ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ຮ້ອຍ 28 ທະ​ຫານ​ແຂວງ ອຸດົມ​ໄຊ ຮ່ວມ​ໃຈ​ບໍລິຈາກ​ເລືອດ


ສະຫາຍ ພັນຕີ ບຸນເພັດ ໄຊສົມແພງ ນຳພາ​ພະນັກງານ-ນັກຮົບ ​ເຂົ້າ​ຮວ່ມບໍລິຈາກ​ເລືອດ

     ໃນວັນທີ 28 ກໍລະກົດ 2020 ນີ້, ອົງການກາແດງລາວ ສາຂາ ແຂວງອຸດົມໄຊ ນຳໂດຍ ສະຫາຍ ນາງ ບຸນທອນ ພີມມະວົງ ຫົວໜ້າ ອົງການກາແດງລາວ ສາຂາ
ແຂວງອຸດົມໄຊ ພ້ອມດ້ວຍທີມງານໄດ້ເຄື່ອນໄຫວໂຄສະນາປຸກລະດົມຂົນຂວາຍບໍລິຈາກເລືອດ ຢູ່ກອງຮ້ອຍ 28 ທະຫານແຂວງ ອຸດົມໄຊ, ໂດຍໃຫ້ ກຽດເຂົ້າຮ່ວມຂອງ
ສະຫາຍ ພັນຕີ ບຸນເພັດ ໄຊສົມແພງ ຄະນະພັກ ຫົວໜ້າ ການເມືອງກອງຮ້ອຍ 28, ມີສະຫາຍ ພັນຕີ ຄຳຫຼ້າ ສຸລີນ ຊ່ວຍວຽກພະແນກເສນາຮັກ, ມີຄະນະພັກ-ຄະນະບັນ
ຊາ, ຕະຫຼອດຮອດພະນັກງານ-ນັກຮົບພາຍໃນກົມກອງເຂົ້າຮ່ວມ.

     ສະຫາຍ ນາງ ບຸນທອນ ພີມມະວົງ ໃຫ້ຮູ້ວ່າ: ການບໍລິຈາກເລືອດ ມີຄວາມຈຳເປັນຫຼາຍ, ປຽບເໝືອນການສ້າງບຸນກຸສົນ, ບໍ່ມີການຮຽກຮ້ອງສິ່ງຕອບແທນໃດໆທັງ
ນັ້ນ ເພື່ອເປັນການກອບກູ້ ແລະ ຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ, ເຮັດໃຫ້ມີເລືອດໃຊ້ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງຄົນເຈັບທີ່ນອນປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ
ເວົ້າລວມເວົ້າສະເພາະຢູ່ແຂວງອຸດົມໄຊ ມີຄົນເຈັບຍັງຕ້ອງການເລືອດເປັນຈຳນວນຫຼວງຫຼາຍ ໃນການປຸກລະດົມຄັ້ງນີ້, ພະນັກງານ-ນັກຮົບມີຄວາມຕື່ນຕົວ ແລະ ສະໝັກ
ໃຈບໍລິຈາກເລືອດທັງໝົດ 6 ສະຫາຍ ແລະ ໄດ້ຮັບເລືອດຕົວຈິງ 6 ຖົງ.