ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ​ກົດ​ລັບ ມອບ​ເຄື່ອງ​ຈັກ​ລະຫັດ​ກົດ​ລັບ​ໃຫ້​ກອງ​ບັນຊາ​ການ​ທະຫານ​ແຂວງ  ​ອຸດົມ​ໄຊ


ພິທີ​ມອບ-ຮັບ ​ເຄື່ອງ​ຈັກ​ລະຫັດ​ກົດ​ລັບ

     ໃນວັນທີ 29 ມັງກອນ 2020 ນີ້, ກົມກົດລັບກົມໃຫຍ່ເສນາທິການກອງທັບ ນຳໂດຍ ສະຫາຍ ພັນໂທ ໄຮເທັກ ບຸນທຽມ ຮອງຫົວໜ້າ ການທະຫານສູນເຕັກນິກກົມ
ກົດລັບກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍທີມງານໄດ້ນຳເອົາເຄື່ອງຈັກລະຫັດກົດລັບ ຈຳນວນ 1 ຊຸດ ໃນມູນຄ່າ 10.500.000 ກີບ, ມາມອບໃຫ້ກອງບັນຊາ
ການທະຫານແຂວງ ອຸດົມໄຊ, ໂດຍມີ ສະຫາຍ ພັນໂທ ຄຳເຜີຍ ໂສມພັນ ຮອງເລຂາພັກ ຫົວໜ້າ ການທະຫານກອງບັນຊາການທະຫານແຂວງ ອຸດົມໄຊ, ມີຄະນະພັກ-ຄະ
ນະບັນຊາ, ຫົວໜ້າພະແນກ, ຮອງພະແນກ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

     ຈຸດປະສົງແມ່ນເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນໜ້າທີ່ວຽກງານການ ເມືອງຂອງເຫຼົ່າຮົບຄື: ປົກປັກຮັກສາຄວາມລັບທີ່ເປັນຄຳສັ່ງຊີ້ນຳ-ນຳພາ, ບັນ
ຊາຂອງຂັ້ນເທິງແຕ່ລະຂັ້ນ, ໃຫ້ມີຄວາມປອດໄພປິດລັບ, ຖືກຈິງຄົບຖ້ວນ ເພື່ອນຳໃຊ້ເຂົ້າໃນການແກ້ລະຫັດໃຫ້ມີຄວາມທັນສະໄໝ ແລະ ວ່ອງໄວທັນເວລາ. ເປັນກຽດ
ກ່າວມອບໂດຍ ສະຫາຍ ພັນໂທ ໄຮເທັກ ບຸນທຽມ ແລະ ຕາງໜ້າກ່າວຮັບໂດຍ ສະຫາຍ ພັນໂທ ຄຳເຜີຍ ໂສມພັນ ເຊິ່ງສະຫາຍກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ
ແລະ ຂອບໃຈນຳທີມງານກົມກົດລັບ ກົມໃຫຍ່ເສນາທິການກອງທັບ ທີ່ມີນໍ້າໃຈນຳເອົາວັດຖຸປັດໄຈອັນມີຄ່າມາມອບໃຫ້ໃນຄັ້ງນີ້ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາ
ວັດຖຸດັ່ງກ່າວນີ້ໄປນຳໃຊ້ເຂົ້າໃນໜ້າວຽກງານລວມຂອງກົມກອງໃຫ້ໄດ້ຮັບຜົນສູງ ແລະ ນຳໃຊ້ໃຫ້ໄດ້ຍາວນານ.