ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໃຫຍ່ການເມືອງກອງທັບ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ
ກອງບັນຊາການທະຫານແຂວງຫຼວງພະບາງ


    ວັນທີ 3 ມີນາ 2025 ນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງ
ກອງທັບ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງກອງບັນຊາການທະຫານແຂວງຫຼວງພະບາງ, ມີສະຫາຍ ພົນຈັດຕະວາ ວິລ່ຽມ ວົງທິສານ ຫົວ
ໜ້າການທະຫານກອງບັນຊາການທະຫານແຂວງຫຼວງພະບາງ ພ້ອມຄະນະ, ມີຄະນະພັກ-ຄະນະບັນຊາອົງການ 6 ຫ້ອງ ພ້ອມດ້ວຍພະນັກ
ງານຫຼັກແຫຼ່ງກົມກອງອ້ອມຂ້າງ ເຂົ້າຮ່ວມ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ລາຍງານຫຍໍ້
ສະພາບຈຸດພິເສດພູມສາດ ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ລວມໄປເຖິງການຈັດຕັ້ງຜັນຂະຫຍາຍມະຕິ ວ່າດ້ວຍ 4 ໜ້າທີ່ໃຫຍ່
26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ. ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ
ຂອງຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ສ້າງໄດ້ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ
ເພີ່ມທະວີສຶກສາອົບຮົມການເມືອງ-ນໍາພາແນວຄິດຕິດພັນກັບການຈັດຕັ້ງດໍາເນີນຊີວິດການເມືອງ ເປີດກວ້າງການຕໍານິສົ່ງຂ່າວ ກໍ່ສ້າງຊ່ວຍເຫຼືອ
ເຊິ່ງກັນ ແລະ ກັນ ເພື່ອແນໃສ່ເຮັດໃຫ້ພະນັກງານສະມາຊິກພັກ-ນັກຮົບ ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ,
ມີລະບຽບວິໄນເຂັ້ມງວດ, ອຸ່ນອຽນທຸ່ນທ່ຽງ ແລະ ກໍາແໜ້ນແນວທາງແຜນນະໂຍບາຍຂອງພັກ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ, ຍົກສູງສະ
ຕິເຄົາລົບກົດໝາຍຂອງລັດ, ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາທາງດ້ານວຽກງານວິຊາສະເພາະ ແລະ ຫ້າວຫັນເຮັດສໍາເລັດໜ້າທີ່
ການເມືອງທີ່ໄດ້ຮັບການມອບໝາຍ ບົນພື້ນຖານໃຫ້ເສີມຂະຫຍາຍທາດແທ້, ມູນເຊື້ອອັນດີງາມຂອງກອງທັບ, ຍົກສູງນໍ້າໃຈເສຍສະຫຼະສ່ວນຕົວ
ເພື່ອຜົນປະໂຫຍດສ່ວນລວມ, ເອົາໃຈໃສ່ກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາ, ກໍ່ສ້າງພະນັກງານ 3 ຮຸ່ນສືບທອດປ່ຽນແທນ ໃຫ້ມີຄຸນນະພາບ,
ຈັດຕັ້ງກໍາລັງຫັນລົງກໍ່ສ້າງຮາກຖານການເມືອງ ປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ, ກໍາແໜ້ນສະພາບຮອບດ້ານ ໂດຍສະເພາະແມ່ນສະພາບ
ການເຄື່ອນໄຫວ ຂອງກຸ່ມຄົນບໍ່ຫວັງດີ ແລະ ພ້ອມກັນແກ້ໄຂບັນຫາກໍ່ຄວາມບໍ່ສະຫງົບໃຫ້ທັນກັບສະພາບການ, ເອົາໃຈໃສ່ຈັດຕັ້ງກໍາລັງປ້ອງກັນ
ບັນດາໂຄງການລົງທຶນ ຂອງສາກົນ ປ້ອງກັນ, ແຂກພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາທ່ອງທ່ຽວຢູ່ແຂວງຫຼວງພະບາງ ໃຫ້ມີຄວາມເຂັ້ມງວດ
ເພື່ອສາມາດຮັບປະກັນຄວາມສະຫງົບປອດໄພ ແລະ ເປັນລະບຽບຮ້ອຍ, ຫ້າມເດັດຂາດບໍ່ໃຫ້ມີເຫດການທີ່ຮ້າຍແຮງ ແລະ ບັນຫາທີ່ບໍ່ເພິ່ງປາດ
ຖະໜາເກີດຂຶ້ນຢ່າງເດັດຂາດ. ພ້ອມທັງ ເອົາໃຈໃສ່ສ້າງພະລາທິການກັບທີ່ ປະຕິບັດຕາມທິດ 4 ປູກ 4 ລ້ຽງ ບົນພື້ນຖານ ເຊີດຊູນໍ້າໃຈເພິ່ງຕົນເອງ,
ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຂຸດຄົ້ນເງື່ອນໄຂທ່າແຮງບົ່ມຊ້ອນ ແລະ ຄວາມສາມາດຕົວຈິງຂອງກົມກອງຕັ້ງທັບ, ບຸກທະລຸ
ຕາມທິດນໍາມະຕິ 4 ຂອງກົມການເມືອງສູນກາງພັກວາງອອກ ວ່າດ້ວຍການສ້າງເສດຖະກິດເອກະລາດ ໃຫ້ປະກົດຜົນເປັນຈິງ. ພ້ອມກັນນີ້, ເອົາໃຈ
ໃສ່ຄຸ້ມຄອງ, ປົກປັກຮັກສາ ແລະ ບົວລະບັດຜັດເຊັດພາຫະນະເຕັກນິກ, ອາວຸດ-ກະສຸນ ໃຫ້ເປັນປົກກະຕິ ແລະ ຮັບປະກັນໃຫ້ແກ່ການກຽມພ້ອມ
ສູ້ຮົບ, ສືບຕໍ່ຮັດແໜ້ນຄວາມສາມັກຄີກັບປະເທດເພື່ອນມິດຍຸດທະສາດ ໂດຍສະເພາະແມ່ນບັນດາປະເທດທີ່ມີຊາຍຕິດຈອດຂອງແຂວງ ບົນພື້ນຖານ
ໃຫ້ສອດຄ່ອງຕາມແນວທາງນະໂຍບາຍການຕ່າງ ປະເທດຂອງພັກ.

ແຫຼ່ງຂ່າວໂດຍ ສົມພອນ ສຸວັນທອນ
ວັນທີ 04/03/2025