ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການຍົກລະດັບພະແນກທະຫານຊາຍແດນ ຂຶ້ນເປັນ
ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງວຽງຈັນ


ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ ໃນຄັ້ງວັນທີ 10 ພະຈິກ 2026

     ພິທີ ປະກາດການຍົກລະດັບພະແນກທະຫານຊາຍແດນ ຂຶ້ນເປັນຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ
10 ພະຈິກ 2026, ໂດຍການເປັນປະທານ ຂອງ ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນ
ປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພູທະນູເພັດ ໄຊສົມບັດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານການພັກແຂວງ, ປະທານ
ສະພາປະຊາຊົນແຂວງວຽງຈັນ, ສະຫາຍ ພົນຈັດຕະວາ ອຸ່ນຄຳ ສີແຫວນວົງສັກ ຜູ້ບັນຊາການທະຫານຊາຍແດນ, ມີກົມທີ່ກ່ຽວຂ້ອງຈາກກະຊວງປ້ອງກັນ
ປະເທດ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງວຽງຈັນ, ກົມກອງອ້ອມຂ້າງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ສຸດທາ ສີສະຫຼາດ ກຳມະການພັກແຂວງ, ຮອງເລຂາຄະນະພັກ,  ຫົວໜ້າການທະຫານ ກອງບັນຊາການທະຫານແຂວງວຽງຈັນ
ໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວ ວຽກງານ ຂອງກຳລັງທະຫານຊາຍແດນ ກອງບັນຊາການທະຫານແຂວງວຽງຈັນ ໃນໄລຍະຜ່ານມາ. ຈາກນັ້ນ, ສະຫາຍ
ພັນເອກ ບຸນເພັງ ເທບພະພອນ ຮອງຫົວໜ້າກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຍົກລະ
ດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງວຽງຈັນ. ຈາກນັ້ນ, ສະຫາຍ ພັນເອກ ອິນພອນ ໄຊຍະສິດ ຮັກ
ສາການຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຫ້ອງທະຫານຊາຍແດນ ກອງບັນຊາການທະຫານ
ແຂວງວຽງຈັນ ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງວຽງຈັນ ຄື:
ສະຫາຍ ພັນໂທ ຊ້າລໍ່ ຈົ່ງເຕັງເຈ້ຍຊ້າ ເປັນຫົວໜ້າຫ້ອງທະຫານຊາຍແດນ ທັງເປັນເລຂາໜ່ວຍພັກ ແລະ ສະຫາຍ ພັນໂທ ນຸກລໍ່ ເບຼຍຢ່າວ ເປັນຮອງຫົວໜ້າ
ຫ້ອງທະຫານຊາຍແດນ ພ້ອມທັງ ເປັນຮອງເລຂາໜ່ວຍພັກ.

      ໃນພິທີ ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການ ແລະ ພະນັກງານຊ່ວຍວຽກຈໍານວນໜຶ່ງ ຕື່ມອີກ.

ແຫຼ່ງຂ່າວໂດຍ ສາຍຄໍາ ພອນມະນີ
ວັນທີ 11/11/2026