ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດ ສະຕາ ໂທລະຄົມ ສະຫຼຸບວຽກງານຮອບດ້ານປີ 2024


    ວັນທີ 17 ມັງກອນ 2025 ນີ້, ບໍລິສັດສະຕາໂທລະຄົມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບປີ 2024 ແລະ ວາງທິດທາງແຜນການປີ 2025 ໂດຍ
ການເຂົ້າຮ່ວມຂອງ ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ເຈີນ ຈູງ ຮືງ, ຜູ້ອໍານວຍ
ການໃຫຍ່, ຄະນະອໍານວຍການໃຫຍ່; ສໍານັກງານໃຫຍ່, ມີປະທານສະພາບໍລິຫານ ບໍລິສັດສະຕາໂທລະຄົມ, ຫົວໜ້າ ແລະ ຮອງພະແນກການ; ສາ
ຂາແຂວງ, ອໍານວຍການສາຂາ, ພະນັກງານເຂົ້າຮ່ວມກອງປະຊຸມຄັ້ງນີ້, ໄດ້ລາຍງານໃຫ້ຮູ້ເຖິງຜົນດຳເນີນງານທຸລະກິດທີ່ຜົນເດັ່ນໃນປີ 2024 ຄື:
ຜົນປະຕິບັດເປົ້າໝາຍຫຼັກປະຕິບັດສໍາເລັດ 8/8 ເປົ້າໝາຍບັນລຸ 108,6%, ລາຍຮັບບັນລຸ 111.9%, ກໍາໄລກ່ອນອາກອນ 119.4%, ເປົ້າເລກໝາຍ
ຕົວຈິງ ສໍາເລັດ 104.7%, ເລກໝາຍ 4G ສໍາເລັດ 508.4%, ຜົນການລົງທະບຽນແພັກເກັດລາຍເດືອນສໍາເລັດ ~ 47,2%, ລາຍຮັບບໍລິການ
U-MONEY ສໍາເລັດ 113%., ລາຍຮັບບໍລິການ ໄອທີໂຊລູຊັນ 103%, ເລກໝາຍ Lao EDU ບັນລຸ 72%, ເລກໝາຍ Lao Health 98%,
ລາຍຮັບບໍລິການ DIGITAL ບັນລຸ 28.17%.

     ນອກນັ້ນພາຍໃນປີ 2024 ບໍ ລິສັດສະຕາໂທລະຄົມ ຕອນຮັບຄະນະຜູ້ແທນຂັ້ນສູງມາຢ້ຽມຢາມ ແລະ ເຮັດວຽກທີ່ບໍລິສັດຫຼາຍຄະນະ ແລະ
ສໍາເລັດການຈັດຕັ້ງງານພິທີໃຫຍ່ປະຈໍາປີ 2024, ສໍາເລັດການອອກໃບຢັ້ງຢືນມາດຕະຖານ ISO: ISO9001G2015 ISO/IEC27001:2022,
ສໍາເລັດການຕໍ່ສັນຍາໃບອະນຸຍາດນໍາໃຊ້ຊ໋ອບແວການເງິນ ERP ກັບກົມບັນຊີ-ກະຊວງການເງິນ, ຫຼັງຈາກໄດ້ຮັບຟັງການລາຍງານໂດຍລວມ ຍັງໄດ້
ລົງເລີກຮັບຟັງລາຍງານທິດທາງແຜນຍຸດທະສາດການຕະຫຼາດ, ເຕັກໂນໂລຊີ ຂໍ້ມູນຂ່າວສານ, ວຽກງານເຕັດນິກໃນປີ 2025 ພ້ອມຍັງໄດ້ຈັດຕັ້ງ ກິດ
ຈະກໍາການແຂ່ງຂັນແລກປ່ຽນຫົວຄິດປະດິດສ້າງປະກອບເຂົ້າໃນການພັດທະນາບໍລິການ ແລະ ການບໍລິຫານຂອງຢູນີເທວຢ່າງເຂັ້ມແຂງພາຍໃຕ້ຫົວຂໍ້ “
Boxing Day” ເພື່ອກະກຽມປະກອບເຂົ້າໃນແນວທາງການຈັດຕັ້ງປະຕິບັດປີ 2025 ເພື່ອໃຫ້ໄດ້ຮັບໝາກຜົນທີ່ດີທີ່ສຸດ, ມີການຈັດກິລາເພື່ອສ້າງ
ມິດຕະພາບລະຫວ່າງ ຂັ້ນບໍລິສັດ ແລະ ສາຂາ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ວັນລະວົງ ນັນທະວົງ ຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ ຂຶ້ນຜ່ານລັດຖະດຳລັດ, ດຳລັດ,
ຂໍ້ຕົກລົງ ແລະ ໜັງສືມອບສິດໃນນີ້ໄດ້ຜ່ານລັດຖະດຳລັດວ່າດ້ວຍການປະດັບຫຼຽນໄຊແຮງງານ, ຊັ້ນ 1, ຊັ້ນ II, ຊັ້ນ III ໃຫ້ແກ່ ບຸກຄົນ ແລະ ກົມ
ກອງລວມໝູ່ ບໍລິສັດສະຕາໂທລະຄົມ ຈຳກັດ ຄື: ຫຼຽນໄຊແຮງງານ ຊັ້ນ 1 ຈໍານວນ 2 ທ່ານ 1 ກົມກອງ, ຫຼຽນໄຊແຮງງານ ຊັ້ນ II ຈໍານວນ 21 ທ່ານ
2 ກົມກອງ, ຫຼຽນໄຊແຮງງານ ຊັ້ນ III ຈໍານວນ 39 ທ່ານ 2 ກົມກອງ, ປະດັບຫຼຽນກາແຮງງານ ໃຫ້ບຸກຄົນຈໍານວນ 81 ທ່ານ 7 ກົມກອງ, ມອບ
ໃບຍ້ອງຍໍລັດຖະບານໃຫ້ບຸກຄົນຈໍານວນ 105 ທ່ານ 7 ກົມກອງ, ກະຊວງປ້ອງກັນປະເທດຕົກລົງ: ມອບຫຼຽນໄຊພິລະອາດຫານຊັ້ນ 1 ໃຫ້ແກ່ ນາຍ
ທະຫານ ບໍລິສັດສະຕາໂທລະຄົມ ຈໍານວນ 3 ສະຫາຍ, ມອບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ຈໍານວນ 1 ກົມກອງ 4 ສະຫາຍ, ມອບຫຼຽນໄຊພິລະ
ອາດຫານຊັ້ນ III ໃຫ້ແກ່ນາຍທະຫານ, ພະນັກງານ ບໍລິສັດສະຕາໂທລະຄົມ ຈໍານວນ 10 ສະຫາຍ, ມອບໃບຍ້ອງຍໍກະຊວງປ້ອງກັນປະເທດໃຫ້ແກ່
ກົມກອງລວມໝູ່ ຈຳນວນ 6 ກົມກອງ ແລະ ບຸກຄົນ ຈຳນວນ 125 ສະຫາຍ, ມອບໃບຍ້ອງຍໍກົມໃຫຍ່ການເມືອງກອງທັບໃຫ້ແກ່ພະນັກງານ ບໍລິ
ສັດສະຕາໂທລະຄົມຈຳກັດ ຈໍານວນ 130 ທ່ານ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 22/01/2025