ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົງຄະນະພັກກອງບັນຊາການທະຫານ ແຂວງ ຫົວພັນ ສຳ​ເລັດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ V


ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກອງບັນຊາການທະຫານ ແຂວງ ຫົວພັນ

     ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກອງບັນຊາການທະຫານ ແຂວງ ຫົວພັນ ໄດ້ສຳເລັດລົງໃນວັນທີ 27 ກັນຍາ 2019 ນີ້, ໂດຍການເຂົ້າຮ່ວມເປັນປະທານ
ຂອງ ສະຫາຍ ວັນໄຊ ແພງຂຸມມາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຫົວພັນ, ມີສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການ
ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີເລຂາ-ຮອງເລຂາຄະນະພັກກອງບັນຊາການ, ແຂກຖືກເຊີນ, ຜູ້ແທນສົມບູນ ແລະ ອົງການ
ຈັດຕັ້ງມະຫາຊົນເຂົ້າຮ່ວມ.

     ໃນບົດລາຍງານການເມືອງ ທີ່ລາຍງານຕໍ່ກອງປະຊຸມໃນຄັ້ງນີ້ໄດ້ຍົກໃຫ້ເຫັນເຖິງຜົນສຳເລັດ ຂອງການນຳພາຂອງຄະນະພັກກອງບັນຊາການບົນພື້ນຖານຄວາມສາ
ມັກຄີເປັນເອກະພາບພາຍໃນພັກ, ທຸກບັນຫາທີ່ຍົກມາໃນກອງປະຊຸມ ລ້ວນແຕ່ໄດ້ຄົ້ນຄວ້າປະກອບຄຳເຫັນຢ່າງເລິກເຊິ່ງ ແລະ ໄດ້ຖືກຮັບຮອງເອົາ ຢ່າງເປັນເອກະພາບເປັນ
ຕົ້ນ: ການສະຫຼຸບຕີລາຄາການນຳພາປະຕິບັດໜ້າທີ່ວຽກງານປ້ອງກັນຊາດ, ກໍຄືການປັບປຸງກໍ່ສ້າງກຳລັງໃນຕໍ່ໜ້າ, ນັບທັງບັນດາຜົນສຳເລັດດ້ານຕ່າງໆ ແລະ ຂໍ້ຄົງຄ້າງທີ່
ຈະຕ້ອງໄດ້ດັດແປງແກ້ໄຂ, ແນໃສ່ຈັດຕັ້ງປະຕິບັດໜ້າທີ່ປ້ອງກັນຊາດ, ປັບປຸງກໍ່ສ້າງພັກ, ກໍ່ສ້າງກຳລັງໃນທຸກດ້ານຕາມແນວທາງປ່ຽນແປງໃໝ່ທີ່ມີຫຼັກການຂອງພັກ, ແນ
ໃສ່ຮັບປະກັນໃຫ້ແກ່ກຳລັງປະກອບອາວຸດທ້ອງຖິ່ນແຂວງ ຫົວພັນ ຍາມໃດກໍມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນບັນດາເຜົ່າ ຜູ້ເຂົ້າຮ່ວມຍັງໄດ້
ພ້ອມກັນປະກອບຄຳຄິດຄຳເຫັນ ແລະ ຄົ້ນຄວ້າບັນດາມາດຖານເງື່ອນໄຂ ແລະ ໃຊ້ສິດປະຊາທິປະໄຕຂອງຕົນເຂົ້າໃນການປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ຢ່າງ
ຖືກຕ້ອງຕາມລະບຽບຫຼັກການຂອງພັກ ເພື່ອສືບຕໍ່ຈັດຕັ້ງນຳພາກົມກອງກ້າວຂຶ້ນເຮັດສຳເລັດໜ້າທີ່ທີ່ພັກ-ລັດມອບໝາຍໃຫ້ໃນໄລຍະໃໝ່.