ອົງການໄອຍະການປະຊາຊົນສູງສຸດ ປາຖະກະຖາມູນເຊື້ອ
ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ
ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ
ໃນທ່າມກາງບັນຍາກາດທົ່ວກອງທັບ, ທົ່ວປວງຊົນລາວບັນດາເຜົ່າພວມສຸມໃສ່ຈັດຕັ້ງເຊື່ອມຊຶມມະຕິຄົບຄະນະ ຄັ້ງທີ 8 ສະໄໝທີ XI ຂອງ
ສູນກາງພັກ ເວົ້າລວມ, ເວົ້າສະເພາະທົ່ວລະບົບອົງການໄອຍະການປະຊາຊົນ ພວມຜັນຂະຫຍາຍມະຕິ 112 ຂອງກົມການເມືອງສູນກາງພັກ ວ່າ
ດ້ວຍການຍົກສູງປະສິດທິພາບການດໍາເນີນຄະດີຕາມຂະບວນການຍຸຕິທຳ ແລະ ສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຂອງອົງຄະນະ
ພັກ ອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ VI ທີ່ຈະມາເຖິງດ້ວຍບັນຍາກາດຟົດຟື້ນ. ເພື່ອເປັນການຫວນຄືນມູນເຊື້ອອັນອົງອາດກ້າຫານ ແລະ
ປີຊາສາມາດ ຂອງນັກຮົບປະຕິວັດ ກອງທັບປະຊາຊົນລາວ ໃນແຕ່ລະຍຸກແຕ່ລະສະໄໝນັ້ນ, ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດພິທີປາຖະ
ກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ຂຶ້ນໃນວັນທີ 28 ມັງກອນ 2025 ນີ້, ໂດຍການເປັນປະທານ ແລະ ປາຖະກະຖາ ຂອງ
ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີທ່ານ ນາງ
ພອນເພັດ ອຸ່ນແກ້ວ ກໍາມະການຄະນະພັກ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ບັນດາຄະນະພັກ, ຄະນະໜ່ວຍພັກ, ຄະນະກົມ ແລະ
ຄະນະພະແນກ ເຂົ້າຮ່ວມ.
ການປາຖະກະຖາໃນຄັ້ງນີ້ ເພື່ອລະນຶກເຖິງມູນເຊື້ອທາດແທ້ ຂອງກອງທັບປະຊາຊົນລາວ, ເພື່ອສຶກສາອົບຮົມ ສະມາຊິກພັກ, ພະນັກງານຫຼັກ
ແຫຼ່ງ ໃຫ້ມີຈິດໃຈຮັກຊາດ, ຮັກລະບອບໃໝ່, ຮັກລະບອບປະຊາທິປະໄຕປະຊາຊົນ, ມີນໍ້າໃຈປະຕິວັດ, ມີຄວາມກະຕັນຍູຮູ້ບຸນຄຸນ ແລະ ຮໍ່າຮຽນເອົາ
ແບບຢ່າງ ຄຸນສົມບັດສິນທຳປະຕິວັດຂອງບັນດາຜູ້ນຳ ແລະ ນັກຮົບປະຕິວັດຮຸ່ນກ່ອນ, ຖືເປັນໂອກາດສ້າງຂະບວນການຕອບບຸນແທນຄຸນຜູ້ທີ່ໄດ້ເສຍສະ
ຫຼະຊີວິດ, ຜູ້ເສຍອົງຄະ, ຄອບຄົວຜູ້ມີຜົນງານໃນພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພ້ອມນັ້ນ, ກໍເພື່ອສ້າງຄວາມ
ສາມັກຄີເປັນປຶກແຜ່ນ, ສ້າງສະຕິເປັນເຈົ້າຕົນເອງ-ເພິ່ງຕົນເອງ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທຳລາຍ ຂອງອິດທິກຳລັງປໍລະປັກ ແລະ ເປັນເຈົ້າ
ການເຂົ້າຮ່ວມໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ເຮັດໃຫ້ການສະເຫຼີມສະຫຼອງ ວັນສ້າງຕັ້ງກອງ
ທັບປະຊາຊົນລາວ ຄົບຮອບ 76 ປີເຕັມໄປດ້ວຍເນື້ອໃນ, ຄວາມໝາຍຄວາມສຳຄັນທີ່ເລິກເຊິ່ງ, ເປັນຂະບວນການທີ່ຟົດຟື້ນມ່ວນຊື່ນ, ສະຫງົບປອດໄພ,
ມີຄວາມເປັນລະບຽບຮຽບຮ້ອຍ ແລະ ທົ່ວສັງຄົມເຂົ້າຮ່ວມຂະບວນການຮັກຊາດ ແລະ ພັດທະນາຢ່າງກວ້າງຂວາງ. ສະຫາຍ ພົນຕີ ສອນທອງ ພົມລາ
ວົງ ໄດ້ຍົກໃຫ້ເຫັນ ປະຫວັດສາດການກຳເນີດ ຂອງກອງທັບປະຊາຊົນລາວ ໂດຍສະເພາະສະພາບແວດລ້ອມກ່ອນການສ້າງຕັ້ງກອງທັບປະຊາຊົນລາວ,
ຄວາມໝາຍຄວາມສຳຄັນ, ຜົນງານ-ໄຊຊະນະ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວ ໃນໄລຍະຕໍ່ສູ້ກູ້ຊາດ ລວມທັງໄລຍະປະ
ຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງກອງທັບປະຊາຊົນລາວ ໃນໄລຍະໃໝ່ ໂດຍຜ່ານຍ່ານທາງແຫ່ງການສ້າງຕັ້ງ, ສູ້
ຮົບມີໄຊ ແລະ ການເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ເຊິ່ງກອງທັບປະ
ຊາຊົນລາວ ໄດ້ຜ່ານຜ່າອຸປະສັກນານາປະການ, ເຮັດສຳເລັດພາລະກິດປະວັດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ, ສາມາດຕີເອົາຊະນະຈັກ
ກະພັດລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມຣິກາ ຜູ້ຮຸກຮານພ້ອມດ້ວຍລູກແຫຼ່ງຕີນມືຂອງພວກເຂົາ ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ
ໃນນັ້ນ, ສະຫາຍໄດ້ເນັ້ນໜັກໃຫ້ເຫັນປະຫວັດມູນເຊື້ອອັນສະຫງ່າງາມ ຂອງກອງທັບປະຊາຊົນລາວ ໂດຍສະເພາະທາດແທ້, ມູນເຊື້ອຄວາມຈົງຮັກພັກ
ດີ ຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ອຸດົມການສັງຄົມນິຍົມ; ນໍ້າໃຈຕໍ່ສູ້ພິລະອາດຫານ, ເສຍສະຫຼະ, ກ້າແກ່ນ, ໜຽວແໜ້ນ, ມີໄຫວພິບ, ມີຄວາມ
ດຸໝັ່ນຂະຫຍັ່ນພຽນ, ມີນໍ້າໃຈປະຢັດມັດທະຍັດ, ມີຄວາມສາມັກຄີ ແລະ ມີລະບຽບວິໄນທີ່ເຂັ້ມງວດ.
ດັ່ງນັ້ນ, ຜ່ານພຶດຕິກໍາຕົວຈິງ ຈາກການຕໍ່ສູ້ກູ້ຊາດ ຍືດເຍື້ອຍາວນານ ໄດ້ຢັ້ງຢືນຢ່າງຈະແຈ້ງວ່າ: ກອງທັບປະຊາຊົນລາວ ແມ່ນມາຈາກປະຊາຊົນ,
ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ພາຍໃຕ້ການນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານ ຂອງພັກປະຊາຊົນປະຕິວັດລາວ.
ແຫຼ່ງຂ່າວໂດຍ ສຸເວດ ສີດາຄໍາ
ວັນທີ 29/01/2025