ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານ ແຂວງໄຊຍະບູລີ ມອບໂທລະໂຄ່ງໃຫ້ກອງພັນ 609


ສະຫາຍ ພັນໂທ ດາວນ້ອຍ ບຸດບົວທອງ ພ້ອມ​ດ້ວຍ​ຄະນະມອບໂທລະໂຄ່ງໃຫ້ກອງພັນ 609

     ໃນທ້າຍເດືອນ ສິງຫາ 2019 ຜ່ານມານີ້, ຫ້ອງການເມືອງກອງບັນຊາການທະຫານແຂວງ ໄຊຍະບູລີ ໄດ້ນຳເອົາເຄື່ອງສຽງລະບົບໂທລະໂຄ່ງມາມອບໃຫ້ກອງພັນ 609
ທະຫານແຂວງ ໄຊຍະບູລີ ເພື່ອນຳໃຊ້ເຂົ້າໃນວຽກງານລວມຂອງກົມກອງ, ເຮັດໃຫ້ກົມກອງກໍຄື: ພະນັກງານ-ນັກຮົບໄດ້ຮັບຟັງຂ່າວສານສຳຄັນ, ສ້າງບັນຍາກາດທີ່ດີໃຫ້
ແກ່ກົມກອງ ແລະ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນພັກ ກໍຄື: ຂອງອົງຄະນະພັກກອງບັນຊາການທະຫານແຂວງ ໄຊຍະບູລີ ທີ່ຈະມາ
ເຖິງໃນມໍ່ໆນີ້ ໂດຍຕາງໜ້າກ່າວມອບຂອງສະຫາຍ ພັນໂທ ດາວນ້ອຍ ບຸດບົວທອງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ໄຊຍະບູລີ ແລະ ສະຫາຍຍັງ
ໄດ້ໃຫ້ຮູ້ວ່າ: ເຄື່ອງສຽງດັ່ງກ່າວແມ່ນໄດ້ມາຈາກການຊ່ວຍເຫຼືອ ຂອງ ສປ ຈີນ ມອບໃຫ້ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນປະເທດກໍໄດ້ມອບຕໍ່ໃຫ້ກອງບັນຊາການ
ທະຫານແຂວງ ໄຊຍະບູລີ ຈາກນັ້ນຫ້ອງການເມືອງ ກອງບັນຊາການທະຫານແຂວງ ໄຊຍະບູລີ ກໍໄດ້ຕາງໜ້າມາມອບໃຫ້ກອງພັນ 609 ທະຫານແຂວງ ໄຊຍະບູລີ, ຈຸດປະ
ສົງກໍເພື່ອເປັນການໂຄສະນາແນວທາງນະໂຍບາຍຂອງພັກ-ລັດ, ຂອງກອງທັບ ເປັນກະບອກສຽງໂຄສະນາຂ່າວສານ, ບົດມູນເຊື້ອ, ເຜີຍແຜ່ຂໍ້ກຳນົດກົດລະບຽບ ແລະ ມະ
ຕິຄຳສັ່ງຕ່າງໆໄດ້ເປັນຢ່າງດີ ອຸປະກອນເຄື່ອງສຽງລະບົບໂທລະໂຄ່ງຊຸດນີ້ເປັນລະບົບເອເລັກໂທຼນິກທີ່ທັນສະໄໝມີລະບົບຄວບຄຸມສຽງ, ມີລະບົບອັດສຽງໄດ້ມາດຕະຖານ
ແລະ ມີຄວາມແຮງສູງ ພ້ອມນີ້ສະຫາຍກໍໄດ້ແນະນຳໃຫ້ຄະນະພັກ-ຄະນະບັນຊາ ໂດຍສະເພາະກໍແມ່ນຂະ ແໜງໂຄສະນາອົບຮົມກອງພັນ 609 ຈົ່ງພ້ອມກັນປົກປັກຮັກສາ
ເຄື່ອງດັ່ງກ່າວໃຫ້ນຳໃຊ້ໄດ້ຍາວນານ.