ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນ​ໃຫຍ່ 661 ​ໄຂ​ຊຸດ​ອົບຮົມ​ວຽກງານ​ໂຄສະນາ-ຂ່າວສານ ຊຸດ​ທີ 1


     ໃນຕອນເຊົ້າວັນທີ 4 ມິຖຸນາ 2019 ນີ້ ກອງພັນໃຫຍ່ 661 ໄດ້ໄຂຊຸດອົບຮົມວຽກງານໂຄສະນາ-ຂ່າວສານ ຊຸດທີ 1 ຂຶ້ນ ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ
ຄຳຂື່ນ ເລີດສະໄຫວ ຮອງຫົວໜ້າກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນເອກ ຄຳສາວ ແກ້ວວິເສດ ຫົວໜ້າກອງບັນນາທິການໜັງສືພິມກອງທັບ
ປະຊາຊົນລາວ ມີຄະນະພັກ-ຄະນະບັນຊາ, ແຂກຖືກເຊີນ, ພະນັກງານ-ຄູອາຈານຕະຫຼອດຮອດນັກເຝິກອົບຮົມເຂົ້າຮ່ວມ.

     ເນື້ອໃນທີ່ນຳມາອົບຮົມໃນຄັ້ງນີ້ປະກອບມີ: ຫຼັກການພື້ນຖານຂອງໜັງສືພິມປະຕິວັດ, ຈັນຍາບັນ 10 ຂໍ້ຂອງນັກຂ່າວ, ວິທີ ຂຽນຂ່າວໃຫ້ຊວນອ່ານ, ວິທີເອົາເອກະ
ສານ ແລະ ເກັບກຳຂໍ້ມູນ, ຫຼັກການຂຽນບົດວຽກດີຄົນເດັ່ນໃນໜັງສືພິມ, ບາງບົດຮຽນກ່ຽວກັບການຂຽນບົດປະເພດຕ່າງໆ ແລະ ທັກສະການເຮັດຂ່າວອອນລາຍ, ການ
ສົ່ງຂ່າວຜ່ານໂທລະສັບມືຖື ແລະ ການແນະນໍາເຕັກນິກການຖ່າຍພາບປະກອບບົດ ແລະ ຂ່າວ. ທັງນີ້ກໍເພື່ອເປັນການປັບປຸງຄືນວຽກງານໂຄສະນາ-ຂ່າວ ສານໃນທົ່ວກອງ
ພັນໃຫຍ່ໃຫ້ມີບັນຍາກາດ ແລະ ເປັນຂະບວນການຢ່າງແຂງແຮງ ແລະ ເພື່ອເປັນການຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ນັກເຝິກອົບຮົມໃນການເກັບກຳຂໍ້ມູນ, ໃນ
ການຂຽນບົດ, ຂ່າວຢູ່ບັນດາກົມກອງຂອງຕົນໃຫ້ໄດ້ຫຼາຍຮູບແບບ ແລະ ຫຼາຍເນື້ອໃນສົ່ງມາລົງໜ້າໜັງສືພິມກອງທັບປະຊາຊົນລາວໃຫ້ເປັນຂະບວນການຟົດຟື້ນຢ່າງຕໍ່
ເນື່ອງ. ບັ້ນອົບຮົມໃນຊຸດນີ້ຈະດຳເນີນໄປເປັນເວລາ12 ວັນຈິ່ງຈະສຳເລັດຕາມແຜນການ.

     ໃນໂອກາດນີ້ ສະຫາຍ ພັນເອກ ຄຳຂື່ນ ເລີດສະໄຫວ ກໍໄດ້ຮຽກຮ້ອງໃຫ້ບັນດານັກເຝິກອົບຮົມທຸກສະຫາຍຈົ່ງພ້ອມກັນເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນ ແລະ ຍາດ
ແຍ່ງເອົາບົດຮຽນນຳຄູ-ອາຈານ, ພ້ອມກັນຍົກສູງຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຍາດແຍ່ງເອົາໂອກາດນີ້ເປັນການເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກ
ງານທີ່ເດັ່ນ ແລະ ນອກຈາກນັກເຝິກອົບຮົມແລ້ວ ຄະນະພັກ-ຄະນະບັນຊາ ກໍຕ້ອງເປັນເຈົ້າການໃນການຊີ້ນຳ-ນຳພາຕິດຕາມເບິ່ງແຍງຢ່າງໃກ້ຊິດຕິດແທດເພື່ອເຮັດໃຫ້ບັ້ນ
ເຝິກອົບຮົມໃນຄັ້ງນີ້ດຳເນີນໄປດ້ວຍຜົນສຳເລັດສູງ.