ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ຕີ້ ພັດທະນາການຊ່າງ ມອບເຂົ້າສານ 1 ໂຕນເຄິ່ງ ໃຫ້ທະຫານແຂວງ ຈຳປາສັກ


ທ່ານ ຕີ້ ພັດທະນາການຊ່າງປາກເຊ ມອບເຂົ້າສານໃຫ້ທະຫານແຂວງ ຈຳປາສັກ

     ໃນຕອນບ່າຍວັນທີ 26 ພະຈິກ 2019 ນີ້້, ທ່ານ ຕີ້ ພັດທະນາການຊ່າງປາກເຊ ພ້ອມດ້ວຍຄອບຄົວ ໄດ້ນຳເອົາເຂົ້າສານໜຽວ ຈຳນວນ 1 ໂຕນເຄິ່ງ ມູນຄ່າ 10 ລ້ານ
ກວ່າກີບ ມາມອບໃຫ້ແກ່ກອງບັນຊາການທະຫານແຂວງ ຈຳປາສັກ ເຊິ່ງຕ່າງໜ້າຄະນະພັກ-ຄະນະບັນຊາກອງບັນຊາການ ກ່າວຮັບໂດຍ ທ່ານ ພັນໂທ ທອງມາ ແພງວິໄລ
ສານ ຄະນະພັກກອງບັນຊາການ ຫົວໜ້າ ຫ້ອງການກອງບັນຊາການ ທະຫານແຂວງ ຈຳປາສັກ ມີຄະນະບັນຊາໃນອົງການ 5 ຫ້ອງເຂົ້າຮ່ວມ.

     ໂອກາດນີ້ ທ່ານ ພັນໂທ ທອງມາ ແພງວິໄລສານ ໄດ້ຕ່າງໜ້າຄະນະກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ພ້ອມທັງມອບໃບກຽດຕິຄຸນໃຫ້ແກ່ ທ່ານ
ຕີ້ ພັດທະນາການຊ່າງປາກເຊ ພ້ອມຄອບຄົວທີ່ໄດ້ນຳເອົາເຂົ້າສານມາມອບໃຫ້ໃນຄັ້ງນີ້ ພ້ອມທັງອວຍພອນໄຊອັນປະເສີດມາຍັງທ່ານ ຈົ່ງມີຄວາມຜາສຸກໃນສ່ວນຕົວ
ແລະ ຄອບຄົວມີຄວາມຈະເລີນກ້າວໜ້າໃນການດຳເນີນທຸລະກິດຂອງທ່ານທຸກ ປະການ.

     ການມອບເຂົ້າສານໃນຄັ້ງນີ້ເປັນການຊຸກຍູ້ປະກອບສ່ວນອັນສຳຄັນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງກົມກອງ ໂດຍສະເພາະວຽກງານເຮັດ
ໃຫ້ຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບ ໂດຍພື້ນຖານ, ເຊິ່ງເຂົ້າຈຳນວນດັ່ງກ່າວແມ່ນຈະໄດ້ນຳໄປມອບໃຫ້ອ້າຍນ້ອງທະຫານຜູ້ເຮັດໜ້າທີ່ປົກປັກຮັກສາເຂດ
ນ້ຳແດນດິນຢູ່ເຂດຫ່າງໄກ ເພື່ອກະຕຸກຊຸກຍູ້ນຳ້ໃຈມານະຈິດປະຕິວັດຂອງເຂົາເຈົ້າໃຫ້ມີຈິດໃຈຟົດຟື້ນຫ້າວຫັນຂຶ້ນຕື່ມ ແລະ ທັງເປັນການປະກອບສ່ວນໃນວຽກງານຂະ
ບວນການດ້ານຕ່າງໆຂອງກົມກອງຕໍ່ການສ້າງຂະບວນການຕ້ອນຮັບວັນສຳຄັນຂອງຊາດ-ຂອງພັກ ແລະ ຂອງກອງທັບຕື່ມອີກ.