ກອງປະຊຸມສະຫຼຸບວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ປະຈຳປີ 2024
ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານ
ກອງປະຊຸມສະຫຼຸບວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ປະຈຳປີ 2024 ແລະ ວຽກງານປ້ອງກັນກອງປະຊຸມອາຊຽນ ຄັ້ງທີ 44-45
ໄດ້ຈັດຂຶ້ນໃນວັນທີ 28 ກຸມພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນ
ປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະນໍາ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຫ້ອງການຄະນະກຳມະການ
ປກຊ-ປກສ ສູນກາງ, ກົມ 213, ກອງພົນ, ກອງບັນຊາການທະຫານແຂວງ ແລະ ກອງພັນໃຫຍ່ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ສະຫຼຸບວຽກງານການເຄື່ອນໄຫວເຮັດໃຫ້ສະພາບມີ
ຄວາມສະຫງົບ ແລະ ວຽກງານປ້ອງກັນກອງປະຊຸມອາຊຽນ ຄັ້ງທີ 44-45 ເຊິ່ງກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ ໄດ້ສຸມໃສ່ຈັດຕັ້ງປະຕິບັດມະ
ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່
26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດໃນຫຼາຍດ້ານ ເວົ້າລວມ, ເວົ້າສະ
ເພາະແມ່ນການປ້ອງກັນກອງປະຊຸມອາຊຽນ ແລະ ກອງປະຊຸມອື່ນໆ ທີ່ປິ່ນອ້ອມຮັບປະກັນມີຄວາມປອດໄພ 100%, ບັນດາກົມກອງກຳລັງຫຼວງ-
ກໍາລັງທ້ອງຖິ່ນ ທີ່ເຂົ້າຮ່ວມເຮັດໜ້າທີ່ປ້ອງກັນ ໄດ້ເປັນເຈົ້າການແຕ່ຫົວທີ, ມີລະບຽບແບບແຜນ, ມີສະຕິກຽມພ້ອມສູ້ຮົບເຂັ້ມງວດ, ມີຄວາມຫ້າວ
ຫັນ, ມີນໍ້າໃຈອົດທົນຜ່ານຜ່າຕໍ່ຄວາມຫຍຸ້ງຍາກ, ມີການປະສານແໜ້ນ ຂອງສອງພາກສ່ວນກໍາລັງ ປກຊ-ປກສ ແລະ ແບ່ງຄວາມຮັບຜິດຊອບລະ
ອຽດຊັດເຈນ, ໃນການເຄື່ອນໄຫວສະກັດກັ້ນ ແລະ ປ້ອງກັນກອງປະຊຸມ, ມີຄວາມສາມັກຄີໜັກແໜ້ນ, ປະສານສົມທົບກັບບັນດາກົມກອງກຳລັງ
ຫຼວງ-ກຳລັງທ້ອງຖິ່ນໃນຂອບເຂດທົ່ວປະເທດ ເວົ້າລວມ, ເວົ້າສະເພາະ ແມ່ນເຂດໃຈກາງ ເປັນເຈົ້າການຈັດຕັ້ງກຳລັງເຄື່ອນໄຫວຊອກຄົ້ນ, ໜີບຮັດ,
ອັດປ່ອງຂ້າມລອຍ ຂອງຄົນບໍ່ດີຕາມຂອບເຂດຮັບຜິດຊອບຂອງກົມກອງຢ່າງຕໍ່ເນື່ອງ, ຊີ້ນຳ ກຳລັງຫຼວງ-ກຳລັງທ້ອງຖິ່ນ ເຮັດໜ້າທີ່ປ້ອງກັນກອງປະ
ຊຸມອາຊຽນ ຄັ້ງທີ 44-45, ກອງປະຊຸມປິ່ນອ້ອມ ແລະ ປ້ອງກັນເວນຍາມປົດຄ້າຍ, ສາງຄັງ ແລະ ຂົວທາງຕ່າງໆ ເຮັດໃຫ້ຂອບເຂດຮັບຜິດຊອບ
ຂອງກົມກອງມີຄວາມສະຫງົບປອດໄພ 100%. ເຖິງວ່າວຽກງານຮັບປະກັນ ບໍ່ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກ
ງານ, ແຕ່ພະນັກງານ-ນັກຮົບ ກໍສາມາດເຮັດສຳເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ.
ໂດຍພື້ນຖານຍັງມີຄວາມສະຫງົບ ແຕ່ບັນຫາປະກົດການຫຍໍ້ທໍ້ຍັງເກີດມີຢ່າງຕໍ່ເນື່ອງເຊັ່ນ: ການຄ້າ-ຂາຍ ເຖື່ອນ, ຢາເສບຕິດ, ລັກລອບຂຸດ
ຄົ້ນແຮ່ທາດ, ລັກລອບນຳເອົາພາຫະນະຂ້າມຊາຍແດນ, ລັກລອບເຂົ້າ-ອອກ ເມືອງແບບຜິດກົດໝາຍ, ຂຸດຄົ້ນໄມ້ຫວງຫ້າມ ແລະ ຊັບພະຍາກອນ
ທຳມະຊາດ, ການຍົກຍ້າຍຕັ້ງຖິ່ນຖານພູມລຳເນົາແບບຊະຊາຍ, ການແຕ່ງດອງຜິດຕໍ່ລະບຽບການ, ກຸ່ມຄົນບໍ່ດີໄດ້ເຄື່ອນໄຫວໂຄສະນາໃສ່ຮ້າຍປ້າຍ
ສີ, ບິດເບືອນແນວທາງແຜນນໂຍບາຍຂອງພັກ, ກົດໝາຍຂອງລັດ, ນໍາໃຊ້ສື່ສັງຄົມອອນລາຍເປັນກະບອກສຽງໂຄສະນາບິດເບືອນຄວາມເປັນຈິງ
ແລະ ບັນຫາອື່ນໆ. ໃນກອງປະຊຸມ ຄະນະຜູ້ແທນ ໄດ້ປະກອບຄຳຄິດເຫັນໃສ່ບົດສະຫຼຸບຢ່າງກົງໄປກົງມາ.
ແຫຼ່ງຂ່າວໂດຍ ອາຄົມ ສີພາລາ
ວັນທີ 03/03/2025