ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ນຳ​ໃຊ້​ທຸກ​ກຳລັງ ​ແລະ ທ່າ​ແຮງ
​ເຂົ້າ​ໃນ​ການ​ກອບ​ກູ້​ໄພ​ນ້ຳຖວ້ມຢູ່ ​ແຂວງ ພາກ​ກາງ ​ແລະ ພາກ​ໃຕ້


ພາບມູມສູງສະພາບນໍ້າຖ້ວມ ເຂດເມືອງຄົງເຊໂດນ ແຂວງສາລະວັນ

     ເນື່ອງຈາກອິດທິພົນຂອງລົມພາຍຸໜູນເຂດຮ້ອນໂພດູ ແລະ ລົມ ພາຍຸ ກາຈິກີ, ຫົວທີ 14 ມີຈຸດສູນ ກາງ 15.9 ອົງສາເໜືອ, ເສັ້ນ ແວງ 107.1 ອົງສາ ຕາເວັນອອກ
ສືບຕໍ່ຜັດຜ່ານບັນດາ ແຂວງ ພາກກາງ ແລະ ພາກໃຕ້ ເຮັດໃຫ້ມີຝົນຕົກໜັກ ແລະ ເກີດນໍ້າຖ້ວມຢູ່ 6 ແຂວງພາກກາງ ແລະ ພາກໃຕ້ ເຊັ່ນ: ແຂວງຄຳມ່ວນ, ສະຫວັນນະ
ເຂດ, ຈຳປາສັກ, ສາລະວັນ, ອັດຕະປື ແລະ ແຂວງເຊກອງ, ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນໃນ 37 ເມືອງ, 788 ບ້ານ.

     ປະຊາຊົນຍົກຍ້າຍ 3.400 ກວ່າ ຄອບຄົວ, ສ້າງຄວາມເສຍຫາຍຕໍ່ບ້ານເຮືອນ, ເນື້ອທີ່ນາຂອງປະຊາຊົນ 130.569 ກວ່າເຮັກຕາ, ຊົນລະປະທານ 26 ແຫ່ງ, ຂົວ 6
ແຫ່ງ, ໂຮງຮຽນ 45 ແຫ່ງ, ສຸກສາລາ 2 ແຫ່ງ. ໃນນີ້ມີຜູ້ເສຍຊີວິດ 2 ຄົນ ຢູ່ແຂວງສະຫວັນນະເຂດ ແລະ ຈຳປາສັກ ແລະ ສູນຫາຍ 2 ຄົນ ຢູ່ແຂວງຈຳປາສັກ.

     ຈາກສະພາບການດັ່ງກ່າວ ກະຊວງປ້ອງກັນປະເທດ ໄດ້ມອບໃຫ້ກົມໃຫຍ່ເສນາທິການ ກອງທັບ ເປັນເຈົ້າການຊີ້ນຳບັນດາ ກົມກອງ ຢູ່ແຕ່ລະທ້ອງຖິ່ນຈັດຕັ້ງກຳລັງ
ແລະ ນຳໃຊ້ພາຫະນະອຸປະກອນຂອງບັນດາກົມກອງເຂົ້າໄປກອບກູ້ໄພຊ່ວຍເຫຼືອ ຍົກຍ້າຍປະຊາຊົນອອກຈາກບ່ອນນໍ້າຖ້ວມໄປຢູ່ບ່ອນທີ່ປອດໄພ ຢ່າງຮີບດ່ວນ ແລະ ຊ່ວຍ
ເຫຼືອປະຊາຊົນດ້ວຍຄວາມອົດທົນ ແລະ ຂະຫຍັນຂັນແຂງ, ເຊິ່ງໃນນັ້ນ ກອງພົນທີ 4, ນຳໃຊ້ກຳລັງຈຳນວນ 9 ສະຫາຍ ໃຊ້ເຮືອທ້ອງແບນ 5 ລຳ, ລົດຂົນສົ່ງ 5 ຄັນ ໄປ
ຊ່ວຍ ແຂວງສາລະວັນ. ປັດຈຸບັນກອງ ພົນດັ່ງກ່າວຍັງໄດ້ກະກຽມກຳລັງລໍຖ້າຢູ່ ກອງພັນໃຫຍ່ 401 ຈຳນວນ 300 ສະຫາຍ ແລະ ກະກຽມ 200 ສະຫາຍ ຢູ່ບັນດາ ກອງ
ພັນນ້ອຍ, ດ້ານພາຫະນະມີລົດເຮືອເປເຕແອັດ 2 ຄັນ, ເຮືອ ທ້ອງແບນ 1 ລຳ, ກອງພົນທີ 5, ນຳໃຊ້ກຳລັງຈຳນວນ 400 ສະຫາຍ, ເຮືອ 6 ລຳ, ລົດຂົນສົ່ງ 4 ຄັນ ໄປຊ່ວຍ
ແຂວງ ຈຳປາສັກ ແລະ ແຂວງ ສາລະວັນ, ກອງບັນຊາການທະຫານ ແຂວງ ຄຳມ່ວນ ໄດ້ນຳໃຊ້ກຳລັງຂອງບັນດາ ກອງພັນນ້ອຍ ແລະ ກອງບັນຊາການທະຫານເມືອງແຕ່
ລະເມືອງ ຈຳນວນ 704 ສະຫາຍ ພ້ອມລົດ ຂົນສົ່ງ ຈຳນວນ 6 ຄັນ ເຮືອ 4 ລຳ ໄປຊ່ວຍປະຊາຊົນ ໃນ 6 ເມືອງ ທີ່ຖືກນໍ້າຖ້ວມ, ກອງບັນຊາການທະຫານ ແຂວງ ສະຫວັນ
ນະເຂດ, ໄດ້ ນຳໃຊ້ກຳລັງຂອງບັນດາ ກອງພັນນ້ອຍ ແລະ ກອງບັນຊາການທະຫານ ເມືອງບັນດາເມືອງຈຳນວນ 400 ສະຫາຍ, ພ້ອມລົດຂົນສົ່ງ ຈຳນວນ 12 ຄັນ, ໄປ
ຊ່ວຍປະຊາຊົນໃນ 10 ເມືອງ ທີ່ຖືກນໍ້າຖ້ວມ, ກອງບັນຊາການທະຫານ ແຂວງ ສາລະວັນ ນຳໃຊ້ກຳລັງຂອງບັນດາ ກອງພັນນ້ອຍ ແລະ ກອງບັນຊາການ ບັນດາເມືອງ
ຕ່າງໆ ຈຳນວນ 350 ສະຫາຍ ພ້ອມລົດຂົນສົ່ງຈຳນວນ 6 ຄັນ, ສົມທົບກັບກອງພົນ ທີ 5 ແລະ ກອງພົນທີ 4 ໄປຊ່ວຍປະຊາຊົນໃນ 3 ເມືອງ ທີ່ຖືກນໍ້າຖ້ວມ, ກອງບັນ
ຊາການທະຫານ ແຂວງຈຳປາສັກ, ນຳໃຊ້ກຳລັງຂອງບັນດາ ກອງພັນນ້ອຍ ແລະ ກອງບັນຊາການ ທະຫານເມືອງ ຕ່າງໆຂອງ​ແຂວງຈຳນວນ 350 ສະຫາຍ ພ້ອມລົດຂົນ
ສົ່ງ ຈຳນວນ 8 ຄັນ ສົມທົບກັບກອງພົນທີ 5 ແລະ ໂຮງຮຽນາຍສິບເລກ 2 ວຽງໄຊ ໄປຊ່ວຍປະຊາຊົນໃນ 10 ເມືອງທີ່ຖືກນໍ້າຖ້ວມ, ກອງບັນຊາການ ທະຫານແຂວງເຊ
ກອງ, ນຳໃຊ້ກຳລັງຂອງບັນດາ ກອງພັນນ້ອຍ ແລະ ກອງບັນຊາການ ທະຫານເມືອງ ແຕ່ລະເມືອງ ຈຳນວນ 250 ສະຫາຍ ພ້ອມລົດຂົນສົ່ງ ຈຳນວນ 6 ຄັນ, ໄປຊ່ວຍ ປະ
ຊາຊົນໃນ 4 ເມືອງ ທີ່ຖືກນໍ້າຖ້ວມ ແລະ ກອງບັນຊາການ ທະຫານ ແຂວງ ອັດຕະປື, ນຳໃຊ້ກຳລັງຂອງບັນດາ ກອງພັນນ້ອຍ ແລະ ບັນດາ ກອງບັນຊາການທະຫານເມືອງ
ບັນດາເມືອງ ຈຳນວນ 150 ສະຫາຍ ພ້ອມລົດຂົນສົ່ງ ຈຳນວນ 4 ຄັນ ໄປຊ່ວຍປະຊາຊົນ ໃນ 5 ເມືອງທີ່ຖືກນໍ້າຖ້ວມ.

     ສັງລວມການນຳໃຊ້ກຳລັງແຕ່ ວັນທີ 29/8-4/9/2019 ທັງໝົດ ທີ່ລົງຊ່ວຍປະຊາຊົນໃນ 6 ແຂວງ ຈຳນວນ 2.200 ກວ່າສະຫາຍ. ນອກນີ້ຍັງໄດ້ກຽມພ້ອມນຳໃຊ້
ກຳລັງ ຈຳນວນ 5.000 ສະຫາຍ, ເຮືອທຸກຊະນິດ 40 ລຳ, ລົດຂົນສົ່ງ 50 ຄັນ, ຍົນ ຂຶ້ນຊື່ Mi 17 ຈຳນວນ 3 ລຳ, ຍົນ MA-600 ຈຳນວນ 1 ລຳ.