ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງບັນຊາການທະຫານແຂວງ ໄຊຍະບູລີ ໄດ້ມອບລົດ ເຊອາ 10 ໃຫ້ 2 ກົມ​ກອງ


ສະຫາຍ ພັນເອກ ກູດ ພົມມາ ​ເຂົ້າຮ່ວມພິທີ​ມອບ​ລົດ ເຊອາ 10 ​ໃຫ້ 2 ກົມ​ກອງ

     ກອງບັນຊາການທະຫານແຂວງ ໄຊຍະບູລີ ໄດ້ມອບລົດ ເຊອາ 10 ໃຫ້ແກ່ກົມກອງ ທີ່ຂຶ້ນກັບໃນວັນທີ 20 ສິງຫາ 2020 ນີ້, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນ
ເອກ ກູດ ພົມມາ ເລຂາຄະນະພັກ ຫົວໜ້າ ການທະຫານກອງບັນຊາການທະຫານແຂວງ ໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ
ເຂົ້າຮ່ວມ.

     ສະຫາຍ ພັນໂທ ວິໄລສັກ ຄຳອ່ອນ ຄະນະພັກກອງບັນຊາການ ຮອງຫົວໜ້າ ຫ້ອງເຕັກນິກກອງບັນຊາການທະຫານແຂວງ ໄຊຍະບູລີ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງ
ບັນຊາການທະຫານແຂວງ ໄຊຍະບູລີ ວ່າດ້ວຍການມອບລົດ ເຊອາ 10 ຈຳນວນ 2 ຄັນ ໃຫ້ 2 ກົມກອງທີ່ຂຶ້ນກັບກອງບັນຊາການທະຫານແຂວງ ຄື: ກອງພັນ 411 ແລະ
ກອງພັນ 413, ໂດຍກະຊວງປ້ອງກັນປະເທດເປັນຜູ້ສະໜອງໃຫ້ ດັ່ງນັ້ນຈຶ່ງໄດ້ມອບຕໍ່ໃຫ້ກົມກອງ ເພື່ອອຳນວຍຄວາມສະດວກໃນການເຄື່ອນໄຫວວຽກງານຢູ່ບັນດາກົມ
ກອງໃຫ້ທັນກັບສະພາບການສະເພາະໜ້າ ແລະ ຍາວນານ.

     ໂອກາດນີ້, ສະຫາຍ ພັນເອກ ກູດ ພົມມາ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາກົມກອງ ດັ່ງກ່າວ ຈົ່ງເອົາໃຈໃສ່ບົວລະບັດຮັກສາເພື່ອນຳໃຊ້ໃຫ້ໄດ້ຍາວນານ ແລະ
ເກີດປະໂຫຍດສູງສຸດ ປະກອບສ່ວນໃນການເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ຂັ້ນເທິງມອບໝາຍໃຫ້ທັນກັບສະພາບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່.