ກອງປະຊຸມຄົ້ນຄວ້າຮ່າງເອກະສານລາຍງານການເມືອງ
ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໃນຂົງເຂດວຽກງານ ປກຊ-ປກສ
ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບເປັນປະທານ
ວັນທີ 12 ມີນາ 2025 ນີ້, ຢູ່ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງກອງປະຊຸມຄົ້ນຄວ້າຮ່າງລາຍງານການເມືອງ ຂອງຄະນະບໍ
ລິຫານງານສູນກາງພັກ ສະໄໝທີ XI ໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງພັກປະຊາຊົນປະຕິວັດລາວ ໂດຍການເປັນ
ປະທານຂອງ ສະຫາຍ ພນຕີ ສອນທອງ ພົມລາວົງ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ,ຮອງຫົວໜ້າກົມໃຫຍ່ການເມືອງກອງ
ທັບ ພ້ອມດ້ວຍ ຜູ້ຕາງໜ້າຄະນະການນຳ 4 ກົມໃຫຍ່ ແລະ ຫ້ອງວ່າການກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ຜ່ານຮ່າງລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່
ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຕິດພັນກັບຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະກອບມີ 4
ຫົວຂໍ້ຫຼັກ ຄື: ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ແນວທາງພາລະກິດການປ່ຽນແປງໃໝ່ຂອງພັກ ເພື່ອນໍາພາ
ປະເທດຊາດ ເດີນຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ; ວຽກງານເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະ
ກັນສະຖຽນລະພາບດ້ານການເມືອງ ແລະ ຄວາມສະຫງົບສຸກຂອງສັງຄົມ ແລະ ແນວທາງການພົວພັນຮ່ວມມືກັບຕ່າງປະເທດ. ນອກຈາກນັ້ນ, ຍັງ
ໄດ້ຄົ້ນຄວ້າຮ່າງຄໍາຂວັນລວມຂອງລາຍງານການເມືອງກອງປະຊຸມໃຫຍ່ ໂດຍຍຶດຫຼັກການ "ຍົກສູງບົດບາດເປັນໃຈກາງຂອງການນໍາພາຂອງພັກ, ສ້າງ
ເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນຢ່າງແຂງແຮງ, ນໍາພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນ
ຕາມເປົ້າໝາຍສັງຄົມນິຍົມ". ຈາກນັ້ນບັນດາຜູ້ຕາງໜ້າເຂົ້າຮ່ວມກອງປະຊຸມ ກໍໄດ້ຮ່ວມກັນປຶກສາຫາລື ລະດົມຄວາມຄິດ ເພື່ອເອກະພາບດ້ານເນື້ອ
ໃນ ຕໍ່ຮ່າງລາຍງານການເມືອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໂດຍສະເພາະແມ່ນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ
ວຽກງານພົວພັນການຕ່າງປະເທດ ເພື່ອເຮັດໃຫ້ບົດລາຍງາຍ ມີເນື້ອໃນຄົບຖ້ວນສົມບູນ ແລະ ໜັກແໜ້ນຍິ່ງຂຶ້ນ.
ກອງປະຊຸມຄົ້ນຄວ້າຮ່າງເອກະສານລາຍງານການເມືອງຄັ້ງນີ້ ແມ່ນເໜັ້ນໃສ່ການປະກອບຄຳຄິດຄຳເຫັນ ຂອງສະມາຊິກພັກທຸກສະຫາຍ ແລະ
ຄົ້ນຄວ້າພິຈາລະນາເອົາຄຳຂວັນຂອງບົດລາຍງານການເມືອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເພື່ອນຳມາປັບປຸງປ່ຽນແປງໃໝ່ໃນຮ່າງເອກະສານ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 13/03/2025