ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບ ກ້ອງ​ວົງ​ຈອນ​ປິດ​ໃຫ້​ໂຮງຮຽນກໍ່ສ້າງ​ນາຍ​ສິບ ​ເລກ 2 ວຽງ​ໄຊ


ພິທີ ມອບ-ຮັບ ກ້ອງ​ວົງ​ຈອນ​ປິດ​​ໃຫ້​ໂຮງຮຽນກໍ່ສ້າງ​ນາຍ​ສິບ​​ເລກ 2 ວຽງ​ໄຊ ​ໃນ​ວັນ​ທີ 25 / 08 / 2020

     ວັນທີ 25 ສີງຫານີ້, ຢູ່ທີ່ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ມີພິທີ ມອບ-ຮັບ ກ້ອງວົງຈອນປິດ ຈາກອະດີດນັກຮຽນໂຮງຮຽນວຽງໄຊ ສົມທົບທຶນກັບ ບໍລິສັດ
LC, ໂດຍມີທ່ານ ພັນເອກ ບຸນທອງ ບຸດສຸວັນ ຫົວໜ້າ ຫ້ອງການກົມໃຫຍ່ເສນາທິການກອງທັບ, ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າ ການທະຫານໂຮງຮຽນ ແລະ
ທ່ານ ກິນ້ອຍ ວິວົງພັນ ປະທານ ບໍລິສັດ LC ພ້ອມດ້ວຍຄະນະຂອງທັງສອງ ຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

     ທ່ານ ເພັດສະໝອນ ສຸລິຍາ ຮອງປະທານ ບໍລິສັດ LC ຕາງໜ້າໃຫ້ບໍລິສັດ ແລະ ອະດີດນັກຮຽນໂຮງຮຽນວຽງໄຊ ມີຄໍາເຫັນວ່າ: ການມອບກ້ອງວົງຈອນປິດໃຫ້ໂຮງ
ຮຽນວຽງໄຊ ໃນຄັ້ງນີ້, ເພື່ອເປັນການປະກອບສ່ວນກໍ່ສ້າງພື້ນຖານໂຄງລ່າງຂອງໂຮງຮຽນໃຫ້ມີຄວາມຮັບປະກັນທາງດ້ານການຈັດຕັ້ງປະຕິບັດກົດ ລະບຽບຂອງກົມກອງ
ກໍຄືຂອງກອງທັບໃຫ້ເຂັ້ມແຂງຮອບດ້ານ ແລະ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ຄູ-ອາຈານ ແລະ ໂຮງຮຽນຂອງອະດີດນັກຮຽນທີ່ເຄີຍສຶກສາຮ່ຳຮຽນ, ໄດ້ຮັບການ
ສຶກສາອົບຮົມບົ່ມສອນເຝິກຝົນຫຼໍ່ຫຼອມໃຫ້ມີຄວາມຮູ້ ແລະ ເປັນບ່ອນຊຸບຫຼໍ່ກໍ່ສ້າງຈົນກາຍເປັນພະນັກງານທີ່ດີຂອງພັກ-ລັດ ກໍຄື ຂອງກອງທັບ.

     ກ້ອງວົງຈອນປິດທີ່ນຳມາມອບຄັ້ງນີ້, ມີຈຳນວນ 32 ໜ່ວຍ ລວມມູນຄ່າທັງໝົດ 150 ລ້ານກວ່າກີບ ເຊິ່ງກ້ອງຈໍານວນດັ່ງກ່າວໄດ້ເລີ່ມຕິດຕັ້ງສຳເລັດໃນ ລະຫວ່າງ
ວັນທີ 15-23 ສີງຫາ 2020 ເຊິ່ງສາມາດນຳໃຊ້ໄດ້ 100%.

     ໂອກາດດັ່ງກ່າວ, ທ່ານ ພັນເອກ ເພັດສະໝອນ ວິລະວອນ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະອໍານວຍການ, ພະນັກງານ-ນັກຮົບທົ່ວໂຮງຮຽນ ກ່າວສະແດງຄວາມຂອບ
ໃຈຢ່າງສູງມາຍັງ ອະດີດນັກຮຽນວຽງໄຊ ແລະ ບໍລິສັດ LC ທີ່ເຫັນໄດ້ຄວາມສຳຄັນ ແລະ ຈໍາເປັນຂອງໂຮງຮຽນ ໃນການປັບປຸງໃຫ້ເຂົ້າສູ່ແບບ ແຜນທີ່ທັນສະໄໝ.