ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບໜ້າທີ່​ຫົວໜ້າ ການ​ເມືອງ ​ແລະ ຫົວໜ້າ ການ​ທະຫານ​ກອງພັນ​ໃຫຍ່ 201


ສະຫາຍ ພັນເອກ ວຽງແກ້ວ ສີສຸລາດ ​ເປັນ​ປະທານ​ພິທີມອບ-ຮັບໜ້າທີ່​ຫົວໜ້າ ການ​ເມືອງ ​ແລະ ຫົວໜ້າ ການ​ທະຫານ​ກອງພັນ​ໃຫຍ່ 201

     ພິທີມອບຮັບໜ້າທີ່ລະຫວ່າງຫົວໜ້າ ການເມືອງ ແລະ ຫົວໜ້າ ການທະຫານ ຜູ້ເກົ່າ ແລະ ຜູ້ໃໝ່ ກອງພັນໃຫຍ່ 201 ທີ່ຂຶ້ນກັບ ກອງພົນທີ 2 ໄດ້ຈັດຂຶ້ນໃນວັນທີ 22
ສິງຫາ 2019 ນີ້, ໂດຍການເຂົ້າຮ່ວມຂອງສະຫາຍ ພັນເອກ ວຽງແກ້ວ ສີສຸລາດ ຫົວໜ້າ ການທະຫານ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ ແລະ ພະ
ແນກການ ທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໃນພິທີ ຫົວໜ້າ ການເມືອງ ແລະ ຫົວໜ້າ ການທະຫານຜູ້ເກົ່າ ໄດ້ພັດປ່ຽນກັນລາຍງານໂດຍຫຍໍ້ສະພາບການເຄື່ອນໄຫວຊີ້ນໍາ-ນໍາພາຈັດຕັ້ງປະຕິບັດວຽກງານຮອບ
ດ້ານປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະທດ ແລະ ຂົງເຂດວຽກງານປິ່ນອ້ອມໜ້າທີ່ ການເມືອງຂອງກົມກອງໃນໄລຍະຜ່ານມາ, ຍົກ
ໃຫ້ເຫັນຜົນງານດ້ານດີທີ່ຍາດມາໄດ້ ແລະ ບາງບັນຫາທີ່ຍັງຄົງຄ້າງຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ. ຈາກນັ້ນ ກໍໄດ້ລົງນາມເຊັນບົດບັນທຶກ ມອບ-ຮັບໜ້າທີ່ເຊິ່ງ
ກັນ ແລະ ກັນ ລະຫວ່າງສະຫາຍ ພັນໂທ ບົວແພງ ສົມທະມູນ ຫົວໜ້າ ການເມືອງຜູ້ເກົ່າ ກັບ ສະຫາຍ ພັນໂທ ບຸນພົບ ວິໄລສັກ ຫົວໜ້າ ການເມືອງຜູ້ໃໝ່ ແລະ ສະຫາຍ
ພັນໂທ ບຸນຈັນ ສັນຕິບຸນແທນ ຫົວໜ້າ ການທະຫານຜູ້ເກົ່າ ກັບ ສະຫາຍ ພັນໂທ ຄໍາແສງ ພັນອິນດາ ຫົວໜ້າ ການທະຫານຜູ້ໃໝ່, ໂດຍການຊ້ອງໜ້າຂອງສະຫາຍ ພັນ
ເອກ ວຽງແກ້ວ ສີສຸລາດ ຫົວໜ້າ ການທະຫານກອງພົນທີ 2 ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

     ຈາກນັ້ນ, ສະຫາຍ ພັນເອກ ວຽງແກ້ວ ສີສຸລາດ ກໍໄດ້ໃຫ້ທິດຊີ້ນໍາຫຼາຍບັນຫາສໍາຄັນຕໍ່ຫົວໜ້າ ການເມືອງ-ການທະຫານ ກອງພັນໃຫຍ່ 201 ຊຸດໃໝ່. ເພື່ອເປັນແນວ
ທາງໃຫ້ແກ່ການຊີ້ນໍາ-ນໍາພາກົມກອງເຮັດສໍາເລັດໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້ດ້ວຍໝາກຜົນສູງ.