ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນ 941 ສຸມໃສ່ວຽກງານປູກຝັງ-ລ້ຽງສັດ


ສວນ​ຜັກ​ໃນ​ເຮືອນ​ຮົ່ມຂອງກອງພັນ 903

     ຕະຫຼອດໄລຍະທີ່ຜ່ານມາ ຄະນະພັກ-ຄະນະບັນຊາກອງພັນ 903 ທີ່ຂຶ້ນກັບກອງພັນໃຫຍ່ 941 ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກ
ງານ-ນັກຮົບທົ່ວກົມກອງໄດ້ຢ່າງທົ່ວເຖິງ, ເອົາໃຈໃສ່ປຸກລະດົມຊຸກຍູ້ໃຫ້ແຕ່ລະສະຫາຍເປັນເຈົ້າການເຂົ້າຮ່ວມຂະບວນການດ້ານຕ່າງໆ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26
ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເຮັດໃຫ້ສະພາບຢູ່ພາຍໃນກົມກອງ ແລະ ຂອບເຂດຮັບຜິດຊອບມີຄວາມສະຫງົບ ນອກນີ້ຍັງເອົາໃຈໃສ່ຕໍ່ວຽກງານ
ການສ້າງພະລາທິການ ກັບທີ່ບົນພື້ນຖານອີງໃສ່ເງື່ອນໄຂ ແລະ ທ່າແຮງບົ່ມຊ້ອນເປັນສຳຄັນໃນນີ້ໄດ້ປັບປຸງສຳນັກງານອົງການ, ເຮືອນນອນ, ເຮືອນຄົວ ແລະ ສະຖານທີ່ອາ
ໄສຕ່າງໆໃຫ້ສະອາດຈົບງາມ, ເປັນລະບຽບຮຽບຮ້ອຍ, ປຸກລະດົມຊຸກຍູ້ໃຫ້ພະນັກງານ-ນັກຮົບປູກຝັງ-ລ້ຽງສັດ ສາມາດຮັບປະກັນສະໜອງພືດຜັກ ແລະ ຊີ້ນປາອາ ຫານ
ເຂົ້າພັນທະ ແລະ ຂາຍສະໜອງເຂົ້າເຮືອນຄົວລວມໄດ້ເປັນປະຈຳ.

     ສະຫາຍ ພັນຕີ ແຫຼ້ ທຳມະວົງ ຫົວໜ້າ ພະລາກອງພັນນ້ອຍ 903 ທີ່ຂຶ້ນກັບກອງພັນໃຫຍ່ 941 ໃຫ້ຮູ້ວ່າ: ຄວາມຈິງແລ້ວກົມກອງຂອງພວກເຮົາແມ່ນເຄີຍມີມູນເຊື້ອ
ນຳໜ້າໃນຂະບວນການປູກຝັງ- ລ້ຽງສັດມາແຕ່ດົນນານແລ້ວ, ພະນັກງານ-ນັກຮົບລ້ວນແຕ່ມີທັດສະນະອອກແຮງງານດຸໝັ່ນຂະຫຍັນພຽນບວກກັບເງື່ອນໄຂຫຼາຍດ້ານ
ເປັນຕົ້ນແມ່ນມີນໍ້າສະດວກເໝາະສົມໃນການປູກຝັງ-ລັດສັດ ໄດ້ເປັນຢ່າງດີເວົ້າສະເພາະໄລຍະທີ່ຜ່ານມາກົມກອງພວກເຮົາສາມາດເກັບກູ້ພືດຜັກຊະນິດຕ່າງໆໃນເຮືອນຮົ່ມ
ໄດ້ 2.923 ກິໂລເປັນເງິນ 10.993.000 ກີບ, ເກັບກູ້ພືດຜັກຕ່າງໆ ນອກເຮືອນຮົ່ມໄດ້ 15.200 ກິໂລ ຄິດເປັນເງິນ 25.200.000 ກີບ, ປູກຫົວສີໄຄໄດ້ 500 ຂຸມ, ປູກ
ໝາກເຜັດໄດ້ 60 ຂຸມ, ລ້ຽງງົວ 2 ໂຕ, ລ້ຽງໝູ ລາດໄດ້ 34 ໂຕ, ລ້ຽງແບ້ 12 ໂຕ, ລ້ຽງໝູພັນ 4 ໂຕ, ລ້ຽງນົກກະທາ 250 ໂຕ, ປ່ອຍປາ 4.500 ໂຕ, ລ້ຽງໝູປ່າຈຳນວນ
ໜຶ່ງ ປັດຈຸບັນໄດ້ເກີດລູກໃໝ່ 10 ໂຕ, ລ້ຽງສັດປີກໄດ້ 1.000 ກວ່າໂຕ, ເຮັດນາປີເນື້ອທີ່ 1,3 ເຮັກຕາ, ສາມາດສ້າງລາຍຮັບເຂົ້າຄັງລວມຈາກການປູກຝັງ-ລ້ຽງສັດ ທັງ
ໝົດ 40.250.000 ກີບ.

     ສຳລັບທິດທາງແຜນການໃນຕໍ່ໜ້າກົມກອງຍັງຈະສືບຕໍ່ສູ້ຊົນປະຕິບັດທິດນຳ "ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ" ດ້ວຍການເສີມຂະ
ຫຍາຍມູນເຊື້ອອັນດີງາມເຂົ້າໃນການລ້ຽງ-ປູກ, ຮັບປະກັນເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃນກົມກອງໄດ້ຮັບການປັບປຸງດີຂຶ້ນ ແລະ ສູ້ຊົນສ້າງພື້ນຖານ
ອັນດີໃຫ້ແກ່ກົມກອງໃນການບັນລຸເປົ້າໝາຍສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ.