ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບ ໜ້າທີ່ ຫົວໜ້າ​ກົມ​ວິທະຍາສາດ-ປະຫວັດສາດ
ການ​ທະຫານ ລະຫວ່າງ ​ຜູ້​ເກົ່າ ແລະ ຜູ້ໃໝ່


    ໃນ​ວັນ​ທີ 28 ມັງກອນ 2025 ນີ້, ຢູ່​ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້​ຈັດ​ຕັ້ງ​ພິທີ​ ມອບ-ຮັບ​ໜ້າ
ທີ່​ ລະຫວ່າງ ສະຫາຍ ພົນ​ຈັດຕະວາ ວຽງ​ໄຊ ສົມ​ວິຈິດ ຫົວໜ້າ ​ກົມ ​ວິທະຍາສາດ-ປະຫວັດສາດ ການ​ທະຫານ (ຜູ້​ເກົ່າ) ແລະ ສະຫາຍ ພົນ​ຈັດ
ຕະວາ ຂວັນ​ມິ່ງ ບິດາ​ສັກ ຫົວໜ້າ​ກົມ​ວິທະຍາສາດ-ປະຫວັດສາດ ການ​ທະຫານ​ (ຜູ້​ໃໝ່) ໂດຍ​ການ​​ເປັນ​ປະທານ ຂອງ​ສະຫາຍ ພົນ​ຕີ ວົງ​ສອນ ອິນ​
ປານ​ພິມ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ຄະນະ​ກົມ, ຫ້ອງການ, ແຂກ​ຖືກ​ເຊີນ, ພະນັກງານ​
ຫຼັກ​ແຫຼ່ງ​ພາຍ​ໃນ​ກົມ ​ເຂົ້າ​ຮ່ວມ.

     ສະຫາຍ ພົນ​ຈັດຕະວາ ວຽງ​ໄຊ ສົມ​ວິຈິດ ໄດ້​​ຜ່ານ​ບົດ​ສະຫຼຸບ​ໂດຍຫຍໍ້​ ໃນ​ການ​ນຳພາ-ຊີ້​ນຳ​ບັນດາ​ວຽກງານ​ທີ່​ໄດ້​ຈັດ​ຕັ້ງ​ປະຕິບັດ​ຕາມ​ພາລະ​ບົດ
ບາດ, ສິດ ແລະ ໜ້າທີ່ຄວາມ​ຮັບຜິດຊອບ ​ຂອງ​ກົມ​ວິທະຍາສາດ-ປະຫວັດສາດ ການ​ທະຫານ ໃນ​ໄລຍະ​ຜ່ານ​ມາເປັນ​ເຈົ້າ​ການຈັດຕັ້ງ​ປະຕິບັດວຽກ
ງານ​ສຶກ​ສາ​ອົບຮົມ​​ການເມືອງ-ນໍາພາແນວ​ຄິດ ໃຫ້​ພະນັກງານ-ນັກຮົບ ສອດ​ຫ້ອຍ​ເຂົ້າ​ໃນ​ທຸກ​ຂົງເຂດ​ວຽກ​ງານ ​ດ້ວຍ​ຫຼາຍ​ຮູບ​ການ​ຫຼາຍ​ລະດັບ​ແຕກ
​ຕ່າງ​ກັນ​ເຂົ້າ​ໃນ​ແຕ່​ລະ​ເປົ້າ​ໝາຍ​ຖັນ​ແຖວ​ພະນັກງານ-ນັກຮົບ ໂດຍ​ໄດ້​ນຳ​ເອົາ​ມະຕິ, ຄຳ​ສັ່ງ, ຂໍ້​ກຳນົດ, ​ກົດ​ລະບຽບ​ຂອງ​ກອງທັບ, ກົດໝາຍ​ຂອງ​ພັກ
-ລັດ ກໍ​ຄື​ເອກະສານ​ຕ່າງໆ​ ທີ່​ມີ​ການ​ພົວພັນ​ເຖິງ​ຂົງເຂດ​ຄວາມ​ຮັບຜິດຊອບ ​ແລະ​ ເປັນ​ບ່ອນ​ອີງ​ອັນ​ແໜ້ນ​ແກ່ນ​ໃຫ້​ແກ່​ການຈັດຕັ້ງ​ຄົ້ນຄວ້າ​ແຜນ​ງານ,
ເຊື່ອມ​ຊຶມ​ຮັບ​ຮູ້​ເຂົ້າໃຈ​ຢ່າງ​ເລິກເຊິ່ງ, ປັບປຸງ​ລະບຽບ​ການ ແລະ ​ແບບແຜນ​ວິທີ​ເຮັດ​ວຽກ, ​ຊີ້​ນຳ​ສະຫຼຸບ​ບັ້ນ​ຮົບ-ບັ້ນ​ຕີ​ທີ່​ເດັ່ນ 3 ບັ້ນ, ຊີ້​ນຳ​ຂຽນ​ປະຫວັດ
ສາດ​ມູນເຊື້ອ​ກອງທັບ​ປະຊາຊົນລາວ, ປະຫວັດສາດ​ມູນເຊື້ອ​ບັນດາ​ກົມ​ກອງ​ກຳລັງ​ຫຼວງ-ກຳລັງ​ທ້ອງຖິ່ນ, ຂຽນ​ປະຫວັດສາດ​ມູນເຊື້ອ​ພະນັກງານ​ການ
​ນຳ​ປະຕິວັດ​ອາວຸໂສ, ຊີ້​ນຳ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ 2 ຄັ້ງ, ຈັດ​ຕັ້ງ​ກອງ​ປະຊຸມ​ວິທະຍາສາດ-ປະຫວັດສາດ ການ​ທະຫານ​ທົ່ວ​ກອງທັບ
ຄັ້ງ​ທີ 4, ຊີ້​ນຳ​ຂຽນ​ໂຄງການ ການ​ພົວພັນ​ຮ່ວມ​ມື​ສອງ​ກອງທັບ ລາວ-ຈີນ, ຈີນ-​ລາວ (1945-2025), ໂຄງ ການ ການ​ພົວພັນ​ຮ່ວມ​ມື​ສອງ​ກອງທັບ​
ລາວ-ຣັດເຊຍ (1945-2025). ຈາກ​ນັ້ນ, ​ໄດ້​ພ້ອມກັນ​ລົງນາມ​ບົດ​ບັນທຶກການ​ມອບ-ຮັບ​ໜ້າທີ່ ​ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະ
ຫານ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່.

     ໂອກາດ​ນີ້, ສະຫາຍ ພົນ​ຕີ ວົງ​ສອນ ອິນ​ປານ​ພິມ ໄດ້​ໂອ້​ລົມບາງຕອນວ່າ: ​​ການ​ມອບ-ຮັບ​ໜ້າທີ່​ໃນ​ຄັ້ງ​ນີ້ ເປັນ​ກົດເກນ​ພາວະ​ວິໄສ ແລະ ແມ່ນ
​ການ​ປະຕິບັດ​ແນວທາງ​ນະໂຍບາຍ ​ຂອງ​ພັກ-ລັດ ກໍ​ຄື​ກະຊວງ​ປ້ອງ​ກັນ​ປະເທດ ທີ່​ມີ​ຕໍ່​ນາຍ​ທະຫານ​ຂັ້ນ​ສູງ ​ເມື່ອ​ຮອດ​​ອາຍຸ​ກະສຽນຕ້ອງ​ໄດ້​ຮັບນະໂຍ
ບາຍພັກການ​ເຂົ້າ​ຮັບ​ບຳນານ ຕາມ​ກົດໝາຍ​ ຂອງ​ນາຍ​ທະຫານ ​ກອງທັບ​ປະຊາຊົນ​ລາວ ພ້ອມທັງ ​ຕີ​ລາຄາ​ສູງ ແລະ ​ສະແດງ​ຄວາມ​ຍ້ອງ​ຊົມເຊີຍ ​ຕໍ່
ສະຫາຍ ພົນ​ຈັດຕະວາ ວຽງ​ໄຊ ສົມ​ວິຈິດ ທີ່​ໄດ້​ສຸມ​ເຫື່ອແຮງ, ສະຕິ​ປັນຍາ ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະ
ເທດ​ຊາດ ​ຈົນ​ເຮັດ​ສຳເລັດ​ໜ້າທີ່. ຈາກນັ້ນ, ​ໄດ້​ເນັ້ນ​ໜັກ​ໃຫ້​ຜູ້​ທີ່​ໄດ້​ຮັບ​ໜ້າທີ່​ໃໝ່ ຈົ່ງ​ເຊີດ​ຊູ, ຍົກ​ສູງ​ພາລະ​ບົດບາດ​ການ​ນຳພາ-ຊີ້​ນຳ ​ຕໍ່ໜ້າ​ທີ່​ການເມືອງ
​ທີ່​ໄດ້​ມອບ​ໝາຍ, ເປັນ​ແບບຢ່າງ​ໃຫ້​ພະນັກງານ​ຂັ້ນ​ລຸ່ມ​ຢ່າງຮອບດ້ານ, ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນໍາພາແນວ​ຄິດ, ວຽກ​ງານ​ກໍ່ສ້າງ​ພັກ-
ພະນັກງານ​ໃຫ້​ໜັກ​ແໜ້ນ ແລະ ເຂັ້ມແຂງ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ພາຍ​ໃນ​ໝູ່​ຄະນະ, ເປັນ​ເຈົ້າ​ການ​ນຳພາ-ຊີ້​ນຳ​ໃຫ້​ແທດ​ເຖິງ​ຕົວ​ຈິງ, ປະຕິບັດ​ຕາມ
5 ຫຼັກການ 3 ທິດ​ນຳ​ຂອງ​ພັກ, ເຮັດ​ວຽກ​ຢ່າງ​ມີ​ຫຼັກການ​ວິທະຍາສາດ, ​ມີ​ແບບແຜນ ແລະ ທັນ​ສະ ໄໝ ເພື່ອ​ພ້ອມ​ກັນເຮັດ​ສຳເລັດ​ໜ້າທີ່​ການເມືອງ
​ຕາມ​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍໃຫ້​.

ແຫຼ່ງຂ່າວໂດຍ ຈອນ​ນີ້
ວັນທີ 29/01/2025