ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຖາບັນອະນາໄມກັນພະຍາດກອງທັບສືບຕໍ່ພົ່ນຢາຂ້າເຊຶ້ອຢູ່ກົມກອງເປົ້າໝາຍ


     ໃນລະຫວ່າງທ້າຍເດຶອນເມສາ ຫາຕົ້ນເດຶອນ ພຶດສະພາ 2021 ນີ້, ຄະນະສະເພາະກິດປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດສາຍພັນ
ໃໝ່ ໂຄວິດ-19 (Covid 19) ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ໄດ້ສືບຕໍ່ຈັດຕັ້ງຈຸທີມງານວິຊາການລົງເຄຶ່ອນໄຫວພົ່ນຢາ
ຂ້າເຊື້ອພະຍາດ ໂຄວິດ-19 ຢູ່ບັນດາກົມກອງທີ່ນອນຢູ່ໃນເປົ້າໝາຍຄວາມສ່ຽງຕໍ່ການຕິດເຊື້ອ ແລະ ມີຜູ້ທີ່ຕິດເຊື້ອອາໄສຢູ່. ບັນດາກົມກອງ, ສະຖານທີ່ທີ່
ທາງທີມງານວິຊາການໄດ້ລົງເຄຶ່ອນໄຫວພົ່ນຢາຂ້າເຊື້ອມີ: ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ, ບໍລິສັດ 20 ມັງກອນ, ກອງສິລະປະກອນກອງ
ທັບ, ກອງບັນນາທິການໂທລະພາບກອງທັບ ແລະ ໂຮງໝໍສູນກາງ 103 ກອງທັບ, ເຊິ່ງທາງທີມງານວິຊາການໄດ້ພົ່ນຕາມບໍລິເວນຄວາມສ່ຽງທີ່ເປັນສະຖານ
ທີ່ອາຄານຫ້ອງການ, ບ່ອນພັກຜ່ອນ, ຫ້ອງນອນ, ຫ້ອງຄົວກິນ, ຫ້ອງນໍ້າ, ຮາວຂັ້ນໄດ, ລູກບິດ, ຫ້ອງເຮັດວຽກຂອງແພດໝໍ, ຫ້ອງນອນປິ່ນປົວຄົນເຈັບ,
ຫ້ອງເກັບເຄຶ່ອງ ແລະ ຍັງໄດ້ແນະນໍາໃຫ້ຄວາມຮູ້ພື້ນຖານກ່ຽວກັບວິທີການປ້ອງກັນຄວບຄຸມ, ແກ້ໄຂພະຍາດ ໂຄວິດ-19 ອີກດ້ວຍ, ເຊິ່ງທາງທີມງານໄດ້
ພົ່ນເນື້ອທີ່ລວມທັງໝົດ 7.572 ຕາແມັດ, ໃຊ້ນໍ້າຢາຄຣໍລີນທັງໝົດ 175 ລິດ, ນໍ້າເຫຼົ້າ 90 ອົງສາເຊ 28 ລິດ. ນອກຈາກນີ້ແລ້ວທາງທີມງານນັກວິຊາ
ການປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ສະຖາບັນອະນາໄມກັນພະຍາດກອງທັບຍັງຈະໄດ້ສືບຕໍ່ກຽມຄວາມພ້ອມປະຕິບັດຕາມແຜນການ
ເຄຶ່ອນໄຫວຢູ່ບັນດາກົມກອງ, ສະຖານທີ່ທີ່ມີເປົ້າໝາຍຄວາມສ່ຽງຕາມການຊີ້ນໍາ ແລະ ມອບໝາຍຂອງຄະຄະສະເພາະກິດປ້ອງກັນຄວບຄຸມ ແລະ ແກ້ໄຂພະ
ຍາດໂຄວິດ- 19 ຂອງກະຊວງປ້ອງກັນປະເທດ, ທັງນີ້ກໍເພື່ອເປັນການພົ່ນຢາຂ້າເຊື້ອພະຍາດດັ່ງກ່າວບໍ່ໃຫ້ແຜ່ລາມໄປສູ່ວົງກວ້າງ, ເປັນການປ້ອງກັນ ແລະ
ສ້າງພູມຄຸ້ມກັນເຮັດໃຫ້ສຸຂະພາບບັນດານາຍ ແລະ ພົນທະຫານໃນຖັນແຖວກອງທັບໄດ້ມີສຸຂະພາບແຂງແຮງສົມບູນ, ກຽມພ້ອມເຮັດສໍາເລັດໜ້າທີ່ການ
ເມຶອງທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/05/2021