ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຊື່ອມຊຶມເອກະສານ ວິໄສທັດວຽກງານສິ່ງແວດລ້ອມ
ກອງທັບ ປະຊາຊົນລາວວິທະຍາຄານພະລາທິການກອງທັບ


    ວັນທີ 19 ກຸມພາ 2025 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ເຊື່ອມຊຶມເອກະສານວິໄສທັດ
ວຽກງານສິ່ງແວດລ້ອມ ກອງທັບປະຊາຊົນລາວ ແຕ່ປີ 2025-2030 ຍຸດທະສາດການສຶກສາ, ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ຢູ່ທີ່ສະໂມສອນ
ວິທະຍາຄານພະລາທິການກອງທັບ ໂດຍການເປັນປະທານຮ່ວມ ຂອງສະຫາຍ ພັນເອກ ຄຳໄຊ ສະນີແກ້ວ ຮອງຫົວໜ້າກົມວິທະຍາສາດ-ປະຫວັດ
ສາດ ການທະຫານ ແລະ ສະຫາຍ ພັນເອກ ປອ ປະໂຍທອນ ແກ້ວວິຈິດ ຮອງອຳນວຍການ, ຫົວໜ້າຫ້ອງອົບຮົມ ວິທະຍາຄານພະລາທິການກອງ
ທັບ, ມີແຂກຖືກເຊີນຈາກກອງທຶນປົກປັກຮັກສາສິ່ງແວດລ້ອມແຫ່ງຊາດ, ກົມໂຮງຮຽນ, ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ວິທະຍາຄານ
ນາຍທະຫານບົກ ກົມມະດຳ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານຫຼັກແຫຼ່ງຕະຫຼອດຮອດ ຄູ-ອາຈານ ແລະ ນັກສຶກສາ ວິທະຍາຄານ
ພະລາທິການກອງທັບ ເຂົ້າຮ່ວມ.

     ໃນພິທີ ຜູ້ຕາງໜ້າຈາກຫ້ອງວິທະຍາສາດ-ປະຫວັດສາດ ການທະຫານ ວິທະຍາຄານພະລາທິການກອງທັບ ແລະ ວິທະຍາຄານ ນາຍທະຫານ
ບົກກົມມະດຳ ໄດ້ຜ່ານບົດບົດລາຍງານການຈັດຕັ້ງປະຕິບັດວຽກງານສິ່ງແວດລ້ອມ ຂອງສອງວິທະຍາຄານ ໃນໄລຍະຜ່ານມາ ແລະ ທິດທາງແຜນ
ການເຄື່ອນໄຫວໃນຕໍ່ໜ້າ. ຈາກນັ້ນ, ພັນໂທ ບຸນຍາວົງ ດວງປັນຍາ ຫົວໜ້າພະແນກວິທະຍາສາດສິ່ງແວດລ້ອມ ຫ້ອງວິທະຍາສາດເຕັກໂນໂລຊີ ແລະ
ສິ່ງແວດລ້ອມ ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເຊື່ອມຊຶມເອກະສານນຳ
ໃຊ້ປຶ້ມວິໄສທັດສິ່ງແວດລ້ອມ ກອງທັບປະຊາຊົນລາວ ແຕ່ປີ 2025-2030 ຍຸດທະສາດການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ໂດຍ
ອີງຕາມພາລະບົດບາດໜ້າທີ່ ແລະ ຂອບເຂດສິດ ຂອງກົມວິທະຍາສາດ-ປະຫວັດສາດ ການທະຫານ ໃນນາມເປັນອົງການຄຸ້ມຄອງສິ່ງແວດລ້ອມ
ຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ອີງຕາມ ຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງ ແລະ ປະກາດນຳໃຊ້ປຶ້ມວິ
ໄສທັດດ້ານສິ່ງແວດລ້ອມ ກອງທັບປະຊາຊົນລາວ. ພ້ອມນັ້ນ, ຜູ້ຕາງໜ້າຈາກກອງທຶນປົກປັກຮັກສາສິ່ງແວດລ້ອມແຫ່ງຊາດ ໄດ້ແນະນຳທີ່ຕັ້ງພາລະ
ບົດບາດຂອງກອງທຶນ, ວິທີເຂົ້າເຖິງແຫຼ່ງທຶນຂັ້ນຕອນການສ້າງເອກະສານ ຕະຫຼອດຮອດການຈັດຕັ້ງປະຕິບັດໂຄງການຕົວຈິງ ເພື່ອໃຫ້ສອງວິທະຍາ
ຄານນຳໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງມີປະສິດທິຜົນສູງ.

     ໂອກາດນີ້, ສະຫາຍ ພັນເອກ ປອ ປະໂຍທອນ ແກ້ວວິຈິດ ໄດ້ໂອ້ລົມບາງຕອນວ່າ: ການພັດທະນາວຽກງານການສຶກສາ ແລະ ສ້າງຈິດສຳນຶກ
ດ້ານສິ່ງແວດລ້ອມ ເປັນວຽກງານໜຶ່ງທີ່ສຳຄັນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ, ເພື່ອເປັນການ
ປະກອບສ່ວນເຂົ້າໃນແຜນພັດທະນາສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ເພື່ອຊຸກຍູ້ສົ່ງເສີມໃຫ້ນາຍ ແລະ ພົນທະຫານ ແລະ ນັກສຶກສາ
ຢູ່ວິທະຍາຄານພະລາທິການກອງທັບ ມີຄວາມຮັບຮູ້ ແລະ ເຂົ້າໃຈ, ມີຄວາມຜິດຊອບໃນການຄຸ້ມຄອງນຳໃຊ້ຊັບພະຍາກອນທຳມະຊາດຢ່າງສົມເຫດ
ສົມຜົນ ແລະ ເພື່ອເປັນບ່ອນອີງໃນການກັບໄປຈັດຕັ້ງປະຕິບັດວຽກງານຕົວຈິງຢູ່ກົມກອງ ໃຫ້ເປັນກົມກອງສີຂຽວສະອາດຈົບງາມຫຼາຍຂຶ້ນ.

ແຫຼ່ງຂ່າວໂດຍ ນາງ ພອນ
ວັນທີ 21/02/2025