ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຜີຍແຜ່ກົດໝາຍນາຍທະຫານສະບັບປັບປຸງຢູ່ກອງພັນໃຫຍ່ 661


ພັນເອກ ກັນທອງ ສຸກເລືອງຄໍາ ເປັນປະທານເຜີຍແຜ່ກົດໝາຍວ່າດ້ວຍນາຍທະຫານ (ສະບັບປັບປຸງປີ 2018) ຢູ່ກອງພັນໃຫຍ່ 661

     ວັນທີ 5 ມິຖຸນາ 2019 ນີ້, ຄະນະເຜີຍແຜ່ກົດໝາຍຂອງກະຊວງປ້ອງກັນປະເທດ ນໍາພາໂດຍສະຫາຍ ພັນເອກ ກັນທອງ ສຸກເລືອງຄໍາ ຫົວໜ້າກົມກົດໝາຍກະຊວງ
ປ້ອງກັນປະເທດ ພ້ອມດ້ວຍພະນັກງານວິຊາການໄດ້ລົງເຄື່ອນໄຫວເຜີຍແຜ່ກົດໝາຍວ່າດ້ວຍນາຍທະຫານ (ສະບັບປັບປຸງປີ 2018) ຢູ່ກອງພັນໃຫຍ່ 661 ໂດຍມີຄະນະ
ພັກ-ຄະນະບັນຊາກອງພັນໃຫຍ່ ພ້ອມດ້ວຍພະນັກງານ-ນັກຮົບເຂົ້າຮ່ວມຮັບຟັງ.

     ກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງປີ 2018) ໄດ້ຖືກຮັບຮອງໂດຍກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VIII ແລະ
ປະທານປະເທດລາວ ໄດ້ອອກລັດຖະດໍາລັດກ່ຽວກັບການປະກາດໃຊ້ກົດໝາຍດັ່ງກ່າວໃນວັນທີ 31 ກໍລະກົດ 2018, ໂດຍກົດໝາຍນາຍທະຫານກອງ ທັບປະຊາຊົນ
ລາວ ສະບັບນີ້ປະກອບມີ 5 ພາກ, 8 ໝວດ ແລະ 50 ມາດຕາ ໃນນັ້ນຮັກສາໄວ້ຄອງເດີມຈໍານວນ 10 ມາດຕາ, ສ້າງຕັ້ງຂຶ້ນໃໝ່ມີ 19 ມາດຕາ ແລະ ປັບປຸງມີ 21 ມາດ
ຕາ ເຊິ່ງກົດໝາຍສະບັບນີ້ໄດ້ກຳນົດແຈ້ງທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່, ຄວາມຮັບຜິດຊອບ, ພັນທະ, ມາດຕະຖານ, ຂັ້ນ, ຊັ້ນ, ຕໍາແໜ່ງ, ນະໂຍບາຍ, ຂໍ້ຫ້າມ, ການ
ຍ້ອງຍໍ ແລະ ການລົງວິໄນຕໍ່ນາຍທະຫານເພື່ອຮັບປະກັນການກໍ່ສ້າງ, ນໍາພາ, ບັນຊາ, ຄຸ້ມຄອງ ແລະ ກວດກາ, ການເຄື່ອນໄຫວວຽກງານຂອງນາຍທະຫານແນໃສ່ເຮັດໃຫ້
ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີແບບແຜນທັນສະໄໝ, ເປັນກຳລັງຫຼັກແຫຼ່ງ, ເປັນເຈົ້າການ
ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ທັງນີ້ກໍເພື່ອເຮັດໃຫ້ພະນັກງານ-ນັກຮົບໃນທົ່ວກອງທັບໄດ້ຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈເປັນເອກະພາບຕໍ່ກົດ
ໝາຍນາຍທະຫານກອງທັບປະຊາຊົນລາວສະບັບປັບປຸງ ເພື່ອເປັນພື້ນຖານບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານ, ການດໍາລົງຊີວິດ ແລະ ການຄຸ້ມຄອງພະນັກງານ-ນັກ
ຮົບໃນທົ່ວກອງທັບ ທັງນໍາເອົາກົດໝາຍດັ່ງກ່າວມາຈັດຕັ້ງປະຕິ ບັດເຂົ້າສູ່ຊີວິດຕົວຈິງຢ່າງເຂັ້ມງວດ.