ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົງຄະນະພັກກອງບັນຊາການທະຫານ ແຂວງ ເຊກອງ​ໄດ້​​ເປີດ​ກ້ອງ​ປະຊຸມ
ເປີດ​ກວ້າງ ຄັ້ງທີ່ 1 ສະ​ໄໝທີ V


ສະຫາຍ ພົນຈັດຕະວາ ສົມທອງ ດອນກັນນ້ອຍ ກຳມະການຄະນະປະຈຳພັກແຂວງ,ເລຂາຄະນະພັກ, ຫົວໜ້າ ການເມືອງ ​ເປັນ​ປະທານ

     ກອງປະຊຸມເປີດກວ້າງຄັ້ງທີ 1 ສະໄໝທີ V ຂອງອົງຄະນະພັກກອງບັນຊາການທະຫານ ແຂວງ ເຊກອງ ໄດ້ສຳເລັດລົງໃນ ວັນທີ 26 ມິຖຸນາ 2020 ນີ້, ພາຍຫຼັງດຳ
ເນີນມາເປັນເວລາ 2 ວັນ,ໂດຍ ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສົມທອງ ດອນກັນນ້ອຍ ກຳມະການຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າ
ການເມືອງ, ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນແຂວງເຊກອງ, ມີຄະນະພັກ-ຄະນະບັນຊາ ຈາກ 5 ຫ້ອງ, ກອງບັນຊາການ 4 ຕົວເມືອງ, ກົມກອງ,
ພ້ອມດ້ວຍພະແນກການຂຶ້ນກັບ ເຂົ້າຮ່ວມ.

     ສະຫາຍ ພັນໂທ ເຂັມຖັກ ຜຸຍປະເສີດ ຫົວໜ້າ ຫ້ອງການກອງບັນຊາການທະຫານ ແຂວງ ເຊກອງ ໄດ້ຂຶ້ນຜ່ານບົດສະຫຼຸບສັງລວມຕີລາຄາສະພາບການຮອບດ້ານ
ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການສູ້ຊົນ 6 ເດືອນທ້າຍປີ 2020, ເຊິ່ງໄດ້ຍົກເອົາການຈັດຕັ້ງປະຕິ
ບັດວຽກງານຕົວຈິງຢູ່ໃນກົມກອງຂອງຕົນ ນຳມາສະເໜີຕໍ່ກອງປະຊຸມ. ໃນນັ້ນ, ມີດ້ານດີ-ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບັນດາມາດຕະການວິທີການຈະປັບປຸງແກ້ໄຂໃນ
ຕໍ່ໜ້າ. ນອກນັ້ນ, ຜູ້ແທນກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ພ້ອມທັງເອກະພາບຢ່າງສົມບູນຕໍ່ການສະຫຼຸບຕີລາຄາ ແລະ ທິດທາງຕໍ່ໜ້າທີ່ຈະສູ້ຊົນປະຕິ
ບັດບັນດາມະຕິຄຳສັ່ງຂອງພັກ ໂດຍເລັ່ງໃສ່ວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ ເອົາຄຸນນະພາບເປັນຫຼັກ ແລະ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມເຂັ້ມແຂງ
ດ້ານການຈັດຕັ້ງ, ເປັນແກ່ນນຳ-ນຳໜ້າໃນລະບົບການເມືອງຂອງພັກ, ເປັນແບບຢ່າງໃນທຸກໆຂະບວນການວິວັດແຫ່ງການພັດທະນາໄປຕາມຈິນຕະນາການໃໝ່ຢ່າງຮອບ
ດ້ານ, ສ້າງຄວາມໄວ້ເນື້ອເຊື່ອໝັ້ນຈາກມະຫາຊົນເປັນຢ່າງດີ, ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໃນແຕ່ລະປີເພີ່ມຂຶ້ນ, ຕະຫຼອດໄລຍະ 6 ເດືອນຕົ້ນປີຜ່ານມາ
ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ ພ້ອມກັນສຸມໃສ່ການກໍ່ສ້າງຮາກຖານພັກ, ຕິດພັນກັບການກໍ່ສ້າງທ່າສະໜາມປ້ອງກັນຊາດ ເຂັ້ມແຂງ, ສ້າງບ້ານກຸ່ມບ້ານປ້ອມໝັ້ນ
ສູ້ຮົບຕິດລຽນ, ໂຄສະນາສຶກສາອົບຮົມແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ພ້ອມກັນປຸກລະດົມໃຫ້ປະຊາຊົນບັນດາເຜົ່າ ມີແນວຄິດຕື່ນຕົວ ແລະ ສະໝັກໃຈ
ເຮັດໜ້າທີ່ພັນທະປ້ອງກັນຊາດໃນທົ່ວປວງຊົນ ຢ່າງຮອບດ້ານ, ມີຄວາມສະດຸ້ງໄວ ແລະ ເປັນເຈົ້າການໃນການ ທຳມາຫາກິນເພື່ອແກ້ໄຂຄວາມທຸກຍາກ, ສ້າງວຽກເຮັດ
ງານທຳໃຫ້ຄອບຄົວຢູ່ດີກິນດີ, ມີຄວາມສຸກມີອາຊີບທີ່ໝັ້ນຄົງ, ປັບປຸງຊຸກຍູ້ສົ່ງເສີມໃຫ້ພະນັກງານ-ນັກຮົບມີຫົວຄິດປະດິດສ້າງ, ຊອກທຸກເງື່ອນໄຂທ່າແຮງບົ່ມຊ້ອນຂອງ
ກົມກອງທ້ອງຖິ່ນ ເພື່ອແນໃສ່ສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ໃຫ້ມີທ່ວງທ່າກ້າວຂະຫຍາຍຕົວດີຂຶ້ນເປັນລຳດັບ, ປະຕິບັດຕາມຄຳຂວັນທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນ
ເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

     ຈາກຜົນງານອັນພົ້ນເດັ່ນດັ່ງກ່າວກົມກອງລວມໝູ່ໄດ້ຮັບ ຫຼຽນໄຊພິລະອາດຫານ ຊັ້ນ III ມີ 2 ກົມກອງ ແລະ ບຸກຄົນໄດ້ຮັບ ຫຼຽນໄຊພິລະອາດຫານຊັ້ນ III ມີ 164
ສະຫາຍ,ໄດ້ຮັບໃບຍ້ອງຍໍຂັ້ນ ກະຊວງປ້ອງກັນປະເທດ 282 ສະຫາຍ ແລະ ໄດ້ຮັບໃບຍ້ອງຍໍ ກົມໃຫຍ່ການເມືອງກອງທັບ 453 ສະຫາຍ ແລະ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍ
ການເລື່ອນຊັ້ນໃຫ້ພະນັກງານ-ນັກຮົບຕື່ມອີກ. ໃນນັ້ນ, ມີ ຊັ້ນ ພັນເອກ 1 ສະຫາຍ, ພັນໂທ 7 ສະຫາຍ, ພັນຕີ 21 ສະຫາຍ, ຮ້ອຍ ເອກ 54 ສະຫາຍ, ຮ້ອຍໂທ 96 ສະ
ຫາຍ, ຮ້ອຍຕີ 77 ສະຫາຍ ແລະ ຂັ້ນນາຍສິບປະກອບມີສິບເອກ 77 ສະຫາຍ ຢ່າງສົມກຽດ.

     ສະຫາຍ ພົນຈັດຕະວາ ສົມທອງ ດອນກັນນ້ອຍ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໝາກຜົນ​ ແລະ ຜົນງານທີ່ພົ້ນເດັ່ນຫຼາຍດ້ານທີ່ຫຼາຍສະຫາຍ, ຫຼາຍກົມກອງ
ຍາດ ມາໄດ້ເຮັດໃຫ້ກົມກອງໄດ້ມີໂສມໜ້າອັນໃໝ່ ແລະ ໄດ້ເຮັດໃຫ້ທ້ອງຖິ່ນມີຄວາມສະຫງົບປອດໄພ 100%. ພ້ອມນັ້ນ, ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ
ແຕ່ລະຂັ້ນ ຈົ່ງຍົກສູງຄວາມເປັນເຈົ້າການເຂົ້າໃນໜ້າທີ່ການເມືອງຂອງພັກ-ລັດ, ຂອງກອງທັບ ກໍຄືຂອງກົມກອງ, ເພີ່ມທະວີຄວາມຮັບຜິດຊອບເຂົ້າໃນການຊີ້ນຳ-ນຳພາ,
ບັນຊາຕາມສິດໜ້າທີ່ພາລະບົດບາດ, ເຮັດວຽກເປັນໝູ່ຄະນະແບບລວມສູນປະຊາທິປະໄຕ ໃຫ້ມີຄວາມໜັກແໜ້ນ ແລະ ຖືກ ຕ້ອງ-ເຂັ້ມງວດ, ເອົາໃຈໃສ່ເພີ່ມທະວີຢ່າງ
ເປັນເຈົ້າການໃນການເຝິກແອບຮໍ່າຮຽນດ້ານສິລະປະຍຸດ-ຍຸດທະວິທີ ເພື່ອກຽມພ້ອມ ເຮັດສຳເລັດໜ້າທີ່ປ້ອງກັນຊາດທົ່ວປວງຊົນມີຄວາມສະຫງົບໂດຍພື້ນຖານ.