ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນການທະຫານທ້ອງຖິ່ນ ແຂວງຄຳມ່ວນ ອັດຊຸດອົບຮົມກໍ່ສ້າງນາຍສິບ ຊຸດທີ XIV


ສະຫາຍ ພັນໂທ ສົມຊາຍ ພອນພັກດີ ມອບ​ໃບ​ປະກາສະນີຍະບັດ​ໃຫ້​ນັກຮຽນຢ່າງສົມກຽດ

     ໂຮງຮຽນການທະຫານທ້ອງຖິ່ນແຂວງຄຳມ່ວນ ​ໄດ້ອັດຊຸດອົບຮົມກໍ່ສ້າງນາຍສິບ ຊຸດທີ XIV ປະຈຳສົກປີ 2018-2019 ເຊິ່ງໄດ້ຈັດຂຶ້ນໃນວັນທີ 28 ມິຖຸນາ 2019
ຜ່ານມານີ້, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳພາ ຕາງຊາຢຸດ ຮອງເລຂາຄະນະພັກ, ຫົວໜ້າ ການທະຫານກອງບັນຊາການທະຫານແຂວງຄຳມ່ວນ, ມີສະ
ຫາຍ ພັນໂທ ບຸນເລີດ ບຸບຜາວັນ ຄະນະພັກຫ້ອງ, ຮອງຫົວໜ້າຫ້ອງ ເສນາທິການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ມີພະແນກການທີ່ກ່ຽວຂ້ອງຕະຫຼອດຮອດ
ຄູອາຈານ ແລະ ນັກຮຽນໂຮງຮຽນດັ່ງກ່າວເຂົ້າຮ່ວມ.

     ສະຫາຍ ພັນໂທ ສົມຊາຍ ພອນພັກດີ ຄະນະພັກຮາກຖານ, ຮອງຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນ ໄດ້ຂຶ້ນຜ່ານບົດສະຫຼຸບໃນການຝຶກອົບຮົມກໍ່
ສ້າງນາຍສິບ ໃນໄລຍະຜ່ານມາ ເຊິ່ງລະບົບການຮຽນມີ 2 ພາກ ຄື: ພາກການເມືອງ ແລະ ພາກການທະຫານ ສະເລ່ຍຜົນການສອບເສັງຈົບຊຸດຮຽນສາມາດຕີລາຄາໄດ້
ພາກການເມືອງ ເກັ່ງ 11 ສະຫາຍ, ກາງ 77 ສະຫາຍ, ຄາດໝາຍ 69 ສະຫາຍ, ສະເລ່ຍລວມ 99,98%; ພາກການທະຫານ ມີວິຊາຍຸດທະສິນທະຫານຮາບ ເກັ່ງ 84
ສະຫາຍ, ກາງ 48 ສະຫາຍ, ຄາດໝາຍ 25 ສະຫາຍ ສະເລ່ຍລວມ 99,99% ວິຊາຍຸດທະສິນແບກຫາບ ເກັ່ງ 96 ສະຫາຍ, ກາງ 55 ສະຫາຍ, ຄາດໝາຍ 6 ສະຫາຍ,
ສະເລ່ຍລວມ 99, 99%, ວິຊາລະບຽບ ເກັ່ງ 58 ສະຫາຍ, ກາງ 78 ສະຫາຍ, ຄາດໝາຍ 21 ສະຫາຍ, ສະເລ່ຍລວມ 99,99%, ວິຊາຍຸດທະວິທີ ເກັ່ງ 53 ສະຫາຍ,
ກາງ 77 ສະຫາຍ, ຄາດໝາຍ 27 ສະຫາຍ, ສະເລ່ຍລວມ 99,98%, ຕໍ່ກັບຜົນສຳເລັດວຽກງານດັ່ງກ່າວນັ້ນກົມກອງໄດ້ຄັດເລືອກຜົນງານປະເພດ I ມີ 38 ສະຫາຍ,
ປະເພດ II 54 ມີສະຫາຍ. ໂອກາດດັ່ງກ່າວນີ້ກໍໄດ້ມອບໃບປະກາສະນີຍະບັດໃຫ້ນັກຮຽນທີ່ຮຽນຈົບນາຍສິບ ຊຸດທີ XIV ໂດຍແມ່ນອຳນວຍການໂຮງຮຽນເປັນຜູ້ມອບ
ຢ່າງສົມກຽດ.