ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ
ຄັ້ງທີ VI ຂອງອົງຄະນະພັກ ກົມໃຫຍ່ການເມືອງກອງທັບ ຊຸດທີ II


    ກອງປະຊຸມ ເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກົມໃຫຍ່ການເມືອງກອງທັບ
ຊຸດທີ II ໄດ້ຈັດຂຶ້ນໃນວັນທີ 13 ມີນາ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຄະນະປະຈໍາພັກກົມໃຫຍ່,
ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຄະນະພັກ ຫ້ອງການເມືອງ, ພະນັກງານ-ສະມາຊິກພັກ, ນັກຮົບອ້ອມຂ້າງກົມໃຫຍ່
ການເມືອງກອງທັບ ເຂົ້າຮ່ວມ.

     ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ຮອງຫົວໜ້າຫ້ອງການເມືອງ ຄະນະຮັບຜິດຊອບເຜີຍແຜ່ເອກະສານ ກົມໃຫຍ່ການເມືອງກອງທັບ
ຂຶ້ນເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່, ເຜີຍແຜ່ມະຕິ ແລະ ບົດລາຍງານການເມືອງ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງ
ຄະນະພັກ ກົມໃຫຍ່ການເມືອງກອງທັບ ວ່າ: ກອງປະຊຸມໄດ້ດໍາເນີນພາຍໃຕ້ບັນຍາກາດແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມ
ຮັບຜິດຊອບການເມືອງສູງ, ຄຽງຄູ່ກັບການຕິດຕາມຢ່າງໃກ້ຊິດຂອງບັນດາພະນັກງານ-ສະມາຊິກພັກ-ນັກຮົບໃນທົ່ວກົມໃຫຍ່ການເມືອງກອງທັບ,
ກອງປະຊຸມໃຫຍ່ ໄດ້ພ້ອມກັນຄົ້ນຄວ້າຕົກລົງຫຼາຍບັນຫາສໍາຄັນ ແລະ ໄດ້ຮັບຮອງເອົາບົດສຳຫຼວດການນໍາພາລວມຂອງຄະນະບໍລິຫານງານພັກ
ໂດຍໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່ໃນການຊີ້ນໍາ-ນໍາພາ ກົມໃຫຍ່ການເມືອງກອງທັບ ໃຫ້ມີຄວາມເຕີບໃຫ່ຍເຂັ້ມແຂງ, ສາມາດເຮັດຫຼ້ອນໜ້າທີ່
ທີ່ພັກ-ລັດ ກໍຄືກະຊວງປ້ອງກັນປະເທດ ແລະ ປະຊາຊົນມອບໝາຍໃຫ້. ພ້ອມນັ້ນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະ
ບໍລິຫານງານພັກຈຳນວນ 15 ສະຫາຍ, ໄດ້ເລືອກຕັ້ງເອົາຜູ້ແທນສົມບູນ 15 ສະຫາຍ, ສໍາຮອງ 3 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນສະມາ
ຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ ແລະ ກອງປະຊຸມຄົບຄະນະບໍລິຫານງານພັກກົມໃຫຍ່ການເມືອງກອງທັບ ສະໄໝທີ VI
ຄັ້ງປະຖົມມະລຶກ ໄດ້ເອກະສັນເລືອກຕັ້ງເອົາຄະນະປະຈຳພັກ 5 ສະຫາຍ ເພື່ອເປັນແກ່ນສານຊີ້ນໍາ-ນໍາພາກົມໃຫຍ່ການເມືອງກອງທັບ ໃຫ້ມີຜົນ
ສໍາເລັດໃໝ່ ແລະ ສ້າງບາດກ້າວບຸກທະລຸໃນການປັບປຸງກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ເຂັ້ມແຂງ. ກອງປະຊຸມຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາ
ຊິກພັກທຸກສະຫາຍໃນທົ່ວອົງຄະນະພັກ ກົມໃຫຍ່ການເມືອງກອງທັບ ຈົ່ງເຊີດຊູຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ, ນໍາພາມະຫາຊົນປະຕິ
ບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ, ພະນັກງານ-ສະມາຊິກພັກ, ນັກຮົບ ຕ້ອງເຊີດຊູນໍ້າໃຈຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າ
ຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ ແລະ ສາມັກຄີກັບປະຊາຊົນບັນດາເຜົ່າ
ເປັນປຶກແຜນແໜ້ນໜາ, ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ ກໍຄືຂອງກົມໃຫຍ່ການເມືອງກອງທັບຢ່າງຕັ້ງໜ້າ.

     ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງ
ທີ VI ກໍຄືການຊີ້ນໍາ-ນໍາພາ ຂອງຄະນະພັກກົມໃຫຍ່ການເມືອງກອງທັບ ໃນການປັບປຸງກໍ່ສ້າງກົມກອງ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ ພ້ອມທັງ
ເນັ້ນໜັກໃຫ້ພະນັກງານ, ສະມາຊິກພັກ, ນັກຮົບ ກໍາໄດ້ເນື້ອໃນຈິດໃຈຂອງເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ໃຫ້ຄົບຖ້ວນ ແລະ ເລິກເຊິ່ງ ທັງຍົກ
ສູງຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດຢ່າງຕໍ່ເນື່ອງ, ປະຕິບັດແນວທາງນະໂຍບາຍຂອງພັກ-ລັດ, ບັນດາມະຕິຄໍາສັ່ງ, ນິຕິກໍາຕ່າງໆ ຢ່າງ
ເຂັ້ມງວດ ແລະ ພ້ອມກັນຕັ້ງໜ້າສຶກສາ, ຄົ້ນຄວ້າຮໍ່າຮຽນທິດສະດີມາກ-ເລນິນ, ມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ, ປັບປຸງກໍ່ສ້າງພັກໃຫ້ມີ
ຄວາມເຂັ້ມແຂງຮອບດ້ານ ແລະ ພ້ອມກັນນໍາເອົາເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກົມໃຫຍ່ການ
ເມືອງກອງທັບ ນໍາໄປຈັດຕັ້ງເຜີຍແຜ່ກົມກອງຂອງຕົນໃຫ້ເກີດດອກອອກຜົນ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 14/03/2025