ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ
ກອງບັນຊາການທະຫານແຂວງອັດຕະປື ສໍາເລັດຜົນຢ່າງຈົບງາມ
ໃນວັນທີ 19 ກຸມພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ວັນທອງ ກອງມະນີ ກໍາມະການສູນກາງພັກ, ເລຂາພັກ
ແຂວງ, ເຈົ້າແຂວງ ແຂວງອັດຕະປື, ມີສະຫາຍ ພົນຕີ ປະສິດ ທ່ຽງທຳ ກໍາມະການຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ມີຜູ້ຕາງໜ້າຈາກຫ້ອງວ່າການປົກຄອງແຂວງ, ຄະນະຈັດຕັ້ງແຂວງ ພ້ອມດ້ວຍຜູ້ແທນສົມບູນທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ທົ່ວອົງຄະນະ
ພັກ ກອງບັນຊາການທະຫານແຂວງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ຮັບຟັງບົດລາຍງານການເມືອງທັງສອງພາກ ທີ່ສະເໜີໂດຍ ສະຫາຍ ພັນເອກ ສີສົມໃຈ ມະໂນລາ ເລຂາຄະນະພັກ, ຫົວ
ໜ້າການເມືອງ ກອງບັນຊາການທະຫານແຂວງອັດຕະປື ເຊິ່ງໄດ້ຕີລາຄາຄືນຢ່າງພາວະວິໄສຕໍ່ໝາກຜົນແຫ່ງການເຄື່ອນໄຫວນໍາພາ-ຊີ້ນຳວຽກງານ
ຮອບດ້ານ ຂອງອົງຄະນະພັກ ໃນໄລຍະ 5 ປີຜ່ານມາ, ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກ ກະຊວງປ້ອງກັນປະເທດວາງ
ອອກ ກໍຄືມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກອງບັນຊາການທະຫານແຂວງ ເຮັດໃຫ້ທົ່ວກອງບັນຊາການທະຫານແຂວງ
ມີຄວາມສະຫງົບໜັກແໜ້ນ, ສາມາດເປັນເສນາທິການດ້ານວຽກງານພັກ-ວຽກງານການເມືອງໃຫ້ແກ່ກະຊວງປ້ອງກັນປະເທດ. ເຊິ່ງຍາມໃດກໍໄດ້
ເປັນຄັນທຸງເຕົ້າໂຮມຄວາມສາມັກຄີພາຍໃນພັກ, ຮັກສາ ແລະ ເສີມຂະຫຍາຍໄດ້ແບບແຜນການນໍາພາ, ວິທີເຮັດວຽກຕາມຫຼັກການລວມສູນປະ
ຊາທິປະໄຕຂອງພັກ, ນໍາພາໃນການຄົ້ນຄວ້ານິຕິກຳວຽກງານພັກ-ວຽກງານການເມືອງໃນກອງທັບ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວ
ຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ໃນທົ່ວກອງບັນຊາການທະຫານແຂວງອັດຕະປື ດ້ວຍຮູບການຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍ,
ມະຕິ, ຄຳສັ່ງ ຂອງພັກ ຕິດພັນກັບການຈັດຕັ້ງດໍາເນີນຊີວິດການເມືອງພາຍໃນພັກເປັນປົກກະຕິ, ຊີ້ນໍາການຫັນລົງກໍ່ສ້າງຮາກຖານການເມືອງ ຕິດ
ພັນກັບການພັດທະນາຊົນນະບົດຮອບດ້ານ ໂດຍສຸມໃສ່ສ້າງບ້ານປ້ອມໝັ້ນປ້ອງກັນຊາດ, ກຸ່ມບ້ານປ້ອງກັນຊາດເຂັ້ມແຂງ ປະກອບສ່ວນປົກປັກຮັກ
ສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຊີ້ນໍາວຽກງານຮັບປະກັນຊີວິດການເປັນຢູ່, ການຄຸ້ມຄອງລ້ຽງດູທັບ, ຊຸກຍູ້ຂະບວນ
ການ 4 ປູກ 4 ລ້ຽງ, ຂະບວນການຜະລິດຕາມທ່າແຮງຂອງກົມກອງ, ຊີ້ນໍາການກໍ່ສ້າງພື້ນຖານໂຄງລ່າງ ຕາມເງື່ອນໄຂຄວາມອາດສາມາດ ພ້ອມ
ກັນນັ້ນ, ກໍໄດ້ສຸມໃສກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍຕິດພັນກັບການກໍ່ສ້າງກອງ 3 ປອດ, ກອງວັດທະນະທໍາ- ນັກຮົບວັດທະ
ນະທຳໄດ້ 1 ກົມກອງ, ດຳເນີນການຕີລາຄາແບ່ງປະເພດ ຄຸນນະພາບໜ່ວຍພັກ, ສະມາຊິກພັກ ແລະ ຂະຫຍາຍພັກໃຫ້ຖືກຕ້ອງຕາມລະບຽບຫຼັກ
ການຂອງພັກ, ປະເມີນຜົນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ທັງໝົດ 5 ຄັ້ງ ແລະ ໄດ້ຮັບຮອງເອົາໜ່ວຍພັກປອດໃສ ເຂັ້ມແຂງ
ໜັກແໜ້ນ ປະເພດແຂງ 5 ປີ ຕໍ່ເນື່ອງ ມີ 12 ໜ່ວຍພັກ, ກາງ ມີ 3 ໜ່ວຍພັກ. ປັດຈຸບັນທົ່ວອົງຄະນະພັກກອງບັນຊາການທະຫານແຂວງ ມີ 10
ຄະນະພັກຮາກຖານ, ມີ 47 ໜ່ວຍພັກ ທຽບໃສ່ 5 ປີຜ່ານມາ ຄະນະພັກຮາກຖານເພີ່ມຂຶ້ນ 1 ຄະນະພັກ ເທົ່າກັບ 11,11%, ໜ່ວຍພັກເພີ່ມຂຶ້ນ 4
ໜ່ວຍ ເທົ່າກັບ 9,52%. ນອກຈາກນີ້, ຍັງໄດ້ປັບປຸງລະບົບການຈັດຕັ້ງນໍາພາ-ບັນຊາແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ປະຕິບັດ
ນະໂຍບາຍຕໍ່ພະນັກງານ-ນັກຮົບປະຈໍາການ, ພະນັກງານອາວຸໂສບໍານານຢ່າງເໝາະສົມ, ຊີ້ນໍາອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວວຽກງານຕາມພາ
ລະບົດບາດຂອງຕົນຢ່າງແຂງແຮງ, ຊີ້ນໍາຂົງເຂດວຽກງານຍຸຕິທຳເປັນໃຈກາງໂຄສະນາເຜີຍແຜ່ບັນດາກົດໝາຍ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ,
ປະຕິບັດຫຼັກການສືບສວນ-ສອບສວນ, ການກວດກາ, ການສັ່ງຟ້ອງ, ການຕັດສິນຄະດີຢ່າງພາວະວິໄສ, ເປັນທໍາ, ສາມາດສະກັດກັ້ນປະກົດການຫຍໍ້
ທໍ້ຕ່າງໆ ນັບມື້ຫຼຸດໜ້ອຍລົງ. ກອງປະຊຸມໄດ້ເປັນເອກະສັນຢ່າງສົມບູນຮັບຮອງເອົາທິດທາງ ແຜນການ 5 ປີຕໍ່ໜ້າ ພ້ອມທັງໄດ້ຮັບຟັງການປະກອບ
ຄໍາຄິດ ເຫັນຈາກຜູ້ຕາງໜ້າອົງການ-ກົມກອງທີ່ຂຶ້ນກັບກອງບັນຊາການທະຫານແຂວງ ເຮັດໃຫ້ບົດລາຍງານການເມືອງມີເນື້ອໃນສົມບູນຂຶ້ນຕື່ມ. ຈາກ
ນັ້ນ, ໄດ້ດໍາເນີນການປ່ອນບັດຄັດເລືອກເອົາ ຄະນະພັກກອງບັນຊາການທະຫານແຂວງອັດຕະປື ຊຸດໃໝ່ ປະກອບມີ 14 ສະຫາຍ, ເຊິ່ງກອງປະຊຸມຄັ້ງ
ປະຖົມມະລຶກໄດ້ເປັນເອກະສັນຢ່າງສົມບູນເລືອກເອົາຄະນະພັກ ກອງບັນຊາການທະຫານແຂວງອັດຕະປື ຈຳນວນ 11 ສະຫາຍຄື: ສະຫາຍ ພັນເອກ
ສີສົມໃຈ ມະໂນລາ, ສະຫາຍ ພັນເອກ ບຸນຈັນ ສີຫາວົງ, ສະຫາຍ ພັນເອກ ຄໍາມະນີ ແກ້ວສາທິດ, ສະຫາຍ ພັນເອກ ແສງສຸລີ ເມກເມືອງໄຊ, ສະ
ຫາຍ ພັນເອກ ໄຊຍະພອນ ແກ້ວບົວພາສິດ, ສະຫາຍ ພັນເອກ ເກັດສະໜາ ກົມມະເມືອງ, ສະຫາຍ ພັນໂທ ຄໍາຄິດ ຄໍາມະນີ, ສະຫາຍ ພັນໂທ ພູ
ວັນໝື່ນປາກດີ, ສະຫາຍ ພັນໂທ ແສງລິດ ດວງລັງສີ, ສະຫາຍ ພັນໂທ ສີໄລ ພົມມະສານ ແລະ ສະຫາຍ ພັນໂທ ໜອມໃຈ ພິລາວົງ. ພ້ອມນີ້, ກອງ
ປະຊຸມໄດ້ເລືອກເອົາ ສະຫາຍ ພັນເອກ ສີສົມໃຈ ມະໂນລາ ເປັນເລຂາພັກ, ສະຫາຍ ພັນເອກ ບຸນຈັນ ສີຫາວົງ ເປັນ ຮອງເລຂາພັກ, ສະຫາຍ ພັນ
ເອກ ຄໍາມະນີ ແກ້ວສາທິດ ເປັນປະທານກວດກາພັກ. ພ້ອມດຽວກັນນັ້ນ, ກໍໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງໄປຮ່ວມກອງ
ປະຊຸມໃຫຍ່ຄະນະພັກຂັ້ນເທິງບັນລຸຕາມຄາດໝາຍ.
ໂອກາດນີ້, ສະຫາຍ ພົນໂທ ວັນທອງ ກອງມະນີ ໄດ້ໂອ້ລົມໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນ ເພື່ອເປັນແນວທາງ ແລະ ບ່ອນອີງໃຫ້ແກ່ຄະນະພັກ
ຊຸດໃໝ່ ພ້ອມທັງ ເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ມີນໍ້າໃຈຮັກຊາດ, ມີຄວາມຈົງຮັກພັກດີ ຕໍ່
ພັກ, ຕໍ່ປະຊາຊົນ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນທິດສະດີການເມືອງ, ທິດສະດີ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອ ແລະ ປະຫວັດ
ສາດຂອງພັກ, ຂອງຊາດ, ແນວທາງນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນ
ນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ມະຕິ 3 ສ້າງ ທີ່ກົມການເມືອງສູນກາງພັກວາງອອກ, ຕັ້ງໜ້າປັບປຸງກໍ່ສ້າງກໍາລັງ ໃຫ້ເຂັ້ມແຂງ
ຮອບດ້ານ ໃນນີ້, ຖືເອົາຄຸນນະພາບເປັນຕົ້ນຕໍ, ເປັນເຈົ້າການຍົກສູງສະຕິເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮູ້ຊອກຄົ້ນ
ແລະ ນໍາໃຊ້ທ່າແຮງບົ່ມຊ້ອນທີ່ມີ ເພື່ອສູ້ຊົນປະຕິບັດຄາດໝາຍ, ແຜນການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ທີ່ກະຊວງປ້ອງກັນປະເທດວາງອອກ
ໃຫ້ປະກົດຜົນເປັນຈິງ. ພ້ອມກັນນັ້ນ, ກໍປະຕິບັດແນວທາງການຕ່າງປະເທດ ຂອງພັກໃນໄລຍະໃໝ່ ໃຫ້ຖືກຕ້ອງ ແລະ ບັນຫາສໍາຄັນແມ່ນພ້ອມກັນ
ຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ເກີດໝາກຜົນຕົວຈິງ, ເຮັດໃຫ້ກອງບັນຊາການທະຫານແຂວງອັດຕະປື ມີຄວາມໜັກ
ແໜ້ນເຂັ້ມແຂງຂຶ້ນເລື້ອຍໆ.
ແຫຼ່ງຂ່າວໂດຍ ແສງຫຼ້າ ກຸວົງສາ+ຕິມພອນ ເຢີງບຣີຢູ
ວັນທີ 24/02/2025