ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບຫົວໜ້າ ຫ້ອງການເມືອງທະຫານ ແຂວງ ຫຼວງພະບາງ


ສະຫາຍ ພັນໂທ ວິລ່ຽມ ວົງທິສານ ເປັນປະທານພິທີມອບ-ຮັບໜ້າທີ່ ຫົວໜ້າ ຫ້ອງການເມືອງ

     ພິທີມອບ-ຮັບໜ້າທີ່ ຫົວໜ້າ ຫ້ອງການເມືອງທະຫານ ແຂວງ ຫຼວງພະບາງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 2 ສິງຫາ 2019 ນີ້, ຢູ່ທີ່ສະໂມສອນ
ຫ້ອງການເມືອງທະຫານແຂວງ ໂດຍການເປັນ ປະທານຂອງ ສະຫາຍ ພັນໂທ ວິລ່ຽມ ວົງທິສານ ຄະນະປະຈໍາພັກກອງບັນຊາການ ຮັກສາການຫົວໜ້າການເມືອງ ກອງບັນ
ຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ກົມກອງອ້ອມຂ້າງ, ພະນັກງານ-ນັກ ຮົບພາຍໃນຫ້ອງການເມືອງທະຫານແຂວງເຂົ້າຮ່ວມ.

     ອີງຕາມ ຂໍ້ຕົກລົງເລກທີ 2288/ກປທ, ລົງວັນທີ 22 ພຶດສະພາ 2019 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນໂທ ວິລ່ຽມ ວົງທິສານ ຮັກສາການ ຫົວໜ້າການເມືອງ
ກອງບັນຊາການທະຫານແຂວງ ຫຼວງພະບາງ ແລະ ຂໍ້ຕົກລົງເລກທີ 1776/ກປທ ລົງວັນທີ 10 ພຶດສະພາ 2019 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນໂທ ແປ້ນຄໍາ ບຸດຈັນ
ແພງ ເປັນຮອງການເມືອງກອງບັນຊາການ ທັງເປັນຫົວໜ້າຫ້ອງການເມືອງທະຫານ ແຂວງຫຼວງພະບາງ. ໂອກາດນີ້ ສະຫາຍ ພັນໂທ ວິລ່ຽມ ວົງທິສານ ໄດ້ຂຶ້ນຜ່ານບົດສະ
ຫຼຸບການຈັດຕັ້ງຊີ້ນໍາ-ນໍາພາເຄື່ອນໄຫວຕະຫຼອດໄລຍະຜ່ານມາ ໂດຍໄດ້ຍົກໃຫ້ເຫັນພາລະບົດບາດ, ສິດ ແລະ ໜ້າທີ່ ໂດຍສະເພາະແມ່ນວຽກງານສຶກສາອົບຮົມການ
ເມືອງ-ນໍາພາແນວຄິດ ຕິດພັນກັບວຽກງານວິຊາສະເພາະຂອງບັນດາພະແນກການ, ບົນພື້ນຖານປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະ
ເທດວາງອອກ, ຫຼັງຈາກນັ້ນໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ.