ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງ​ຜູ້​ບັນຊາ​ການ​ທະຫານ​ເຂດ 5 ກອງທັບ​ປະຊາຊົນ​ຫວຽດນາມ​ ຢ້ຽມຢາມ​ກອງ​ພົນ​ທີ 5


ຮອງຜູ້ບັນຊາການ ຫົວໜ້າ ເສນາທິການເຂດ 5 ກອງທັບປະຊາຊົນຫວຽດນາມ ຢ້ຽມຢາມ ກອງພົນທີ 5

     ໃນວັນທີ 3 ມັງກອນ ປີ 2020 ນີ້, ສະຫາຍ ພັນເອກ ເລຫງ໋ອກຮາຍ ຮອງຜູ້ບັນຊາການ ຫົວໜ້າເສນາທິການເຂດ 5 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະໄດ້
ເຄື່ອນໄຫວຢ້ຽມຢາມ ກອງພົນທີ 5 ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ບຸນທັນ ມາບຸດສະດີ ເລຂາຄະນະພັກ ຫົວໜ້າ ການເມືອງກອງພົນທີ 5 ພ້ອມດ້ວຍຄະນະ
ພັກ - ຄະນະບັນຊາ ອົງການ 5 ຫ້ອງ ພະແນກການທີ່ກ່ຽວຂ້ອງຕະຫຼອດຮອດພະນັກງານວິຊາການໃຫ້ກຽດຕ້ອນຮັບດ້ວຍຄວາມອົບອຸ່ນ.

     ໂອກາດດັ່ງກ່າວທັງສອງຝ່າຍໄດ້ຜັດປ່ຽນກັນແຈ້ງສະພາບຈຸດພິເສດທີ່ຕັ້ງພາລະບົດບາດໜ້າທີ່ຄວາມຮັບຜິດຊອບຂອງກົມກອງໂດຍຫຍໍ້ ຈາກນັ້ນກໍຍັງໄດ້ຕີລາຄາສູງ
ຕໍ່ສາຍພົວພັນຮ່ວມມືກັນລະຫວ່າງສອງຊາດ, ສອງກອງທັບ, ປະຊາຊົນສອງຊາດລາວ - ຫວຽດນາມ ຫວຽດນາມ - ລາວ ເວົ້າລວມເວົ້າສະ ເພາະກໍຄື: ກອງພົນທີ 5 ກອງ
ທັບປະຊາຊົນລາວ ກັບ ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ທີ່ຍາມໃດກໍໄດ້ພົວພັນຮ່ວມມືກັນຢ່າງສະໜິດແໜ້ນຈາກນັ້ນກໍຍັງໄດ້ຊົມເຊີຍຕໍ່
ຜົນສຳເລັດຂອງການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກກອງປະຊຸມສາມັນຄັ້ງທີ 29 ທີ່ທັງສອງຝ່າຍຕົກລົງເຫັນດີເປັນເອກກະພາບ ໂອກາດດັ່ງກ່າວ ສະຫາຍ ພັນເອກ ບຸນ
ທັນ ມາບຸດສະດີ ຫົວໜ້າ ການເມືອງກອງພົນທີ 5 ກໍຍັງໄດ້ສະແດງຄວາມຢື້ຢາມຖາມຂ່າວຄວາມສຸກທຸກໄປຍັງນາຍ ແລະ ພົນທະຫານກອງທັບປະຊາຊົນຫວຽດ ນາມ
ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 70 ປີ ທີ່ໜູນວຽນມາເຖິງນີ້ ຂໍຈົ່ງມີສຸຂະພາບແຂງແຮງມີຄວາມສຸກຄວາມສຳເລັດໃນໜ້າທີ່ການງານ
ພ້ອມດຽວກັນນັ້ນກໍຍັງໄດ້ອວຍພອນແດ່ສາຍພົວພັນການຮ່ວມມືລະຫວ່າງສອງພັກ , ສອງລັດ , ສອງກອງທັບເວົ້າລວມເວົ້າສະເພາະກໍຄື: ກອງພົນທີ 5 ກອງທັບປະຊາຊົນ
ລາວ ກັບ ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ຈົ່ງພ້ອມກັນສືບຕໍ່ເພີ່ມພູນຄູນສ້າງຄວາມສາມັກຄີພິເສດລະຫວ່າງ ສອງຊາດສອງກອງທັບໃຫ້
ຈະເລີນງອກງາມຍິ່ງໆຂຶ້ນ.