ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພົນທີ 3 ຈັດ​ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ 2 ປີ 2019


ສະຫາຍ ພັນເອກ ກິ່ງແກ້ວ ອຸນມະນີວົງ ເປັນປະທານກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ 2 ປີ 2019

     ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ 2 ປີ 2019 ຂອງກອງພົນທີ 3 ໄດ້ໄຂຂຶ້ນ ແລະ ອັດລົງຢ່າງຈົບງາມ ໃນຕອນເຊົ້າວັນທີ 26 ມິຖຸນາ 2019 ນີ້
ຢູ່ທີ່ໂຮງໝໍກອງພົນທີ 3, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ກິ່ງແກ້ວ ອຸນມະນີວົງ ຄະນະປະຈຳພັກ, ຫົວໜ້າ ຫ້ອງເສນາທິການກອງພົນທີ3, ມີຄະນະພັກ- ຄະ
ນະບັນຊາ ອົງການ 5 ຫ້ອງ, ພະແນກການທີ່ກຽ່ວຂ້ອງ ແລະ ກົມກອງອ້ອມຂ້າງເຂົ້າຮ່ວມ .

     ໃນກອງປະຊຸມ ແຕ່ລະກົມກອງ ກໍໄດ້ຜັດປ່ຽນກັນຂຶ້ນຜ່ານບົດລາຍງານການເຄື່ອນໄຫວຊີ້ນຳ-ນຳພາວຽກງານຮອບດ້ານ ໃນຕະຫຼອດໄລຍະ 3 ເດືອນຜ່ານມາ, ໂດຍ
ໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບາງບົດຮຽນທີ່ຖອດຖອນໄດ້, ບົນພື້ນຖານ 5 ຫຼັກການ 3 ທິດນຳຂອງພັກໃນການປັບປຸງກໍ່ສ້າງພັກ, ສ້າງພະນັກງານໃຫ້ມີຄວາມ
ໜັກແໜ້ນເຂັ້ມແຂງ. ຄຽງຄູ່ກັບການປະຕິບັດວຽກງານຮອບດ້ານໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກຢ່າງຕັ້ງໜ້າ ເຊິ່ງ
ສາມາດຍາດໄດ້ຜົນງານຢ່າງໜ້າເພິ່ງພໍໃຈ.