ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງຄະນະສຳຫຼວດ ແລະ ກຳນົດຂອບເຂດເນື້ອທີ່ດິນ ເພື່ອສ້າງສີລາຈາລຶກ
ຮ່ອງຮອຍປະຫວັດສາດເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ.


ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ວັນທີ 14 ກັນຍາ 2026 ນີ້, ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ປະກາດການແຕ່ງຕັ້ງຄະນະສຳຫຼວດ ແລະ ກຳນົດຂອບເຂດເນື້ອທີ່ດິນ
ເພື່ອສ້າງສີລາຈາລຶກຮ່ອງຮອຍປະຫວັດສາດເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ແກ້ວ
ສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີຮອງຫົວໜ້າກົມມໍຣະດົກ ແລະ ວິຈິດສິນ ກະຊວງວັດທະນະທຳ ແລະ ການ
ທ່ອງທ່ຽວ, ມີຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າ
ຮ່ວມ.

     ສະຫາຍ ພັນເອກ ດວງມະນີ ສີວິໄຊ ຮອງຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານແຜນການ ວ່າດ້ວຍການແຕ່ງຕັ້ງຄະນະສຳຫຼວດ ແລະ
ກຳນົດຂອບເຂດເນື້ອທີ່ດິນ ເພື່ອສ້າງສີລາຈາລຶກຮ່ອງຮອຍປະຫວັດສາດເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ຢູ່ 18 ຈຸດ ໃນ 7 ແຂວງພາກ
ກາງ ແລະ ພາກໃຕ້ ຂອງລາວ. ຈາກນັ້ນ, ບັນດາສະຫາຍທີ່ຖືກແຕ່ງຕັ້ງ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ກ່ຽວກັບການລົງສຳ
ຫຼວດກວດກາຄັ້ງນີ້ ເພື່ອຮັບປະກັນໃຫ້ວຽກງານປະຕິບັດໄປຕາມແຜນການ, ມີຄວາມປອດໄພ, ສາມາດກຳນົດພື້ນທີ່ໄດ້ຢ່າງຖືກຕ້ອງ-ແນ່ນອນ ແລະ ລາຍ
ງານໃຫ້ຂັ້ນເທິງຮັບຊາບຕາມກຳນົດເວລາ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ປະທານກອງປະຊຸມ ໄດ້ມີຄຳເຫັນ ຊີ້ນຳ ແລະ ເນັ້ນໜັກໃຫ້ຄະນະທີ່ໄດ້ຮັບການແຕ່ງຕັ້ງ ເອົາ
ໃຈໃສ່ບາງດ້ານ ດັ່ງນີ້:  ໃຫ້ຄະນະຮັບຜິດຊອບ ແບ່ງງານກັນຢ່າງລະອຽດ, ເຮັດວຽກຢ່າງມີວິທະຍາສາດ ແລະ ມີຄວາມສາມັກຄີເປັນເອກະພາບ ພ້ອມທັງຮັກ
ສາຄວາມປອດໄພຕະຫຼອດໄລຍະການເຄື່ອນໄຫວ; ການປະສານງານຢ່າງແໜ້ນແຟ້ນກັບ ອຳນາດການປົກຄອງທ້ອງຖິ່ນ, ຂະແໜງການທີ່ກ່ຽວຂ້ອງ ແລະ ປະ
ຊາຊົນໃນພື້ນທີ່ ເພື່ອໃຫ້ການກຳນົດຂອບເຂດເນື້ອທີ່ດິນ ມີຄວາມສະດວກ, ຖືກຕ້ອງຕາມລະບຽບກົດໝາຍ ແລະ ອະນຸລັກຮັກສາຮ່ອງຮອຍປະຫວັດສາດ
ໄວ້ຢ່າງສົມບູນ; ເກັບກຳປະຫວັດ, ຂໍ້ມູນ ແລະ ພື້ນທີ່ຈິງຢ່າງຄົບຖ້ວນ ເພື່ອເປັນບ່ອນອີງທີ່ໜັກແໜ້ນໃນການສ້າງສີລາຈາລຶກ ໃຫ້ກາຍເປັນມໍລະດົກທາງປະ
ຫວັດສາດ, ເປັນບ່ອນສຶກສາອົບຮົມມູນເຊື້ອອົງອາດກ້າຫານໃຫ້ແກ່ຄົນຮຸ່ນຫຼັງ.

ແຫຼ່ງຂ່າວໂດຍ ໄພລິນ ບຸນຍັງ
ວັນທີ 15/09/2026