ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ເຊື່ອມ​ຊຶມ​ເອກະສານ​ວຽກງານ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ


     ກອງປະຊຸມເຊື່ອມຊຶມວຽກງານກໍ່ສ້າງຮາກຖານການເມືອງໃຫ້ 3 ກອງບັນຊາການທະຫານ ແຂວງພາກໃຕ້ໄດ້ຈັດຂຶ້ນໃນກາງເດືອນພຶດສະພາ 2019 ນີ້, ຢູ່ທີ່ຫ້ອງປະ
ຊຸມກອງບັນຊາການທະຫານແຂວງ ເຊກອງ, ໂດຍການເປັນປະທານ ສະຫາຍ ພັນໂທ ວັນທອນ ນາມວິໄລທອງ ຮອງຫົວໜ້າກົມກໍ່ສ້າງຮາກຖານກົມໃຫຍ່ການເມືອງກອງ
ທັບ, ມີສະຫາຍ ພັນໂທ ວີສອນ ບົວລະພາ ຄະນະປະຈຳພັກກອງບັນຊາການ, ຫົວໜ້າຫ້ອງການເມືອງທະຫານແຂວງ ເຊກອງ, ມີຄະນະພັກ-ຄະນະບັນຊາມາຈາກທະຫານ
ແຂວງ ສາລະວັນ ແລະ ແຂວງ ອັດຕະປື ເຂົ້າຮ່ວມ.

     ເອກະສານທີ່ນໍາມາຈັດຕັ້ງເຊື່ອມຊຶມໃນຄັ້ງນີ້ ປະກອບມີ 4 ເອກະສານຄື : ເອກະສານ ເລກທີ 705/ກປທ ວ່າດ້ວຍການສ້າງ ຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມ
ແຂງ, ເອກະສານເລກທີ 459/ກປທ, ລົງວັນທີ 4/2/2019 ວ່າດ້ວຍການລົງກໍ່ສ້າງຮາກຖານຕາມມູນເຊື້ອ ແລະ ແຮກສ່ຽວລະຫວ່າງກອງທັບກັບອໍານາດການປົກຄອງ
ທ້ອງຖິ່ນ, ເອກະສານ ເລກທີ 5365/ກມທ ວ່າດ້ວຍການຈັດຕັ້ງ, ການເຄື່ອນໄຫວຂອງພະແນກ, ຂະແໜງ ແລະ ພະນັກງານກໍ່ສ້າງຮາກຖານຢູ່ບັນດາກອງບັນຊາການທະ
ຫານແຂວງ, ນະຄອນຫຼວງ, ກອງພົນ, ກອງພັນໃຫຍ່, ວິທະຍາຄານ ແລະ ໂຮງຮຽນຂອງກອງທັບ, ເອກະສານ ເລກທີ 747/ກມທ, ກ່ຽວກັບວຽກງານຂົນຂວາຍສັດຕູ
ກຸ່ມຄົນບໍ່ດີ ແລະ ກໍ່ສ້າງຫຼັກແຫຼ່ງແກ່ນສານຂອງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຂັ້ນ ຮາກຖານ (ສະບັບປັບປຸງໃໝ່).

     ການລົງມາຈັດຕັ້ງເຊື່ອມຊຶມເອກະສານໃນຄັ້ງນີ້. ຈຸດປະສົງສາໍຄັນກໍເພື່ອແນໃສ່ເຮັດໃຫ້ຄະນະພັກ-ຄະນະບັນຊາ, ພະແນກການ ແລະ ກົມກອງກ່ຽວຂ້ອງຜູ້ທີ່ເຮັດໜ້າ
ທີ່ຊີ້ນໍາວຽກງານກໍ່ສ້າງ ຮາກຖານການເມືອງມີຄວາມຮັບຮູ້ ແລະ ກຳໄດ້ກ່ຽວກັບຄວາມໝາຍຄວາມສຳຄັນ, ວິທີການຈັດຕັ້ງປະຕິບັດເພື່ອເປັນບ່ອນອີງໃຫ້ແກ່ພະນັກງານ
ກໍ່ສ້າງຮາກຖານໃນການເຝິກຝົນຫຼໍ່ຫຼອມກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນທາງດ້ານຄຸນສົມບັດທັດສະນະປະຕິວັດ, ດ້ານລະບຽບ ແບບແຜນວິທີເຮັດວຽກທີ່ດີ, ດ້ານການ
ດຳລົງຊີວິດມີຄວາມປອດໃສຂາວສະອາດ ເພື່ອບໍ່ໃຫ້ບຸກຄົນທີ່ບໍ່ຫວັງດີສວຍໃຊ້ໂອກາດ ແລະ ມ້າງເພທາໍລາຍເຂົ້າໃນອົງການຈັດຕັ້ງເຮົາໄດ້, ພ້ອມກັນເອົາໃຈໃສ່ຕ້ານ ແລະ
ສະກັດກັ້ນແນວຄິດທີ່ບໍ່ດີ, ບໍ່ໃຫ້ເກີດຂຶ້ນຢູ່ໃນຖັນແຖວກາໍລັງປະກອບອາວຸດໃນກຳລັງຫຼວງ-ທ້ອງຖິ່ນ ພ້ອມກັນເຮັດສາໍເລັດໜ້າທີ່ການເມືອງຂອງພັກ-ລັດ, ຂອງກອງທັບ
ແລະ ປະຊາຊົນມອບໝາຍດ້ວຍຄວາມຮັບຜິດຊອບສູງ.