ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພຽງ 3 ​ເດືອ​ນປູກ​ຜັກ​ຂາຍ​ໄດ້ 1.200 ກວ່າກິໂລ


ສວນ​ຜັກ​ຂອງ​ນັກຮຽນອຸປະ​ໂພ​ກ ຊຸດ​ທີ 5 ທະຫານ​ແຂວງ ​ໄຊ​ຍະ​ບູລີ

     ໃນໄລຍະ 3 ເດືອນຜ່ານມານີ້, ນັກຮຽນອຸປະໂພກ ຊຸດທີ່ 5 ທະຫານແຂວງ ໄຊຍະບູລີ ສາມາດປູກພຶດ ເພື່ອປ້ອນເຂົ້າເຮືອນຄົວລວມຮັບປະກັບດ້ານຜັກກິນໄດ້ 100%
ແລ້ວຍັງສາມາດສົ່ງຂາຍອອກສູ່ທອງຕະຫຼາດໄດ້ 1.200 ກວ່າກິໂລ.

     ຕົວເລກດັ່ງກ່າວໄດ້ຮັບການເປີດເຜີຍໂດຍ ສະຫາຍ ຮ້ອຍໂທ ລັດຕະພອນ ສຸວັນໄຊ ຜູ້ຮັບຜິດ ຊອບວຽກງານພະລາຂອງໂຮງຮຽນຕໍ່ນັກຂ່າວພວກເຮົາ ໃນວັນ ທີ 29
ຕຸລາ 2019 ນີ້ ສະຫາຍ ໄດ້ກ່າວວ່າ: ໂດຍປະຕິບັດຕາມແຜນການຂອງຄະນະອຳນວຍການໂຮງຮຽນວາງອອກ ນັກຮຽນ 1 ຄົນ ຕ້ອງປູກພັກປະເພດຕ່າງໆປ້ອນໃຫ້ເຮືອນ
ຄົວລວມໃຫ້ໄດ້ 60 ກິໂລ, ຈາກນັ້ນນັກຮຽນກໍໄດ້ແຂ່ງຂັນກັນອອກແຮງງານ ລວມປູກຜັກ ໂດຍຖືເອົາເວລາຫວ່າງຈາກເວລາເລີກຮຽນລົງສວນປູກຜັກປ້ອນເຂົ້າເຮືອນຄົວ
ລວມໄດ້ຕາມແຜນການແລ້ວຍັງສາມາດສົ່ງອອກສູ່ທ້ອງຕະຫຼາດໄດ້ເຖິງ 1.200 ກວ່າກິໂລ.

     ສະຫາຍຜູ້ຮັບຜິດຊອບວຽກງານພະລາຍັງໃຫ້ຮູ້ຕື່ມວ່າ: ສາຍເຫດທີ່ພາໃຫ້ນັກຮຽນປູກພືດຜັກ ເພີ່ມຂຶ້ນລື່ນຄາດໝາຍນັ້ນກໍຍ້ອນຄະນະພັກ-ຄະນະບັນຊາ ໄດ້ເອົາໃຈ
ໃສ່ສຶກສາອົບຮົມ, ປຸກລະດົມຊຸກຍູ້ນັກຮຽນພ້ອມກັນສຸມໃສ່ວຽກງານເພີ່ມພູນຢ່າງເປັນເຈົ້າການມີການຊີ້ນຳ, ສ້າງແຜນການ ແລະ ຈັດຕັ້ງຜະລິດແທດເໝາະກັບສະພາບ
ເງື່ອນໄຂຕົວຈິງຂອງກົມກອງ. ຍ້ອນນັກຮຽນປູກພືດໄດ້ລື່ນແຜນການ ຈຶ່ງເປັນການຫຼຸດຜ່ອນການອອກຕະຫຼາດຂອງໂຮງຮຽນ, ເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ-
ນັກຮົບໃນກົມກອງໄດ້ຮັບການຍົກລະດັບດີຂຶ້ນ ເຊິ່ງມັນໄດ້ສະແດງອອກຄື: ກົມກອງສາມາດຈັດຕັ້ງກິນເຂົ້າລວມໝູ່ ມື້ລະ 3 ຄາບເປັນປົກກະຕິ ແລະ ມີອາຫານບໍ່ຕ່ຳກວ່າ
3 ຢ່າງຕໍ່ຄາບຂຶ້ນໄປ.