ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນ 564 ກອງພົນທີ 5 ຍົກ​ສູງ​ຄຳ​ຂັວນ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ
​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ


     ເພື່ອຮັບປະກັນໃຫ້ພະນັກງານ-ນັກຮົບ ໃນກົມກອງມີຊີວິດການເປັນຢູ່ທີ່ດີຂຶ້ນ, ມີລະບຽບແບບແຜນ ພ້ອມກັນເຮັດສໍາເລັດໜ້າທີ່ໃນພາລະກິດປົກປັກ
ຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນນີ້, ກອງພັນ 564 ກອງພົນທີ 5 ແມ່ນກົມກອງໜຶ່ງທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມຄໍາຂວັນທີ່ວ່າ: ເພິ່ງ
ຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເຊິ່ງວຽກງານດັ່ງກ່າວແມ່ນວຽກງານໜຶ່ງທີ່ນອນຢູ່ໃນ 4 ໜ້າທີ່ ໃຫຍ່ 26 ແຜນງານທີ່ຄະນະ
ພັກ ກະຊວງປ້ອງກັນປະເທດ ວາງອອກ ແລະ ກົມກອງນໍາມາຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ເພື່ອສ້າງໃຫ້ພະນັກງານ-ນັກຮົບມີຊິວີດທີ່ດີຂຶ້ນ.

     ສະຫາຍ ພັນຕີ ຄໍາແກ້ວ ເພັງສະຫວັນ ຫົວໜ້າ ການເມືອງກອງພັນ 564 ໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດຊີ້ນໍາ ຂອງຂັ້ນເທິງກ່ຽວກັບວຽກງານການ
ສ້າງເສດຖະກິດ-ແກ້ໄຂຊີວິດ ການເປັນຢູ່ ຕາມທິດນໍາເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ໃນນີ້, ຄະນະພັກ-ຄະນະບັນຊາ ໄດ້
ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ຊີ້ນໍາໃຫ້ພະນັກງານ-ນັກຮົບພາຍໃນກົມກອງ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບວຽກງານ ດັ່ງກ່າວ ແລະ ພ້ອມກັນຈັດ
ຕັ້ງປະຕິບັດໃຫ້ເປັນຂະບວນການຟົດຟື້ນ. ໃນນີ້, ກົມກອງໃດ້ສຸມໃສ່ການສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ ພ້ອມກັນສຸມໃສ່ປູກມັນຕົ້ນຈໍານວນ
20 ເຮັກຕາ ປູກພືດຜັກລົ້ມລຸກຊະນິດຕ່າງໆ ໄດ້ 16.850 ກິໂລ, ລ້ຽງສັດປີກປະເພດ ເປັດ ໄກ່ ຈໍານວນ 630 ກວ່າໂຕ, ລ້ຽງສັດໃຫຍ່ປະ ເພດງົວ 6 ໂຕ,
ລ້ຽງໝູ 15 ໂຕ ລ້ຽງປາຈໍານວນ 2 ໜອງປ່ອຍ ປາ 3.000 ກວ່າໂຕ.

     ນອກນັ້ນ ກົມກອງຍັງໄດ້ຊອກແຫຼ່ງລາຍຮັບຈາກການບໍລິການອື່ນໆ ເຊັ່ນ: ໄດ້ຈາກການຂາຍເຂົ້ານາ ປີ 28.000.000 ກີບ, ໄດ້ຈາກການຂາຍເຄື່ອງ
ຍ່ອຍ 13.000.000 ກີບ ໄດ້ຈາກການ ຕັດຜົມ 12.000.000 ກີບ, ໄດ້ຈາກການຂາຍພືດຜັກຊະນິດຕ່າງໆ 10.765.000 ກີບ ໄດ້ຈາກການບໍລິການ
10.000.000 ກີບ ລວມລາຍຮັບໃນປີຜ່ານມາ ສາມາດສ້າງລາຍຮັບເຂົ້າກົມກອງໄດ້ 104.478.000 ກີບ, ສະເລ່ຍໃສ່ບຸກຄົນໄດ້ 800.000 ກີບຕໍ່ຄົນ
ຕໍ່ປີ, ທຽບໃສ່ແຜນການປະຕິບັດໄດ້ 75%.

     ສະຫາຍ ພັນຕີ ຄຳແກ້ວ ເພັງສະຫວັນ ຍັງໃຫ້ຮູ້ຕື່ມອີກວ່າ: ໃນປີຕໍ່ໜ້ານີ້, ຄະນະພັກ-ຄະນະບັນຊາ ພວກເຮົາຈະໄດ້ສຸມໃສ່ປູກເຂົ້າໃຫ້ກຸ້ມກິນ 2 ເດືອນ
ຂຶ້ນໄປຮັບປະກັນຊີ້ນ-ປາອາຫານໃຫ້ໄດ້ 60% ຂຶ້ນໄປ ແລະ ພືດຜັກໃຫ້ໄດ້ 70%, ຮັບປະ ກັນໃຫ້ນາຍ ແລະ ພົນທະຫານກຸ້ມຕົນເອງໄດ້ 90%, ຕິດພັນ
ກັບ ວຽກງານ ການສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ກົມກອງ ຍັງຈະໄດ້ເອົາໃຈໃສ່ປັບປຸງ ກໍ່ສ້າງພື້ນຖານ ໂຄງລ່າງເຊັ່ນ: ຕິດໄຟເຍືອງຕາມເສັ້ນທາງ,
ອ້ອມຄ້າຍ, ຕິດປ້າຍປາໂນຄໍາຂວັນຄະຕິເຕືອນໃຈຕາມສອງຝາກຂ້າງ ທາງພາຍໃນກົມກອງ 10 ປາໂນ, ກໍ່ສ້າງຫ້ອງການກອງພັນຫຼັງໃໝ່ ແບບຖາວອນຈໍາ
ນວນ 1 ຫຼັງ, ເຮັດຫ້ອງການກອງຮ້ອຍຈໍານວນ 3 ຫຼັງ ເຮັດຫ້ອງການໜວດລົດ ຈໍານວນ 1 ຫຼັງ, ກໍ່ສ້າງເຮືອນມ້ຽນລົດໃຫຍ່ຈໍານວນ 1 ຫຼັງ, ກໍ່ສ້າງເຮືອນ
ມ້ຽນລົດຈັກໃຫ້ແຕ່ລະກອງຮ້ອຍ ຈໍານວນ 4 ຫຼັງ, ປັບປຸງລະບົບເຮືອນນອນໂສດຈໍານວນ 3 ຫຼັງ, ປູກດອກໄມ້ປະດັບປະດາຕາມເສັ້ນທາງເຂົ້າຄ້າຍ ໃຫ້ສະ
ອາດຈົບງາມຕາມແບບວັດທະນະທຳຂຶ້ນເປັນກ້າວໆ.

     ຈາກຜົນງານທີ່ກ່າວມາຂ້າງເທິງນັ້ນຍ້ອນ ຄະນະພັກ-ຄະນະບັນຊາຂັ້ນເທິງໄດ້ ຊີ້ນໍາຢ່າງໃກ້ຊິດເຮັດໃຫ້ຂະບວນການດ້ານຕ່າງໆ ໄດ້ຮັບການປັບປຸງດີ
ຂຶ້ນເປັນກ້າວໆ. ທັງນີ້ ກໍເພື່ອເປັນຜົນງານຂຳ່ນັບຮັບຕ້ອນວັນສໍາຄັນຂອງຊາດ, ຂອງກອງທັບເວົ້າລວມ ເວົ້າສະເພາະ ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ
66 ປີ, ວັນສ້າງຕັ້ງກອງພົນທີ 5 ຄົບຮອບ 39 ປີ ໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງ.