົດລັບ ກົມໃຫຍ່ເສນາທິການກອງທັບ ພ້ອມຄະນະ ໄດ້ເອົາເຄື່ອງຈັກລະບົບ VLE-15 ( ວີແອວອີ 15 ) ແລະ
Atlix-16 ( ແອັດລິກ 16 ) ມອບໃຫ້ກອງບັນຊາການທະຫານແຂວງຊຽຂວາງ ໃນວັນທີ 28 ສິງຫາ 2020 ນີ້ ເຊິ່ງກ່າວຮັບໂດຍ ສະຫາຍ ພັນເອກ ບຸນຊູ ໄຊລາສີ ຄະ
ນະປະຈຳພັກແຂວງ ຫົວໜ້າ ການທະຫານກອງບັນຊາການທະຫານແຂວງຊຽງຂວາງ, ມີຄະນະພັກ-ຄະນະບັນຊາ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີ
ພະຍານ.

     ໃນໂອກາດດັ່ງກ່າວນີ້ ສະຫາຍ ພັນເອກ ບຸນຊູ ໄຊລາສີ ກໍໄດ້ກ່າວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງສະຫາຍ ຮອງຫົວໜ້າ ກົມກົດລັບ ກົມໃຫຍ່
ເສນາທິການກອງທັບ ທີ່ໄດ້ເອົາເຄື່ອງຈັກລະຫັດລະບົບ VLE-15 (ວີແອວອີ 15) ແລະ Atlix-16 ( ແອັດລິກ 16 ) ມາມອບໃຫ້ໃນຄັ້ງນີ້ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ
ຈະນຳໃຊ້ເຄື່ອງຈັກດັ່ງກ່າວເຂົ້າໃນໜ້າທີ່ວຽກງານວິຊາສະເພາະກົດລັບ ໃຫ້ເກີດປະໂຫຍດສູງສຸດ ແລະ ຈະບົວລະບັດຮັກສານຳໃຊ້ໃຫ້ໄດ້ຍາວນານ.