ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າ ກົມ​ທະຫານຊາຍ​ແດນ ລົງ​ຢ້ຽມຢາມ​ກອງຮ້ອຍ​ທະຫານ​ຊາຍ​ແດນ 157


ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມກອງຮ້ອຍທະຫານຊາຍແດນ 157

     ໃນວັນທີ 29 ກໍລະກົດ ຜ່ານມານີ້, ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ກຳມະການຄະນະພັກ ກົມໃຫຍ່ເສນາທິການ ຫົວໜ້າ ກົມທະຫານຊາຍແດນ ກົມໃຫຍ່
ເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ພົບປະໂອລົມພະນັກງານ-ນັກຮົບ ກອງຮ້ອຍທະຫານຊາຍແດນ 157 ທະຫານ ແຂວງໄຊຍະບູລີ, ໂດຍມີສະ
ຫາຍ ພັນເອກ ກູດ ພົມມາ ຫົວໜ້າ ການທະຫານກອງບັນຊາການທະຫານແຂວງໄຊຍະບູລີ ແລະ ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບພາຍໃນກອງ
ຮ້ອຍໃຫ້ການຕ້ອນຮັບ.

     ໂອກາດນີ້, ສະຫາຍ ພັນຕີ ຄຳໄຕ ເທບປະຫຼັດ ຫົວໜ້າ ການທະຫານກອງຮ້ອຍທະຫານຊາຍແດນ 157 ກໍໄດ້ລາຍງານໃຫ້ຊາບສະພາບການໂດຍລວມຂອງ ກົມກອງ
ຜ່ານການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະເຄື່ອນໄຫວ ລາດຕະເວນຕາມບໍລິເວນຊາຍແດນຂອບເຂດກົມກອງຮັບຜິດຊອບ ເຊິ່ງໄດ້ເຮັດໃຫ້ສະພາບມີ ຄວາມເປັນລະບຽບ
ຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພໂດຍພື້ນຖານ.

     ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ໄດ້ມີຄໍາເຫັນໂອ້ລົມຕໍ່ຄະນະພັກ-ຄະນະບັນຊາ ແລະພະນັກງານ-ນັກຮົບກອງຮ້ອຍທະຫານຊາຍແດນ 157 ເຊິ່ງສະຫາຍ ໄດ້ສະ
ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກົມກອງຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາກອງຮ້ອຍທະຫານຊາຍແດນ 157, ສືບຕໍ່ເອົາ
ໃຈໃສ່ສຶກສາອົບຮົມການເມືອງນໍາພາ-ແນວຄິດໃຫ້ພະນັກງານ-ນັກຮົບເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ຮູ້ຈໍາແນກໄດ້ມິດສັດຕູຢ່າງຈະແຈ້ງ, ເອົາໃຈໃສ່ເຝິກແອບຮ່ຳ
ຮຽນສິລະປະຍຸດ-ຍຸດທະວິທີ ໃຫ້ຊໍານານຄ່ອງແຄ້ວ, ເປັນເຈົ້າການປ້ອງກັນເວນຍາມລຽບຕາມຊາຍແດນຢ່າງເປັນປົກກະຕິ, ຖ້າພົບເຫັນສິ່ງທີ່ຜິດປົກກະຕິໃຫ້ຮີບຮ້ອນລາຍ
ງານຂັ້ນເທິງ ເພື່ອແກ້ໄຂໃຫ້ທັນກັບສະພາບການ, ສືບຕໍ່ຊຸກຍູ້ຂະບວນການເພີ່ມພູນຜະລິດຜົນຕາມທິດນໍາເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນ
ເອງທີ່ຂັ້ນເທິງວາງອອກໃຫ້ມີການຮັບປະກັນດີ. ຈາກນັ້ນ, ສະຫາຍ ຫົວໜ້າ ກົມທະຫານ ຊາຍແດນ ພ້ອມດ້ວຍຄະນະກໍໄດ້ສືບຕໍ່ລົງຢ້ຽມຢາມກອງຮ້ອຍທະຫານຊາຍແດນ
159, ປ້ອມນໍ້າພຽງ, ປ້ອມພູວຽງ 1, ປ້ອມພູວຽງ 2 ແລະ ກອງຮ້ອຍທະຫານຊາຍແດນ 156, ໃນການລົງຢ້ຽມຢາມແຕ່ລະບ່ອນນັ້ນ ສະຫາຍ ຫົວໜ້າ ກົມທະຫານຊາຍ
ແດນ ຍັງໄດ້ນຳເອົາບານເຕະ, ບານສົ່ງ ແລະ ກະຕໍ້ ມາມອບໃຫ້ແຕ່ລະກອງຮ້ອຍອີກດ້ວຍ.