ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດເລື່ອນຊັ້ນພັນຕີ ຂຶ້ນຊັ້ນພັນໂທ ໃຫ້ນາຍທະຫານ ເຂດພາກກາງ ແລະ ພາກໃຕ້


    ພິທີປະກາດການເລື່ອນຊັ້ນພັນຕີ ຂຶ້ນຊັ້ນພັນໂທ ໃຫ້ນາຍທະຫານກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ 6 ແຂວງ ເຂດພາກກາງ ແລະ ພາກໃຕ້
ຈໍານວນ 121 ສະຫາຍ, ໄດ້ຈັດຂຶ້ນໃນວັນທີ 27 ມັງກອນ 2025 ນີ້, ທີ່ກອງບັນຊາການທະຫານແຂວງ ສະຫວັນນະເຂດ, ໂດຍການເປັນປະທານ
ຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຕາງກົມພະນັກ
ງານ ກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ, ຕະຫຼອດຮອດນາຍທະຫານທີ່ໄດ້ຮັບຊັ້ນໃໝ່ ຈາກກົມກອງຕ່າງໆທັງກໍາລັງ
ຫຼວງ ແລະ ກໍາລັງທ້ອງຖິ່ນ 6 ແຂວງ ເຂດພາກກາງ ແລະ ພາກໃຕ້ ເຂົ້າຮ່ວມ.

     ສະຫາຍ ພັນເອກ ສອນໄຊ ຈັນຍາລາດ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ຜ່ານຂໍ້ຕົກລົງກະຊວງປ້ອງກັນປະເທດ ວ່າ
ດ້ວຍການເລື່ອນຊັ້ນນາຍທະຫານ ຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ບັນດາກົມກອງເຂດພາກກາງ ແລະ ພາກໃຕ້. ກະຊວງປ້ອງກັນປະເທດ ຕົກລົງປະ
ກາດເລື່ອນຊັ້ນ, ເລື່ອນທຽບຊັ້ນ ພັນຕີ ຂຶ້ນຊັ້ນພັນໂທ ທັງໝົດຈໍານວນ 121 ສະຫາຍ, ໃນນີ້ ກອງບັນຊາການທະຫານແຂວງສະຫວັນນະເຂດ 17
ສະຫາຍ, ກອງບັນຊາການທະຫານແຂວງຄໍາມ່ວນ 11 ສະຫາຍ, ກອງບັນຊາການທະຫານແຂວງສາລະວັນ 13 ສະຫາຍ,ກອງບັນຊາການທະຫານ
ແຂວງ ຈໍາປາສັກ 12 ສະຫາຍ, ກອງບັນຊາການທະຫານແຂວງເຊກອງ 11 ສະຫາຍ, ກອງບັນຊາການທະຫານແຂວງອັດຕະປື 11 ສະຫາຍ, ກອງ
ພົນທີ 4 ຈໍານວນ 19 ສະຫາຍ, ກອງພົນທີ 5 ຈໍານວນ 14 ສະຫາຍ, ກອງພັນໃຫຍ່ 611 ຈໍານວນ 4 ສະຫາຍ, ກອງພັນໃຫຍ່ 645 ຈໍານວນ 5
ສະຫາຍ ແລະ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ 4 ສະຫາຍ. ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ.
ພ້ອມທັງ ເນັ້ນໜັກໃຫ້ນາຍທະຫານທຸກສະຫາຍ ຈົ່ງພ້ອມກັນເພີ່ມຄວາມຮັບຜິດຊອບໃນໜ້າທີ່ວຽກງານໃຫ້ໜັກແໜ້ນ, ເຂັ້ມແຂງ, ສືບຕໍ່ເພີ່ມທະ
ວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາພາຍໃນ ໃຫ້ເປັນເອກະພາບ ບົນພື້ນຖານໜ້າທີ່ວຽກງານ ແລະ ແນວທາງຂອງພັກ, ຄວາມສາມັກຄີພາຍ
ນອກໃຫ້ກົມກຽວ, ຕ້ານແນວຄິດຮີດເກົ່າຄອງເດີມ, ອາຍາສິດ, ເອກະຊົນ, ເອກະເທດ, ແນວຄິດພັກພວກ ຈຸ້ມເຈື້ອເຊື້ອສາຍ, ຕ້ານແນວຄິດທິດສະ
ດີເວົ້າຫຼາຍ ແຕ່ປະພຶດປະຕິບັດໜ້ອຍ, ຖືເອົາຄວາມສາມັກຄີ, ເຮັດວຽກມີການລວມສູນປະຊາທິປະໄຕເປັນໝູ່ຄະນະ, ແບ່ງວຽກງານໃຫ້ບຸກຄົນຮັບ
ຜິດຊອບຢ່າງມີແບບແຜນ ແລະ ຊຸກຫຍູ້ຕິດຕາມ ເພື່ອຮັບປະກັນໃຫ້ມີຜົນສໍາເລັດຕາມຈຸດປະສົງຄາດໝາຍ, ເປັນແບບຢ່າງໃນການເຝິກຝົນຫຼໍ່ຫຼອມ
ຕົນເອງຮອບດ້ານ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານສະມາຊິກພັກ-ນັກຮົບພາຍໃນກົມກອງໃຫ້ໜັກແໜ້ນ ແລະ ຖືເອົາ
ຄວາມເປັນແບບຢ່າງທີ່ດີໃນການນໍາພາ-ບັນຊາ ເພື່ອສ້າງນາຍທະຫານຜູ້ສືບທອດປ່ຽນແທນທີ່ດີຂອງກອງທັບ ກໍຄືກົມກອງ.

ແຫຼ່ງຂ່າວໂດຍ ວິລະພົງ ເທບໂພ
ວັນທີ 28/01/2025