ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງດີເດັ່ນດ້ານພະລາທິການ


ໃສ່​ຝຸ່ນ​ສວນ​ຜັກ​ໃນ​ເຮືອນ​ຮົ່ມ

     ກອງຮ້ອຍທີ 1 ຂອງກອງພັນ 415 ທະຫານແຂວງ ຫຼວງພະບາງ ແມ່ນກອງຮ້ອຍໜຶ່ງ ມີຜົນງານດີເດັ່ນຫຼາຍດ້ານ ໂດຍສະເພາະແມ່ນການສ້າງແຫຼ່ງລາຍຮັບເຂົ້າກົມ
ກອງຈົນກາຍເປັນກອງຮ້ອຍທີ່ດີເດັ່ນໃນປີ 2019.

     ສະຫາຍ ພັນຕີ ວົງເດືອນ ສຸອຸໄທ ຫົວໜ້າ ການເມືອງກອງຮ້ອຍທີ 1 ໄດ້ລາຍງານສະພາບພາຍໃນກົມກອງ, ການປະຕິບັດໜ້າທີ່ວຽກງານ ແລະ ການຊີ້ນຳ-ນຳພາໃນ
ໄລຍະຜ່ານມາໃຫ້ຮູ້ວ່າ: ກອງຮ້ອຍຂອງພວກເຮົາ ແມ່ນກົມກອງໜຶ່ງທີ່ຂຶ້ນກັບກອງພັນ 415 ມີພາລະບົດບາດເປັນເສນາທິການໃຫ້ແກ່ກອງພັນ ກໍຄື: ກອງບັນຊາການທະ
ຫານແຂວງ ໃນການປົກປັກຮັກສາຄວາມສະຫງົບພາຍໃນແຂວງ ແລະ ການປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງຕາມທິດສ້າງກອງທັບປະຕິວັດທີ່ມີລະບຽບແບບ
ແຜນທັນສະໄໝ.

     ໃນໄລຍະທີ່ຜ່ານມານອກຈາກຈະເອົາໃຈໃສ່ເຄື່ອນໄຫວປະຕິບັດໜ້າທີ່ວຽກງານຕາມພາລະບົດ ບາດກອງຮ້ອຍແລ້ວ, ຄະນະພັກ-ຄະນະບັນຊາ ຍັງຖືສຳຄັນວຽກງານ
ແກ້ໄຂຊີວິດການເປັນຢູ່ບົນຈິດໃຈສູ້ຊົນເຮັດໃຫ້ພະນັກງານ-ນັກຮົບມີຊີວິດການເປັນຢູ່ດີຂຶ້ນ ໄດ້ກິນເຂົ້າ 3 ຄາບຕໍ່ມື້, ມີອາຫານ 3 ຢ່າງຂຶ້ນໄປ.

     ສະຫາຍ ພັນຕີ ວົງເດືອນ ສຸອຸໄທ ຫົວໜ້າ ການເມືອງກອງຮ້ອຍທີ 1 ໃຫ້ຮູ້ວ່າ: ເພື່ອບັນລຸເປົ້າໝາຍສ້າງກອງຮ້ອຍທີ 1 ເປັນກອງຮ້ອຍດີເດັ່ນທີ່ຄະນະພັກ-ຄະນະບັນຊາ
ກອງຮ້ອຍກໍຄື:​ ກອງກອງພັນ 415 ວາງອອກນັ້ນ, ພວກເຮົາຈຶ່ງສ້າງແຜນການຢ່າງລະອຽດກຳນົດເປົ້າໝາຍ ພ້ອມທັງຈັດຕັ້ງເຜີຍແຜ່ແລ້ວລົງມືປະຕິບັດບົນພື້ນຖານຖືເອົາ
ວຽກງານປູກ-ລ້ຽງ ເປັນຫຼັກ. ໃນນີ້ໄດ້ເລີ່ມລ້ຽງສັດໃຫຍ່ປະເພດງົວ, ແບ້ ແລະ ສັດປີກຕ່າງໆໃນປີ 2004 ໂດຍກົມກອງລົງທຶນ 10 ລ້ານກວ່າກີບ ແລະ ບຸກເບີກເນື້ອທີ່
ເປົ່າວ່າງ ເພື່ອເຮັດສວນຄົວລວມເຮືອນຮົ່ມຂອງກອງຮ້ອຍ 1 ຕອນ. ເວລາຜ່ານກາຍມາຫຼາຍປີຮອດປັດຈຸບັນນີ້ສັດລ້ຽງຂອງກົມກອງກໍເກີດແມ່ແພ່ລູກຫຼາຍສົມຄວນມີງົວ
19 ໂຕ, ແບ້ 25 ໂຕ, ສັດປີກຫຼາຍຮ້ອຍໂຕ, ນອກນີ້ຍັງເກັບກູ້ພືດຜັກຊະນິດຕ່າງໆຫຼາຍຮ້ອຍກິໂລສາມາດສ້າງລາຍຮັບເຂົ້າກົມກອງເກືອບ 100 ລ້ານກີບໃນແຕ່ລະປີ.

     ຈາກຜົນງານດັ່ງກ່າວນັ້ນການຈັດຕັ້ງຂັ້ນເທິງຈຶ່ງໃຫ້ການຍ້ອງຍໍກົມກອງເຊັ່ນ: ໄດ້ຮັບໃບຢັ້ງຢືນ ກົມກອງ-ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 5 ປີຊ້ອນ, ໄດ້ຮັບ
ການຢັ້ງຢືນເປັນກົມກອງ 3 ປອດ ແລະ ໄດ້ຮັບໃບຍ້ອງຍໍກອງຮ້ອຍດີເດັ່ນດ້ານພະລາທິການຫຼາຍປີຊ້ອນຕື່ມອີກ.

     ສະຫາຍ ຫົວໜ້າ ການເມືອງກອງຮ້ອຍທີ 1 ກ່າວຕື່ມວ່າ: ໝາກຜົນທີ່ກ່າວມານັ້ນແມ່ນຍ້ອນ ຄະນະພັກ-ຄະນະບັນຊາກົມກອງມີຄວາມເປັນເອກະພາບກັນ ດ້ານແບບ
ແຜນການນຳພາ-ວິທີເຮັດວຽກ, ມີການສ້າງແຜນການພ້ອມທັງຈັດຕັ້ງນຳພາຕົວຈິງແລ້ວສະຫຼຸບຖອດຖອນບົດຮຽນໄປພ້ອມບວກກັບສະຕິຕື່ນຕົວມີຄວາມຮັບຜິດຊອບ
ສູງຂອງພະນັກງານ-ນັກຮົບ ຈຶ່ງເຮັດໃຫ້ທຸກຂົງເຂດວຽກງານຢູ່ກົມກອງປະສົບຜົນສຳເລັດ.