ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວຽກງານການຜະລິດຢູ່ ກອງບັນຊາການທະຫານແຂວງ ວຽງຈັນ ດຳເນີນໄປຢ່າງຕັ້ງໜ້າ


ພະນັກງານ-ນັກຮົບ ປັກດຳເຂົ້ານາປີ

     ໂດຍປະຕິບັດຕາມທິດນໍາ 4 ປູກ 4 ລ້ຽງຂອງກົມໃຫຍ່ພະລາທິການກອງທັບ, ກອງບັນຊາການທະຫານແຂວງ ວຽງຈັນ ໄດ້ສຸມໃສ່ຂຸດຄົ້ນທຸກຄວາມສາມາດ ແລະ
ທ່າແຮງບົ່ມຊ້ອນທີ່ມີເຂົ້າໃນການປູກ-ການລ້ຽງ ເພື່ອແກ້ໄຂຊີວິດການເປັນຢູ່ ແລະ ຜະລິດເປັນສິນຄ້າ, ເປັນຕົ້ນສະໜອງນໍ້າດື່ມຮັບໃຊ້ບັນດາກົມກອງອ້ອມຂ້າງກອງບັນຊາ
ການໄດ້ດີພໍສົມຄວນ, ໄດ້ປູກເຂົ້ານາປີໃນເນື້ອທີ່ 395.500 ຕາແມັດ, ຜົນຜະລິດໃຫ້ໄດ້ 88 ໂຕນ, ໄດ້ເຮັດນາແຊງ ໃນເນື້ອທີ່ 64.000 ຕາແມັດ, ຜົນຜະລິດເກັບກູ້ໄດ້
19,167 ໂຕນ ຄິດໄລ່ເປັນເງິນ 47.917.500 ກີບ ທຽບໃສ່ແຜນການປີສາມາດປະຕິບັດໄດ້ 21,78 %, ປູກສາລີ ໃນເນື້ອທີ່ 55.000 ຕາແມັດ, ຜົນຜະລິດໃຫ້ໄດ້ 20
ໂຕນ, ປູກກ້ວຍ ໃນເນື້ອທີ່ 240.000 ຕາແມັດ ຜົນຜະລິດຄິດໄລ່ເປັນເງິນ 33.180.000 ກີບ, ປັດຈຸບັນປະຕິບັດໄດ້ຕົວຈິງ 110.200 ຕາແມັດ ເກັບກູ້ໄດ້ແລ້ວຈໍານວນ
ໜຶ່ງຄິດເປັນເງິນ 16.250.000 ກີບ, ປູກມັນຕົ້ນ 80.000 ຕາແມັດ ຜົນຜະລິດໃຫ້ໄດ້ 48 ໂຕນ, ພືດກິນໃບຕາມແຜນການເນື້ອທີ່ 75.800 ຕາແມັດ, ຜົນຜະລິດໃຫ້
ໄດ້ 30.000 ກິໂລກະກຼາມ ໃນໄລຍະຕົ້ນປີປະຕິບັດໄດ້ເນື້ອທີ່ 40.600 ຕາແມັດ, ຜົນຜະລິດໄດ້ 16.296 ກິໂລກຼາມ ເປັນເງິນ 65.184.000 ກີບ, ໃນນັ້ນນໍາໃຊ້ເຂົ້າ
ເຮືອນຄົວລວມ75 %, ຂາຍອອກ 25 %, ປູກພືດຜັກກິນໝາກ 40.752 ຕາແມັດ, ຜົນຜະລິດໃຫ້ໄດ້ 25.000 ກິໂລກຼາມ ໃນໄລຍະ 6 ເດືອນຕົ້ນປີ 2019 ປະຕິບັດໄດ້
20.600 ຕາແມັດ, ຜົນຜະລິດໄດ້ 12.489 ກິໂລກຼາມຄິດເປັນເງິນ 62.445.000 ກີບ, ທຽບໃສ່ແຜນການປະຕິບັດໄດ້ 49.9 % ໃນນັ້ນໃຊ້ເຂົ້າເຮືອນຄົວລວມ 80%
ຂາຍອອກ 20 %, ປູກຜັກກິນຫົວ, ຮາກ, ໃບ ເນື້ອທີ່ 15.000 ຕາແມັດ, ຜົນຜະລິດໃຫ້ໄດ້ 9.300 ກິໂລກຼາມ ປັດຈຸບັນປະຕິບັດໄດ້ 7.820 ຕາແມັດ ຜົນຜະລິດໄດ້
4.610 ກິໂລກຼາມ ເປັນເງິນ 18.440.000 ກີບ ເທົ່າກັບ 49.5% ສໍາຫລັບພືດຜັກທຸກຊະນິດ ໃນໄລຍະຕົ້ນປີ 2019 ສາມາດຜະລິດໄດ້ທັງໝົດ 33.395 ກິໂລກຼາມ,
ສະເລ່ຍຕໍ່ຫົວຄົນຜູ້ໜຶ່ງສາມາດປະຕິບັດໄດ້ 16,6 ກິໂລກຼາມ, ປູກໄມ້ໃຫ້ໝາກ 30.625 ຕາແມັດ ຈໍານວນ 735 ຕົ້ນ, ປູກໄມ້ອຸດສາຫະກໍາ 10.310 ຕາແມັດ, ຈໍານວນ
315 ຕົ້ນ. ທົ່ວກອງບັນຊາການທະຫານ ແຂວງວຽງຈັນ ມີງົວລ້ຽງຈໍານວນເດີມ 380 ໂຕ, ເພີ່ມຂຶ້ນ 43ໂຕ ເທົ່າກັບ 11 %, ລວມ 423 ໂຕ, ລ້ຽງຄວາຍ 13 ໂຕ, ລ້ຽງ
ໝູ 43 ໂຕ ຫຼຸດລົງ 12 ໂຕ, ຍັງເຫຼືອ 31 ໂຕ (ຈໍາໜ່າຍເຂົ້າເຮືອນຄົວລວມ) ລ້ຽງແບ້ ຈໍານວນ 108 ໂຕ, ເພີ່ມຂຶ້ນ 79 ໂຕ, ລວມ 187 ໂຕ ທຽບໃສ່ແຜນການປີປະຕິບັດ
ໄດ້ 73%, ສັດປີກຈໍານວນ 5.516 ໂຕ ເທົ່າກັບ 71%, ລ້ຽງປາຕາມແຜນການ 300.000 ໂຕ, ລ້ຽງກົບ 10.000 ໂຕ ສັງລວມທົ່ວກົມກອງ ໃນຕົ້ນປີສາມາດສ້າງລາຍ
ຮັບຈາກການປູກຝັງ-ລ້ຽງສັດໄດ້ທັງໝົດ 209.279.000 ກີບ, ນອກນັ້ນກົມກອງໄດ້ສູ້ຊົນໃຫ້ມີພື້ນຖານການຜະລິດ-ທຸລະກິດ ແລະ ການບໍລິການເພື່ອສ້າງແຫຼ່ງລາຍຮັບ
ໃຫ້ກົມກອງໃນ 6 ເດືອນຕົ້ນປີ 2019 ສາມາດສ້າງລາຍຮັບໄດ້ທັງໝົດ 868.739.140 ກີບ.