ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງສະຫັວນນະເຂດ ມອບລົດອູອັອດ 469 ຈຳນວນ 7 ຄັນ
ໃຫ້ບັນດາກອງຮ້ອຍທະຫານຊາຍແດນ ທີ່ຂຶ້ນກັບ


ສະຫາຍ ພົນຈັດຕະວາ ຈະເລີນ ວົງວິໄຊ ມອບລົດອູອັອດ 469 ໃຫ້ກອງຮ້ອຍທະຫານຊາຍແດນ

     ໃນວັນທີ 31 ຕຸລາ 2019 ນີ້. ກອງບັນຊາການທະຫານແຂວງສະຫັວນນະເຂດ ໄດ້ຈັດພິທີມອບລົດອູອັອດ 469 ຈຳນວນ 7 ຄັນໃຫ້ແກ່ບັນດາກອງຮ້ອຍທະຫານ
ຊາຍແດນ ທີ່ຂຶ້ນກັບ.ໂດຍມີ ສະຫາຍ ພົນຈັດຕະວາ ຈະເລີນ ວົງວິໄຊ ເລຂາຄະນະພັກ ຫົວໜ້າ ການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ
ຈາກອົງການ 4 ຫ້ອງຂອງກອງບັນຊາການ , ວິຊາການຈາກພະແນກການທີ່ກ່ຽວຂ້ອງ ແລະ ຄະນະກອງຮ້ອຍທະຫານຊາຍແດນເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນຈັດຕະວາ ຈະເລີນ ວົງວິໄຊ ໄດ້ໂອ້ລົມ ແລະ ແນະນຳຕໍ່ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງທີ່ໄດ້ຮັບລົດຄັ້ງນີ້, ເຊິ່ງສະຫາຍຍັງໄດ້ຍົກໃຫ້
ເຫັນຄວາມສຳຄັນຕໍ່ໜ້າທີ່ວຽກງານປ້ອງກັນຊາຍແດນ ໂດຍສະເພາະແມ່ນແຂວງສະຫວັນນະເຂດ ແລະ ຍ້ອນຄວາມເປັນຫ່ວງເປັນໄຍຂອງກະຊວງປ້ອງກັນປະເທດ ທີ່
ມີຕໍ່ກົມກອງທະຫານຊາຍແດນ ທີ່ມີຄວາມຫຍຸ້ງຍາກດ້ານພາຫະນະຮັບໃຊ້ໃນການເຄື່ອນໄຫວລາດຕະເວນຕາມຂອບເຂດຊາຍແດນລະຫ່ວາງຊາດ ພ້ອມນີ້ສະຫາຍຍັງ
ໄດ້ເນັ້ນໜັກໃຫ້ແຕ່ລະກົມກອງ ແລະ ນັກຂັບຂີີ່ແຕ່ລະສະຫາຍຈົ່ງຊ່ວຍກັນນຳໃຊ້ລົດໃຫ້ເໝາະສົມກັບວຽກຕົວຈິງ ພ້ອມທັງເອົາໃຈໃສ່ບົວລະບັດປົກປັກຮັກສາກວດກາ
ສະພາບເຕັກນິກລົດເປັນປະຈຳ ເພື່ອຮັບປະກັນໃນເວລາໃຊ້ວຽກໃຫ້ໄດ້ຮັບຜົນດີ. ຈາກນັ້ນກໍໄດ້ມອບ-ຮັບລົດອູອັອດ 469 ໃຫ້ແຕ່ລະກອງຮ້ອຍທະຫານຊາຍແດນ ຈຳ
ນວນ 7 ກົມກອງ, ກົມກອງລະ 1 ຄັນ.