ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ
ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ


    ໂດຍໄດ້ຮັບຄຳເຊີນ ສະຫາຍ ພົນເອກ ຫງວຽນ ເຕີນ ເກືອງ ກຳມະການສູນກາງພັກ, ຄະນະກຳມະການປະຈຳການທະຫານສູນກາງ, ຫົວ
ໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ຄະນະຜູ້ແທນການທະຫານຂັ້ນສູງກອງ
ທັບປະຊາຊົນລາວ ນຳໂດຍ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດກອງທັບປະຊາຊົນລາວ, ຫົວໜ້າກົມ
ໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ເດີນທາງມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັັນທີ 4-6 ມີນາ 2025 ນີ້.

     ຕອນເຊົ້າວັນທີ 5 ມີນາ, ຢູ່ທີ່ສຳນັກງານກະຊວງປ້ອງກັນປະເທດ, ສະຫາຍ ພົນເອກ ຫງວຽນ ເຕີນ ເກືອງ ໄດ້ເປັນປະທານພິທີຕ້ອນຮັບ ຄະ
ນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ແລະ ຄະນະຜູ້ແທນສອງປະເທດໄດ້ດຳເນີນກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ.
ສະຫາຍ ພົນເອກ ຫງວຽນ ເຕີນ ເກືອງ ໄດ້ກ່າວຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ທີ່ໄດ້ຮັບການແຕ່ງ
ຕັ້ງຈາກພັກ ແລະ ລັດ ໃຫ້ດໍາລົງຕໍາແໜ່ງເປັນຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ;
ເຊື່ອໝັ້ນວ່າໃນຕຳແໜ່ງໃໝ່ຂອງຕົນ, ຈະປະກອບສ່ວນນຳພາກອງທັບປະຊາຊົນລາວໃຫ້ນັບມື້ນັບພັດທະນາ, ການພົວພັນຮ່ວມມືດ້ານການທະຫານ
ລະຫວ່າງກອງທັບ ຫວຽດນາມ-ລາວ ນັບມື້ນັບເຂັ້ມແຂງ.

     ສະຫາຍ ພົນເອກ ຫງວຽນ ເຕີນ ເກືອງ ໄດ້ກ່າວວ່າ: ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດເວົ້າລວມ ເວົ້າສະເພາະ, ການຮ່ວມມື
ລະຫວ່າງກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ-ລາວ ບັນລຸໄດ້ໝາກຜົນສູງ, ສືບຕໍ່ເປັນເສົາຄ້ຳອັນສຳຄັນໃນການພົວພັນສອງຝ່າຍ
ຫວຽດນາມ-ລາວ. ໃນນັ້ນ, 2 ຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການເປັນເສນາທິການໃຫ້ບັນດາການນຳພັກ, ລັດ ກ່ຽວກັບບັນດາບັນຫາຍຸດ
ທະສາດດ້ານການທະຫານ, ປ້ອງກັນຊາດຂອງແຕ່ລະປະເທດ; ການຮ່ວມມືດ້ານກອງທັບ ແລະ ການທະຫານ ໄດ້ຮັບການປະຕິບັດຢ່າງຕັ້ງໜ້າ ແລະ
ມີປະສິດທິຜົນ; ທະຫານຊາຍແດນ ແລະ ກອງບັນຊາການທະຫານຊາຍແດນ ຂອງສອງປະເທດ ໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການຮັບປະກັນ
ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ; ການຮ່ວມມືດ້ານການບຳລຸງສ້າງຊັບພະຍາກອນ
ມະນຸດສືບຕໍ່ໄດ້ຮັບຄວາມສຳຄັນເປັນພິເສດຂອງສອງຝ່າຍທັງດ້ານປະລິມານ ແລະ ຄຸນນະພາບ; ການຮ່ວມມືດ້ານການຂົນສົ່ງ ແລະ ດ້ານວຽກອຸດສາ
ຫະກໍາກະຊວງປ້ອງກັນປະເທດໄດ້ຮັບການຊຸກຍູ້ຢ່າງແຂງແຮງ. ໃນຕໍ່ໜ້າ 2 ຝ່າຍໄດ້ເຫັນດີເປັນເອກະພາບ, ບົນພື້ນຖານບັນດາເອກະສານທີ່ການນຳ
ກະຊວງປ້ອງກັນປະເທດ 2 ປະເທດໄດ້ລົງນາມ, ໄດ້ສະເໜີໃຫ້ສຸມໃສ່ຊຸກຍູ້ການພົວພັນຮ່ວມມືໃນບັນດາເນື້ອໃນສຳຄັນຄື: ສົມທົບກັນຜັນຂະຫຍາຍ
ບັນດາເນື້ອໃນການຮ່ວມມືຢ່າງມີປະສິດທິຜົນຕາມຄວາມຮັບຮູ້ຮ່ວມຂອງການນຳຂັ້ນສູງຂອງສອງປະເທດ, ພິເສດແມ່ນສັນຍາຮ່ວມມືລະຫວ່າງສອງ
ປະເທດ ຫວຽດນາມ-ລາວ ໃນປີ 2024; ການພົບປະລະຫວ່າງການນຳພັກ-ລັດ 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ (22/02/2025); ເພີ່ມ
ທະວີການແລກປ່ຽນບັນດາບັນຫາຍຸດທະສາດຜ່ານກອງປະຊຸມຂັ້ນສູງ ແລະ ກົນໄກສົນທະນານະໂຍບາຍປ້ອງກັນປະເທດ; ສະໜັບສະໜູນລາວ ໃນ
ການສ້າງຕັ້ງກຳລັງຮັກສາສັນຕິພາບ ສະຫະປະຊາຊາດ; ເພີ່ມທະວີການຮ່ວມມືລະຫວ່າງກອງທັບ, ກອງທັບ ແລະ ກຳລັງປ້ອງກັນຊາຍແດນ 2 ປະ
ເທດ; ເອົາໃຈໃສ່ການຮ່ວມມືດ້ານການບຳລຸງສ້າງຊັບພະຍາກອນມະນຸດ; ຊຸກຍູ້ການຮ່ວມມືດ້ານການຂົນສົ່ງ, ເຕັກໂນໂລຊີຂໍ້ມູນຂ່າວສານ, ອຸດສາຫະ
ກຳປ້ອງກັນປະເທດ; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ.

     ສະຫາຍ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ຢັ້ງຢືນເຖິງຄວາມໝາຍຄວາມສໍາຄັນຂອງການຢ້ຽມຢາມຫວຽດນາມ ຢ່າງ
ເປັນທາງການຄັ້ງນີ້ຂອງຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ; ເນັ້ນໜັກວ່າ, ໃນໄລຍະຜ່ານມາ ການຮ່ວມມືດ້ານປ້ອງກັນຊາດ
ລາວ-ຫວຽດນາມ ນັບມື້ນັບພັດທະນາຢ່າງເລິກເຊິ່ງ ແລະ ບັນລຸໄດ້ໝາກຜົນສູງ. ໃນ ປີ 2024, ການຮ່ວມມືລະຫວ່າງກອງທັບສອງປະເທດ ໄດ້ຮັບ
ການພັດທະນາຢ່າງຮອບດ້ານໃນຂົງເຂດການແລກປ່ຽນຄະນະຜູ້ແທນ, ການເຝິກອົບຮົມ, ການທະຫານ ແລະ ການພົບປະແລກປ່ຽນການທະຫານ.
ພ້ອມກັນນັ້ນ, ສອງຝ່າຍກໍຕັ້ງໜ້າສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ. ສະຫາຍ ພົນຕີ ສາຍໃຈ ກົມມະສິດ ເຫັນດີເປັນເອກະ
ພາບໃນຕໍ່ໜ້າ ທັງສອງຝ່າຍຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືບົນພື້ນຖານບັນດາເອກະສານທີ່ໄດ້ລົງນາມ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະ
ພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ແລະ ກອງທັບສອງປະເທດ ລາວ-ຫວຽດນາມ ໃຫ້ຂຽວ
ສົດງົດງາມຕະຫຼອດໄປ. ພາຍຫຼັງສຳເລັດ, ພິທີພົບປະສອງຝ່າຍ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ພ້ອມຄະນະໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ພົນເອກ
ຟານ ວັນ ຢາງ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ອີກດ້ວຍ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 05/03/2025