ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ພົນ​ທີ 3 ຈັດ​ຕັ້ງ​ທາ​ບທາມ​ບຸກຄະລາ​ກອນ ຜູ້​ທີ່​ຈະ​ສະໝັກ​ເຂົ້າ​ເປັນ​ຄະນະ​ພັກ​ຊຸດໃໝ່


ສະຫາຍ ພັນເອກ ໄຊຍະວົງ ໄຊນາມທິລາດ ​ເປັນ​ປະທານ ທາ​ບທາມ​ບຸກຄະລາ​ກອນຜູ້​ທີ່​ຈະ​ສະໝັກ​ເຂົ້າ​ເປັນ​ຄະນະ​ພັກ​ຊຸດໃໝ່

     ຫວ່າງບໍ່ດົນມານີ້, ກອງ ພົນທີ 3 ໄດ້ຈັດພິທີທາບທາມບຸກຄະລາກອນຜູ້ທີ່ຈະສະໝັກ​ເຂົ້າເປັນຄະນະພັກກອງພົນຊຸດໃໝ່ຂຶ້ນຢູ່ທີ່ສະໂມສອນຂອງກົມກອງ, ໂດຍການ
ເຂົ້າຮ່ວມຂອງສະຫາຍ ພັນເອກ ໄຊຍະວົງ ໄຊນາມທິລາດ ຮອງເລຂາ, ຄະນະພັກ, ຫົວໜ້າ ການທະການກອງພົນທີ 3, ມີ ຄະນະພັກ-ຄະນະບັນຊາ, ພະນັກງານສະມາຊິກ
ພັກມາຈາກ 5 ຫ້ອງ, ກົມກອງອ້ອມຂ້າງເຂົ້າຮ່ວມ.

     ສະຫາຍ ພັນໂທ ໄມຫຼ້າ ທະນົງສີ ຫົວໜ້າ ພະແນກຈັດຕັ້ງພັກກໍໄດ້ຂຶ້ນຜ່ານມາດຖານເງື່ອນ ໄຂຜູ້ທ່ີຈະສະໝັກຮັບເລືອກຕັ້ງ ເຂົ້າເປັນຄະນະພັກກອງພົນຊຸດໃໝ່, ເຊິ່ງ
ບຸກຄະລາກອນຈະຕ້ອງແມ່ນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ອຸດົມການສັງຄົມ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ,
ມີຄຸນສົມບັດສິນທຳປະຕິວັດ, ມີຄວາມບໍລິສຸດ ສັດຊື່ຕໍ່ການຈັດຕັ້ງ, ມີຄວາມສາມັກຄີຮັກແພງ, ມີຄວາມຈິງໃຈຕໍ່ກັນ, ເຄົາລົບສິດເປັນເຈົ້າຂອງປະຊາຊົນ, ເປັນຜູ້ທີ່ມີ
ຄວາມຮູ້ທາງດ້ານທິດສະດີການເມືອງ, ຮູ້ເຮັດວຽກກໍ່ສ້າງພັກ-ພະນັກງານ, ມີລະດັບວິຊາສະເພາະໃດໜຶ່ງທີ່ແນ່ນອນ ຜ່ານການນຳພາໃນຕຳແໜ່ງບັນຊາມາກ່ອນ, ມີຄວາມ
ສາມາດໃນການຄົ້ນຄວ້າ ແລະ ຫັນແນວທາງລວມຂອງພັກກາຍເປັນອັນ ລະອຽດຂອງກົມກອງທີ່ຕົນຮັບຜິດຊອບ, ມີການສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນໃນ
ການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ແລະ ເປັນຄົນທີ່ມີສຸຂະພາບສົມບູນ, ແຂງແຮງດີສາມາດປະຕິບັດໜ້າທີ່ວຽກງານ​ໄດ້.

     ໂອກາດດັ່ງກ່າວ ພະນັກງານສະມາຊິກພັກແຕ່ລະສະຫາຍກໍໄດ້ໃຊ້ສິດຂອງຕົນປ່ອນບັດຄັດເລືອກເອົາບຸກຄະລາກອນຕາມມາດຖານເງື່ອນໄຂ, ຕາມລະບຽບຫຼັກການ
ອຸດົມການຂອງພັກໄດ້ຕາມຄາດໝາຍ.