ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມີ​ມູນ​ເຊື້ອ​ຈາກ​ຄອບຄົວ​ທີ່​ຕິດ​ພັນ​ກັບ​ການ​ປູກຝັງ


ສະຫາຍ ສິບຕີ ອຸ້ຍ ສຸກກະເສີມ

     ການເພີ່ມພູນຜະລິດຜົນແມ່ນວຽກງານໜຶ່ງທີ່ສຳຄັນ ໃນການສ້າງພື້ນຖານການພັດທະນາເສດຖະກິດ ຊີວິດການເປັນຢູ່ຂອງຄົນເຮົາ ໃນສັງຄົມໃຫ້ນັບ
ມື້ດີຂຶ້ນກໍຕ້ອງມີການອອກແຮງງານ ເຊິ່ງເປັນປັດໄຈໃຫ້ແກ່ການພັດທະນາ ຂອງສັງຄົມ ໂດຍສະເພາະພະນັກງານ-ນັກຮົບ ໃນກອງທັບປະຊາຊົນລາວ ທີ່ມີ
ມູນເຊື້ອດຸໝັ່ນຂະຫຍັນພຽນ ເຊິ່ງຍາມໃດກໍປະຕິບັດຕາມທິດນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ກະຕຸກຊຸກຍູ້ໃຫ້ບັນ
ດາກົມກອງທັງກຳລັງຫຼວງ-ກຳລັງທ້ອງຖິ່ນ ໃນທົ່ວກອງທັບແຂ່ງຂັນກັນເພີ່ມພູນຜະລິດຜົນຜະລິດສະບຽງອາຫານສະໜອງເຂົ້າເຮືອນຄົວລວມ ແລະ ຂາຍ
ອອກສູ່ທ້ອງ ຕະຫຼາດ ນັບມື້ຫຼາຍຂຶ້ນ.

     ໃນນີ້, ເວົ້າສະເພາະຢູ່ ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ເປັນສະຖາບັນໜຶ່ງທີ່ມີມູນເຊື້ອອັນດີງາມກ່ຽວກັບການກໍ່ສ້າງພະນັກງານຜູ້ສືບທອດໃຫ້
ແກ່ ກອງທັບປະຊາຊົນລາວ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມສີວິໄລທັງເປັນເບົ້າຫຼໍ່ກໍ່ສ້າງພະນັກງານ ຜູ້ດີເດັ່ນໃຫ້ແກ່
ກອງທັບ, ຄະນະພັກ-ຄະນະອຳນວຍການ ໄດ້ຊຸກຍູ້ໃຫ້ບັນດານັກຮຽນອອກແຮງແຂ່ງຂັນກັນເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດຕາມເງື່ອນໄຂທ່າແຮງບົ່ມ
ຊ້ອນຂອງຕົນ ເຊິ່ງເຫັນວ່າມີໜໍ່ແໜງທີ່ພົ້ນເດັ່ນໜຶ່ງໃນນັ້ນ, ແມ່ນ ສະຫາຍ ສິບຕີ ອຸ້ຍ ສຸກກະເສີມ ນັກຮຽນກໍ່ສ້າງນາຍສິບ, ເຊິ່ງ ສະຫາຍ ມີຖິ່ນກຳເນີດຢູ່
ບ້ານ ມະນີວົງ ເມືອງ ອຸທຸມພອນ ແຂວງ ສະຫວັນນະເຂດ ແລະ ໄດ້ເຂົ້າຢູ່ໃນຖັນແຖວກອງທັບໃນ ວັນທີ 15 ສິງຫາ 2018, ສະຫາຍ ໄດ້ຕັ້ງໜ້າເຝິກຝົນ
ຫຼໍ່ຫຼອມຕົນເອງປະຕິບັດບັນດາຂໍ້ກຳນົດ, ກົດລະບຽບຂອງກອງທັບ ກໍຄືໂຮງຮຽນວາງອອກ ໄດ້ເປັນຢ່າງດີ, ເປັນຕົ້ນແມ່ນຂໍ້ກຳນົດ 7 ລະບອບ 18 ວຽກ
ຂອງກອງທັບປະຊາຊົນລາວຢ່າງເຂັ້ມງວດ, ດຸໝັ່ນຫ້າວຫັນຂະຫຍັນພຽນ ໃນການອອກແຮງງານເພີ່ມພູນຜະລິດຜົນປູກພືດຜັກຕາມລະດູການສະໜອງເຂົ້າ
ເຮືອນຄົວລວມ ເພື່ອແກ້ໄຂຊີ ວິດການເປັນຢູ່ໃຫ້ດີຂຶ້ນ. ໃນສົກຮຽນຜ່ານມາ ນອກຈາກກາ ຮໍ່າຮຽນທີ່ດີແລ້ວ ສະຫາຍ ຍັງໄດ້ຍາດເວລາວ່າງເພີ່ມພູນຜະ
ລິດຜົນ. ໃນນັ້ນໄດ້ປູກຜັກຊະນິດຕ່າງໆ ໄດ້ 650 ກິໂລ ຂາຍເຂົ້າເຮືອນຄົວເປັນເງິນ 1.950.000 ກີບ. ພ້ອມທັງຂາຍໃຫ້ພໍ່ແມ່ປະຊາຊົນຈຳນວນໜຶ່ງເປັນ
ເງິນ 1.590.000 ກີບ.

     ສະຫາຍ ສິບຕີ ອຸ້ຍ ສຸກກະເສີມ ໄດ້ໃຫ້ຮູ້ວ່າ: ການປູກຝັງ ແມ່ນວຽກງານໜຶ່ງທີ່ຕິດພັນກັບຊີວິດປະຈຳວັນຂອງຕົນ ເຖິງແມ່ນວ່າຈະອິດເມື່ອຍແຕ່ກໍ
ບໍ່ເປັນບັນຫາ ເພາະຕົນຊິນເຄີຍເພາະພື້ນຖານຄອບຄົວພໍ່ແມ່ມີມູນເຊື້ອຕິດພັນກັບການປູກຝັງ ຈຶ່ງບໍ່ມີອຸປະສັກ ແລະ ຫຍຸ້ງຍາກຍັງເຮັດໃຫ້ຕົນເອງມີແນວ
ຄິດຮັກ ໃນການອອກແຮງງານເພີ່ມພູນຜະລິດຜົນ ໂດຍຖືເອົາເວລາເລີກຈາກການເຝິກແອບຮໍ່າຮຽນ ມາໝູນໃຊ້ເຂົ້າໃນວຽກງານເພີ່ມພູນ, ຍ້ອນເຫັນໄດ້
ຄວາມສຳຄັນຂອງການປູກຝັງ ເພື່ອເປັນການສ້າງລາຍໄດ້ ແລະ ຫຼຸດຜ່ອນລາຍຈ່າຍທາງຄອບຄົວ ທັງນີ້ກໍຍ້ອນສະພາບແວດລ້ອມເອື້ອອຳນວຍ ແລະ ຄະ
ນະພັກ-ຄະນະອຳນວຍການ ໄດ້ລົງໃກ້ຊິດຕິດແທດຊີ້ນຳຕົວຈິງ ເຮັດໃຫ້ບັນດານັກຮຽນໄດ້ອອກແຮງງານເພີ່ມພູນຜະລິດຜົນ ໄດ້ຮັບການຈັດຕັ້ງປະຕິບັດ
ຢ່າງມີໝາກຜົນ.

     ສະຫາຍ ພັນຕີ ພັດ ພອນມະນີ ຫົວໜ້າ ການເມືອງກອງພັນທີ 3 ( ນາຍສິບ ) ໄດ້ກ່າວວ່າ : ສະຫາຍ ສິບຕີ ອຸ້ຍ ສຸກກະເສີມ ແມ່ນຜູ້ໜຶ່ງທີ່ມີຄວາມ
ດຸໝັ່ນຫ້າວຫັນ ໂດຍສະເພາະທັດສະນະໃນການອອກແຮງງານ. ປະຕິບັດລະບຽບວິໄນໄດ້ດີ ພ້ອມທັງໂດດເດັ່ນໃນການອອກແຮງງານ ເພີ່ມພູນຜະລິດຜົນ
ສ້າງລາຍຮັບໃຫ້ແກ່ຕົນເອງ, ເຊິ່ງໄດ້ເປັນແບບຢ່າງໃຫ້ໝູ່ເພື່ອນໃນການປະຕິບັດບັນດາຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບ ເຊິ່ງ ສະຫາຍ ກໍເຮັດ
ໄດ້ດີທັງມີຄວາມສາມັກຄີກັບໝູ່ເພື່ອນ. ຈາກຜົນງານດັ່ງກ່າວ: ເຮັດໃຫ້ ສະຫາຍ ໄດ້ຮັບການຍ້ອງຍໍ ສັນລະເສີນວ່າ: “ເປັນຜູ້ທີ່ມີຄວາມດຸໝັ່ນຫ້າວຫັນ”
ສົມກັບເປັນແບບຢ່າງໃຫ້ພະນັກງານ-ນັກຮົບ ໃນກົມກອງ.