ຄະນະນໍາກະຊວງປ້ອງກັນປະເທດ ອວຍພອນຫ້ອງການຜູ້ຕາງໜ້າ ກະຊວງປ້ອງກັນປະເທດ
ແລະ ຫ້ອງການທີ່ປຶກສາທູດຝ່າຍທະຫານ ແຫ່ງ ສ ຣັດເຊຍ ປະຈຳລາວ
ວັນທີ 19 ກຸມພາ 2025 ນີ້, ຄະນະນໍາກະຊວງປ້ອງກັນປະເທດ ເຊິ່ງນໍາໂດຍ ສະຫາຍ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດ ພ້ອມຄະນະນໍາກະຊວງປ້ອງກັນປະເທດ, ໄດ້ນໍາເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນ ເຂົ້າອວຍພອນ ສະຫາຍ ພົນຕີ ເດີມີ
ຕຣີ ໄກຼເຢັບ ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ປະຈຳ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ສະ
ຫາຍ ພັນເອກ ອານເດຣ ລີຄາເຊັບ ປີໂຕຣວິດ ຫົວໜ້າຫ້ອງການທີ່ປຶກສາທູດຝ່າຍທະຫານ ສະຫະພັນຣັດເຊຍ ປະຈຳລາວ ພ້ອມທັງ ສະຫາຍ ວາ
ລາດີເມຍ ກາລີ ນິນ ເອກອັກຄະລັດຖະທູດຣັດເຊຍ ຜູ້ມີອໍານາດເຕັມປະຈຳ ສປປ ລາວ ພ້ອມຄະນະ ເນື່ອງໃນໂອກາດ ວັນປ້ອງກັນປິຕຸພູມ ແຫ່ງ
ສະຫະພັນ ຣັດເຊຍ ຫຼື ວັນສ້າງຕັ້ງກອງທັບອະດີດສະຫະພາບໂຊວຽດ (23/02/1919-23/02/2025) ຄົບຮອບ 106 ປີ.
ໂອກາດດັ່ງກ່າວ, ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ກ່າວອວຍພອນ ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ສະຫະພັນ ຣັດ
ເຊຍ ແລະ ສະຫາຍ ທີ່ປຶກສາທູດຝ່າຍທະຫານ ສະຫະພັນ ຣັດເຊຍ ພ້ອມທັງ ສະຫາຍ ວາລາດີເມຍ ກາລີ ນິນ ເອກອັກຄະລັດຖະທູດຣັດເຊຍ ຜູ້ມີ
ອໍານາດເຕັມປະຈຳ ສປປ ລາວ ພ້ອມຄະນະ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງສະຫາຍ, ອວຍພອນໃຫ້ການຮ່ວມ
ມືລະຫວ່າງສອງຊາດ, ສອງກອງທັບ ລາວ-ຣັດເຊຍ ຈົ່ງໝັ້ນຄົງ ແລະ ກ້າວສູ່ລວງເລິກຍິ່ງຂຶ້ນ. ຈາກນັ້ນ, ສະຫາຍ ພົນຕີ ເດີມີຕຣີ ໄກຼເຢັບ ຫົວໜ້າຫ້ອງ
ການຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ປະຈຳ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ພັນເອກ ອານເດຣ ລີຄາ
ເຊັບ ປີໂຕຣວິດ ຫົວໜ້າຫ້ອງການທີ່ປຶກສາທູດຝ່າຍທະຫານ ສະຫະພັນຣັດເຊຍ ປະຈຳລາວ ພ້ອມທັງ ສະຫາຍ ວາລາດີເມຍ ກາລີ ນິນ ເອກອັກຄະ
ລັດຖະທູດຣັດເຊຍ ຜູ້ມີອໍານາດເຕັມປະຈຳ ສປປ ລາວກໍໄດ້ສະແດງຄວາມຂອບໃຈຕໍ່ຄະນະນໍາກະຊວງປ້ອງກັນປະເທດ ພ້ອມຄະນະ ທີ່ເຫັນໄດ້ຄວາມ
ໝາຍຄວາມສຳຄັນ ຕໍ່ວັນດັ່ງກ່າວ ພ້ອມທັງອວຍພອນ ໃຫ້ ຄະນະນໍາກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບແຂງແຮງ ແລະ ເຮັດສໍາເລັດໜ້າທີ່ການ
ເມືອງ, ສືບຕໍ່ຮັດແໜ້ນຄວາມສາມັກຄີ ລະຫວ່າງ ສອງຊາດ-ສອງກອງທັບລາວ-ຣັດເຊຍ, ຣັດເຊຍ-ລາວ ໃຫ້ນັບມື້ນັບແໜັນແຟ້ນຍິ່ງໆຂຶ້ນ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 20/02/2025