ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ພົນ​ທີ 1 ​ແລະ ກອງ​ພົນ​ທີ 3 ສືບຕໍ່ລົງ​ເລີກ ​ແລະ ຜັນ​ຂະຫຍາຍ​ແຜນການ​ຮ່ວມ​ມື


     ໃນລະຫວ່າງວັນທີ 27-30 ພຶດສະພາ 2019 ນີ້, ຄະນະ ນໍາກອງພົນທີ 1 ເຊິ່ງນໍາໂດຍ ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ເລຂາຄະນະພັກ, ຫົວໜ້າການ
ເມືອງກອງພົນທີ 1 ໄດ້ ຕ້ອນຮັບການມາຢ້ຽມຢາມ ແລະ ຖອດຖອນບົດຮຽນ, ສືບຕໍ່ລົງເລິກສາຍພົວພັນຮ່ວມມືແຮກສ່ຽວ ຕາມແຜນການ ແລະ ບົດບັນທຶກຊ່ວຍຈໍາໄລ
ຍະ 3 ປີ (2017- 2019) ແລະ ວາງທິດທາງ ແຜນການຮ່ວມມືແຮກສ່ຽວໄລຍະ 3 ປີຕໍ່ໄປ (2019- 2021) ລະຫວ່າງ 2 ກອງພົນ, ເຊິ່ງຝ່າຍ ກອງພົນທີ 3 ນຳໂດຍສະ
ຫາຍ ພົນຈັດຕະວາ ບຸນເຈື້ອ ຕຽນແສງດາວ ກຳມະການ ຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງກອງພົນທີ 3 ພ້ອມຄະນະ.

     ໂດຍປະຕິບັດຕາມທິດທາງປັບປຸງກໍ່ສ້າງກອງທັບປະຊາຊົນລາວໃຫ້ໜັກແໜ້ນເຂັ້ມແຂງ, ເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝນັ້ນ, ກອງພົນທີ 1 ກັບກອງພົນ
ທີ 3 ໄດ້ປະຕິບັດການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນເພື່ອແລກປ່ຽນບົດຮຽນວຽກງານຮອບດ້ານເຊິ່ງກັນ ແລະ ກັນ, ແນໃສ່ປັບປຸງກໍ່ສ້າງກົມກອງພ້ອມກັນເຮັດສໍາເລັດ
ໜ້າທີ່ອັນມີກຽດສະຫງ່າຂອງຕົນ ແລະ ເພື່ອເຮັດໃຫ້ການຮ່ວມມືກ້າວເຂົ້າສູ່ລວງເລິກ ແລະ ບັນລຸໄດ້ໝາກຜົນຕົວຈິງຫຼາຍດ້ານເຊັ່ນ: ດ້ານການສຶກສາອົບຮົມການເມືອງ
ແນວຄິດ, ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານການປະສານງານ, ດ້ານແບບແຜນວິທີເຮັດວຽກ ແລະ ດ້ານການສ້າງຂະບວນການຕ່າງໆ. ກອງປະ
ຊຸມໄດ້ຕີລາຄາ ແລະ ຮັບຮອງເອົາຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນການຮ່ວມມືແຮກສ່ຽວໄລຍະປີ 2017 - 2019 ແລະ ໄດ້ເອກະພາບຮັບຮອງເອົາທິດທາງແຜນ
ການຮ່ວມມືໄລຍະປີ 2019 - 2021, ເຊິ່ງກອງພົນທີ 1 ແລະ ກອງພົນທີ 3 ຈະສືບຕໍ່ປົກປັກຮັກສາໝາກຜົນຂອງການຮ່ວມມື ແລະ ເພີ່ມທະວີສາຍພົວພັນ; ຄວາມສາມັກ
ຄີທີ່ເປັນມູນເຊື້ອ ໃຫ້ສະໜິດແໜ້ນຂຶ້ນເລື້ອຍໆ, ເປັນເຈົ້າການປະສານສົມທົບແລກ ປ່ຽນບົດຮຽນ ແລະ ແຈ້ງໃຫ້ກັນຊາບດ້ານຂໍ້ມູນຂ່າວສານສະພາບ ການຕ່າງໆໃນທຸກ
ຂົງເຂດວຽກງານທີ່ສໍາຄັນທີ່ສອງກົມກອງສົນໃຈ, ເປັນຕົ້ນແມ່ນສະພາບວຽກງານສຶກສາອົບຮົມການ ເມືອງ-ແນວຄິດ, ວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ; ວຽກງານ
ປ້ອງກັນຊາດ-ປ້ອງກັນຄວາມສະຫົງບ; ວຽກງານພະລາທິການ; ວຽກງານຂະບວນການອື່ນໆ, ສອງກົມກອງໄດ້ເປັນເອກະພາບກັນຈັດກອງປະຊຸມພົບປະແລກປ່ຽນບົດຮຽນ
ເຊິ່ງກັນ ແລະ ກັນ. ໂດຍຜັດປ່ຽນກັນເປັນເຈົ້າພາບ 2 ປີ ຕໍ່ຄັ້ງ, ໃນແຕ່ລະປີກົມກອງຈະໃຫ້ການຊ່ວຍເຫຼືອແບ່ງປັນທຶນໃນການກໍ່ສ້າງນາຍສິບ ຫຼື ອົບຮົມວິຊາສະເພາະຕ່າງໆ,
ພິເສດໃນຕໍ່ໜ້າສອງກົມກອງຈະຄົ້ນຄວ້າສ້າງສິ່ງສັນຍາລັກແຫ່ງມິດຕະພາບຮ່ວມກັນເຊັ່ນ: ການປູກຕົ້ນໄມ້ ຫຼື ການລ້ຽງຢູ່ຂອບເຂດກົມກອງໃດໜຶ່ງຕາມຄວາມອາດສາ
ມາດ; ຕາມຈຸດພິເສດ ແລະ ເງື່ອນໄຂເໝາະສົມຕົວຈິງ ເພື່ອໃຫ້ເນື້ອໃນທິດທາງແຜນການພົວພັນຮ່ວມມືໄລຍະຕໍ່ໄປມີຄວາມໜັກແໜ້ນ ແລະ ສັກສິດ, ຕາງໜ້າສອງກົມ
ກອງກໍໄດ້ລົງນາມເຊັນບົດບັນທຶກຮັບຮອງຢ່າງເປັນທາງການ, ໂດຍສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ແລະ ສະຫາຍ ພົນຈັດຕະວາ ບຸນເຈື້ອ ຕຽນແສງດາວ.

     ພາຍຫຼັງສໍາເລັດກອງປະຊຸມຄະນະຜູ້ແທນທັງສອງຝ່າຍກໍໄດ້ ສ້າງກິດຈະກໍາແຂ່ງຂັນກີລາເປຕັງເພື່ອສ້າງບັນຍາກາດ ແລະ ຮັດແໜ້ນຄວາມສາມັກຄີເຊິ່ງກັນ ແລະ ກັນ
ຢ່າງເບີກບານມ່ວນຊື່ນ. ມາຮອດຕອນເຊົ້າຂອງວັນທີ 29 ຄະນະນໍາກອງພົນທີ 1 ກໍໄດ້ນໍາພາຄະນະຜູ້ແທນກອງພົນທີ 3, ເຄື່ອນໄຫວຢ້ຽມຢາມກອງພັນ 13, ເຊິ່ງເປັນກົມ
ກອງວີລະຊົນໃນການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານໃນບັ້ນຮົບພູກູດຈອມເຫຼັກ, ນອກນີ້ກົມກອງດັ່ງກ່າວຍັງໄດ້ ເປັນແບບຢ່າງດ້ານການປັບປຸງ ສະຖານທີ່ຄ້າຍຄູ ແລະ ດ້ານ
ການຜະລິດ.