ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງ ເຊກອງ ປິດຂະບວນການແຂ່ງຂັນກີລາມວນຊົນ


ພິທີປິດຂະບວນການແຂ່ງຂັນກີລາມວນ​ຊົນ

     ທ້າຍເດືອນມັງກອນນີ້, ກອງບັນຊາການທະຫານແຂວງ ເຊກອງ ໄດ້ປິດຂະບວນການແຂ່ງຂັນກີລາມວນຊົນ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງຕົນ,
ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນໂທ ວົງໄຊ ພະອຸທອນ ຮອງຫົວໜ້າ ຫ້ອງເສນາທິການທະຫານແຂວງ ເຊກອງ, ມີຄະນະພັກ -ຄະນະບັນຊາການອົງການ,
ພະແນກການ ພ້ອມດ້ວຍພະນັກງານ - ນັກຮົບເຂົ້າຮ່ວມ.

     ສະຫາຍ ພັນໂທ ຄໍາພຸດ ຈິດວິສອນ ຮອງຫົວໜ້າ ຫ້ອງພະລາທິການ ໄດ້ຂຶ້ນຜ່ານບົດສະຫຼຸບຕີ ລາຄາຄືນຜ່ານການແຂ່ງຂັນໃນໄລຍະຜ່ານມາເຫັນວ່າ: ຄະນະກໍາມະ
ການຕັດສິນ ພ້ອມດ້ວຍອ້າຍນ້ອງນັກກີລາແຕ່ລະສະຫາຍ ໄດ້ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດຕາມຂໍ້ກໍານົດ, ກົດລະບຽບທີ່ຄະນະກໍາມະການຕັດສິນໄດ້ວາງອອກຢ່າງ
ເຂັ້ມງວດ, ພ້ອມກັນຫຼິ້ນກີລາດ້ວຍຄວາມເບີກບານມ່ວນຊື່ນ, ສ້າງໄດ້ຄວາມສາມັກຄີມິດຕະພາບ ເຊິ່ງກັນ ແລະ ກັນລະຫວ່າງພະນັກງານ - ນັກຮົບດ້ວຍກັນ, ເຊິ່ງຜ່ານ
ການແຂ່ງຂັນ ຕົວຈິງປະເພດກີລາເຕະບານ ຊາວໜຸ່ມຊາຍອັນດັບທີ 1 ແມ່ນ ຫ້ອງພະລາທິການ, ທີ 2 ຫ້ອງເສນາທິການ, ທີ 3 ຫ້ອງເຕັກນິກ, ບານສົ່ງຊາຍອັນດັບທີ 1
ແມ່ນ ໂຮງຮຽນການທະຫານທ້ອງຖິ່ນ, ທີ 2 ຫ້ອງເສນາທິການ, ທີ 3 ກອງພັນ 103, ບານສົ່ງຍິງອັນດັບທີ 1 ແມ່ນໂຮງໝໍທະຫານແຂວງ, ທີ 2 ຫ້ອງພະລາທິການ, ທີ 3
ຫ້ອງການກອງບັນຊາການ, ກະຕໍ້ອັນດັບທີ 1 ແມ່ນ ຫ້ອງການກອງບັນຊາການ, ທີ 2 ກອງຮ້ອຍ 245, ທີ 3 ໂຮງຮຽນການທະຫານທ້ອງຖິ່ນ, ເປຕັງຊາວໜຸ່ມຊາຍອັນດັບ
ທີ 1 ແມ່ນ ຫ້ອງເຕັກນິກ, ທີ 2 ໂຮງໝໍທະຫານແຂວງ, ທີ 3 ໂຮງຮຽນການທະຫານທ້ອງຖິ່ນ, ເປຕັງຊາວໜຸ່ມຍິງອັນດັບທີ 1 ແມ່ນ ຫ້ອງການກອງບັນຊາການ, ທີ 2 ຫ້ອງ
ການເມືອງ, ທີ 3 ທະຫານເມືອງລະມາມ ແລະ ເປຕັງອາວຸໂສອັນດັບທີ 1 ແມ່ນ ຫ້ອງເຕັກນິກ, ທີ 2 ຫ້ອງການເມືອງ, ທີ 3 ໂຮງຮຽນການທະຫານທ້ອງຖິ່ນ.