ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານ​ກົມມະ​ດຳ ປິດ​ຊຸດ​ອົບຮົມ​ວຽກງານ​
ການ​ເມືອງ - ການ​ທະຫານ ລະ​ບົບ 6 ​ເດືອນ ຊຸດ​ທີ 3


ສະຫາຍ ພົນຈັດຕະວາ ບຸນຈັນ ລາດຊະວົງ ເປັນກຽດຂຶ້ນມອບໃບປະກາສະນີຍະບັດ

     ໃນທ້າຍເດືອນມັງກອນ ຜ່ານມານີ້, ວິທະຍາຄານກົມມະດຳ ໄດ້ຈັດຕັ້ງປິດຊຸດອົບຮົມວຽກງານ ການເມືອງ - ການທະຫານ ໄລຍະສັ້ນໃຫ້ແກ່ພະນັກ
ງານນຳພາ - ບັນຊາ ລະບົບ 6 ເດືອນ ຊຸດທີ 3 ປະ ຈຳປີ 2019 - 2020, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກຳມະການ
ຄະນະພັກກະຊວງ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນຈັດຕະວາ ບຸນຈັນ ລາດຊະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ
ຫົວໜ້າ ການທະຫານ ວກ ພ້ອມດ້ວຍຄະນະ ແລະ ຕາງໜ້າບັນດາກຸ່ມ, ຄະນະຫ້ອງ, ຄະນະກອງພັນ, ຄະນະວິຊາ, ພະແນກການ ພ້ອມດ້ວຍນັກຮຽນ - ນັກ
ສຶກສາເຂົ້າຮ່ວມ.

     ສະຫາຍ ພັນເອກ ສັງມະນີ ຈິດລະວົງ ຮອງອຳນວຍການ ຫົວໜ້າ ຫ້ອງອົບຮົມ - ກໍ່ສ້າງ ວກ ໄດ້ຂຶ້ນຜ່ານບົດສະຫຼຸບຜ່ານການຈັດຕັ້ງເປີດຊຸດອົບຮົມ
ໄລຍະສັ້ນໃຫ້ພະນັກງານນຳພາ - ບັນຊາ ຊຸດທີ 3 ໃຫ້ຮູ້ວ່າ: ໂດຍອີງໃສ່ຂໍ້ຕົກລົງຂອງ ກົມໃຫຍ່ການເມືອງກອງທັບ ສະບັບເລກທີ 5765/ກມທ, ລົງວັນທີ
6/12/2013 ວ່າດ້ວຍການອະນຸມັດໃຫ້ພະນັກງານກອງທັບປະຊາຊົນລາວເຂົ້າບຳລຸງວຽກງານການເມືອງ -ການທະຫານ ໄລຍະ 180 ວັນ ແລະ ຂໍ້ຕົກລົງ
ຂອງກົມໃຫຍ່ເສນາທິການກອງທັບ ສະບັບເລກທີ 14/ກສນ ລົງວັນທີ 6 ມັງກອນ 2020 ວ່າດ້ວຍການຕົກລົງໃຫ້ວິທະຍາຄານກົມມະດຳ ຈັດຕັ້ງພິທີປິດ
ຊຸດບຳລຸງໃຫ້ແກ່ພະນັກງານບັນຊາ - ນຳພາ ລະບົບ 6 ເດືອນ ຊຸດທີ 1 ໃຫ້ແກ່ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນໃຫ້ມີຄວາມເຕີບໃຫຍ່, ເຂັ້ມແຂງ ເພື່ອຮັບ
ໃຊ້ໜ້າທີ່ການເມືອງຂອງກົມກອງໃຫ້ໄດ້ເປັນຢ່າງດີ ເຊິ່ງມີນັກເຝິກອົບຮົມເຂົ້າຮ່ວມທັງໝົດ 60 ສະຫາຍ, ມາຈາກກຳລັງຫຼວງ 26 ສະຫາຍ, ມາຈາກກຳລັງ
ທ້ອງຖິ່ນ 34 ສະຫາຍ. ໃນນັ້ນໄດ້ຮັບຄະແນນເກຣດ B ມີ 48 ສະຫາຍ ເທົ່າກັບ 80% ໄດ້ຮັບຄະແນນເກຣດ C+ ມີ 12 ສະຫາຍ ເທົ່າກັບ 20% ຄະ
ແນນລວມໃນຊຸດບຳລຸງ 491 ຄະແນນ, ຄະແນນສະເລ່ຍລວມເທົ່າກັບ 8,18 ຄະແນນ ຈັດອັນດັບແມ່ນຢູ່ໃນຄະແນນເກຣດ B. ພ້ອມດ້ວຍຈັດຕັ້ງມອບ
ໃບປະກາສະນີຍະບັດໃຫ້ແກ່ພະນັກງານທີ່ໄດ້ຮຽນຈົບຫຼັກສູດການຮຽນ - ການສອນໃນຄັ້ງນີ້.

     ໃນໂອກາດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ໄດ້ໃຫ້ການໂອ້ລົມຕໍ່ພິທີ ເຊິ່ງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງພະ
ນັກງານ, ຄູ - ອາຈານ ຕະຫຼອດຮອດຄະນະພັກ - ຄະນະບັນຊາແຕ່ລະສະຫາຍທີ່ໄດ້ພ້ອມກັນເອົາໃຈໃສ່ ແລະ ຈັດຕັ້ງປະຕິບັດຕາມໂຄງການຫຼັກສູດການ
ຮຽນ - ການສອນຢູ່ວິທະຍາຄານແຫ່ງນີ້ ພ້ອມທັງຮຽກຮ້ອງມາຍັງພະນັກງານທີ່ເຂົ້າຮັບການອົບຮົມແຕ່ລະສະຫາຍ ຈົ່ງພ້ອມກັນນຳເອົາບົດຮຽນທາງດ້ານ
ທິດສະດີຫຼັກການ ແລະ ພຶດຕິກຳຕົວຈິງນຳຄູ - ອາຈານ ເພື່ອນຳເອົາໄປຈັດຕັ້ງຜັນຂະຫຍາຍໃຫ້ສອດຄ່ອງກັບໜ້າທີ່ການເມືອງຕົວຈິງຢູ່ບັນດາກົມກອງ
ຮາກຖານຂອງໃຜລາວໃຫ້ມີປະສິດທິຜົນສູງ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.