
ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ລົງພົບປະໂອ້ລົມ ພະນັກງານ-ນັກຮົບ ທີ່ໄດ້ຈັດຕັ້ງຫັດ
ແອບເຝິກອົບຮົມຕີພິເສດ''ໃຕ້ຝຸ່ນ'' ແລະ ການຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣສ 2026''

ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ລົງພົບປະໂອ້ລົມ ພະນັກງານ-ນັກຮົບ
ທີ່ຈັດຕັ້ງຫັດແອບເຝິກອົບຮົມຕີພິເສດ''ໃຕ້ຝຸ່ນ'' ແລະ ການຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣສ 2026'' ຄັ້ງວັນທີ 15/05/2026
ວັນທີ 15 ພຶດສະພາ 2026 ນີ້, ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຮອງ
ຫົວໜ້າຄະນະຊີ້ນໍາລວມການຈັດຕັ້ງຫັດແອບເຝິກອົບຮົມຕີພິເສດ ແລະ ການຊ້ອມຮົບຮ່ວມ ລາວ-ຣັດເຊຍ 2026 ພ້ອມດ້ວຍຄະນະ ໄດ້
ລົງພົບປະໂອ້ລົມ ແລະ ຢ້ຽມຢາມພະນັກງານ-ນັກຮົບ ທຸກພາກສ່ວນທີ່ເຂົ້າຮ່ວມການເຝິກຊ້ອມໃນຄັ້ງນີ້ຢ່າງໃກ້ຊິດ.
ໃນໂອກາດລົງພົບປະຄັ້ງນີ້, ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ ໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາ, ເຊິ່ງໄດ້ຍົກໃຫ້ເຫັນ
ເຖິງຄວາມໝາຍ ແລະ ຄວາມສຳຄັນທາງດ້ານຍຸດທະສາດ ແລະ ຍຸດທະວິທີ ຂອງວຽກງານການເຝິກແອບຊ້ອມຮົບຮ່ວມໃນຄັ້ງນີ້ ພາຍຫຼັງ
ທີ່ເຂົ້າຢຶດສະໜາມ ກໍໄດ້ພາກັນຮີບຮ້ອນຈັດຕັ້ງວຽກງານຮັບພະກັນ ເຊິ່ງເປັນການຍົກລະດັບຄວາມຮູ້ ຄວາມສາມາດໃນການສູ້ຮົບ ພ້ອມ
ທັງເປັນການຮັດແໜ້ນສາຍພົວພັນມິດຕະພາບ ລາວ-ຣັດເຊຍ ພ້ອມດຽວກັນນັ້ນ, ສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທຸກ
ພາກສ່ວນ ທີ່ໄດ້ມີຄວາມຮັບຜິດຊອບສູງ ແລະ ຕັ້ງໜ້າເຂົ້າຮ່ວມການເຝິກຊ້ອມຢ່າງຕັ້ງໜ້າ, ເພື່ອຮັບປະກັນໃຫ້ແກ່ການຊ້ອມຮົບຮ່ວມໄດ້
ບັນລຸໝາກຜົນສູງສຸດ, ພ້ອມນີ້ ສະຫາຍ ໄດ້ເນັ້ນໜັກໃຫ້ພະນັກງານ-ນັກຮົບທຸກສະຫາຍ ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ ນຳ
ພາແນວຄິດ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມອົດທົນຜ່ານຜ່າທຸກຂໍ້ຫຍຸ້ງຍາກ ຕາມສະພາບການ ແລະ ພື້ນທີ່ຕົວຈິງ, ຕັ້ງໃຈປະຕິ
ບັດລະບຽບວິໄນ, ປະຕິບັດຕາມແຜນການເຝິກຊ້ອມຢ່າງເຂັ້ມງວດ, ເນັ້ນໜັກໃຫ້ມີການຖອດຖອນບົດຮຽນ ແລກປ່ຽນຄວາມຮູ້ ແລະ ປະ
ສົບການເຊິ່ງກັນ ແລະ ກັນ ເພື່ອນຳເອົາບົດຮຽນທີ່ໄດ້ຮັບ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ ໃຫ້ມີປະສິດທິຜົນ. ນອກນັ້ນ,
ຕ້ອງໄດ້ເອົາໃຈໃສ່ເບິ່ງແຍງສຸຂະພາບຕົນເອງໃຫ້ແຂງແຮງຢູ່ສະເໝີ ເພື່ອຮັບປະກັນການປະຕິບັດໜ້າທີ່ໃຫ້ຕໍ່ເນື່ອງ.
ຈາກນັ້ນ, ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ ຍັງໄດ້ຮຽກຮ້ອງໃຫ້ແຕ່ລະພາກສ່ວນຍົກສູງຄວາມຮັບຜິດຊອບຕໍ່ໜ້າ
ທີ່ການເມືອງຂອງຕົນທີ່ໄດ້ຮັບມອບໝາຍ ແລະ ມີຄວາມມະນະອົດທົນ, ກະຕືລືລົ້ນ ປະກອບສ່ວນສໍາຄັນເຂົ້າໃນການຊ້ອມຮົບ ເພື່ອໃຫ້
ການຊ້ອມຮົບຮ່ວມ ລາວ-ຣັດເຊຍ 2026 ໃນຄັ້ງນີ້ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ແລະ ທີ່ສຳຄັນທີ່ສຸດແມ່ນຕ້ອງຮັບປະກັນຄວາມ
ປອດໄພທາງດ້ານບຸກຄະລາກອນ ແລະ ພາຫະນະເຕັກນິກໃຫ້ໄດ້ 100%.
ແຫຼ່ງຂ່າວໂດຍ ຄຳໄຕ ຈັນນະຄອນ
ວັນທີ 18/05/2026