ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຊາວໜຸ່ມທະຫານແຂວງ ໄຊຍະບູລີ ປະຕິບັດຂໍ້ແຂ່ງຂັນ 4 ບຸກ


     ອີງໃສ່ບົດສະຫຼຸບປະຈຳປີ 2017 ແລະ ທິດທາງແຜນການປະຈຳປີ 2018 ຂອງພະແນກຊາວໜຸ່ມກອງບັນຊາການທະຫານແຂວງ ໄຊຍະບູລີ ສະເໜີຕໍ່ກອງປະຊຸມສະ
ຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ. ໃນ 1 ປີຜ່ານມາ ເຫັນວ່າມີທ່າກ້າວຂະຫຍາຍຕົວດິຕໍ່ເນື່ອງຍ້ອນໄດ້ຮັບການຊີ້ນຳ-ນຳພາຈາກສູນກາງຊາວໜຸ່ມປະຊາຊົນປະຕິ
ວັດລາວ ກໍຄືຄະນະບໍລິຫານງານຊາວໜຸ່ມແຂວງບວກກັບຄະນະພັກ-ຄະນະບັນຊາກອງບັນຊາການ ແລະ ກົມກອງຮາກຖານແຕ່ລະຂັ້ນທີ່ເຫັນໄດ້ຄວາມໝາຍຄວາມສຳຄັນ
ຂອງວຽກງານດັ່ງກ່າວໂດຍປີ່ນອ້ອມເນື້ອໃນຂໍ້ແຂ່ງຂັນ 4 ບຸກທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ.

     ສະຫາຍ ພັນຕີ ສົມບຸ ດີເພັດໄທ ຄະນະບໍລິຫານງານຊາວໜຸ່ມແຂວງຫົວໜ້າພະແນກຊາວໜຸ່ມ ກອງບັນຊາການທະຫານແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິ
ບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກຢູ່ທະຫານແຂວງ ໄຊຍະບູລີ ແມ່ນດຳເນິນໄປດ້ວຍຄວາມຫ້າວຫັນຕິດພັນກັບໜ້າທີ່ການເມືອງຂອງກົມກອງ ແລະ ໄດ້ຮັບການຊີ້ນຳ-ນຳພາ
ໂດຍກົງຮອບດ້ານຈາກຫ້ອງການເມືອງທະຫານແຂວງ ກໍຄືຫ້ອງການຊາວໜຸ່ມກະຊວງປ້ອງກັນປະເທດ ເຊິ່ງສັງຮວມແລ້ວຍ້ອນຄະນະໜ່ວຍຊາວໜຸ່ມແຕ່ລະໜ່ວຍໄດ້ເອົາ
ໃຈໃສ່ຢ່າງຕັ້ງໜ້າເຮັດວຽກງານສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ບັນດາສະມາຊິກຊາວໜຸ່ມພາຍໃນໜ່ວຍຂອງຕົນ ໃຫ້ເຊື່ອມຊຶມກຳແໜ້ນຕໍ່ແນວທາງນະໂຍ
ບາຍຂອງພັກ-ລັດປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບ ແລະ ຂອງຊາວໜຸ່ມໄດ້ດີຈຶ່ງເຮັດໃຫ້ທຸກຄົນມີແນວຄິດຕື່ນຕົວປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ
ຂອງກົມກອງປະກອບສ່ວນສ້າງຂະບວນການຂໍ້ແຂ່ງຂັນ 4 ບຸກບັນລຸໄດ້ 95%. ບຸກທາງດ້ານການເຝິກຝົນຫຼໍ່ຫຼອມ-ການຮໍ່າຮຽນບັນລຸໄດ້  93%, ບຸກທາງດ້ານການຈັດ
ຕັ້ງບັນລຸໄດ້ 90%, ບຸກທາງດ້ານວິຊາຊີບສ້າງວຽກເຮັດງານທຳໄດ້ 92%, ຕີລາຄາແບ່ງປະເພດໃນ 1 ປີຜ່ານມາມີຄະນະບໍລິຫານງານໜ່ວຍນຳໜ້າ 4 ບຸກປະ​ເພດແຂງ 6
ໜ່ວຍ, ໜ່ວຍຊາວໜຸ່ມແຂງ 26 ໜ່ວຍ, ໜ່ວຍຮາກຖານແຂງ 23 ໜ່ວຍ, ປະເພດສະມາຊິກແຂງ 920 ສະຫາຍ, ກາງ 166 ສະຫາຍ.

     ໄປຄ່ຽງຄູ່ກັບວຽກງານດັ່ງກ່າວ ພະແນກຊາວໜຸ່ມພວກເຮົາຍັງໄດ້ພ້ອມກັນສຸ່ມໃສ່ປະຕິບັດນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງກະ
ຕຸກຊຸກຍູ້ພະນັກງານສະມາຊິກຊາວໜຸ່ມສ້າງຂະບວນການປູກຝັງ-ລ້ຽງສັດສາມາດລ້ຽງງົວ​ໄດ້ 41 ໂຕ, ແບ້ 28 ໂຕ, ປ່ອຍປາ​ໄດ້ 46.800 ໂຕ, ສັດປີກ 4.337 ໂຕ, ລ້ຽງ
ໝູ 196 ໂຕ, ລ້ຽງກົບ 6.500 ໂຕ.